ເປີດຂະບວນການສ້າງຄອບຄົວ-ບ້ານ ປ້ອງກັນຊາດເຂັ້ມແຂງ

0
1026

ບ້ານຊ້ຳເຄ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີເປີດຂະບວນການວຽກງານສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ຂຶ້ນໃນວັນທີ 18 ກັນຍາ 2020, ໂດຍມີ ທ່ານ ປອ ໂພຄໍາ ໄຊຍະສອນ ເຈົ້າເມືອງໆໄຊເສດຖາ, ພັທ ພອນໄຊ ໄຊຍະສິດ ຫົວໜ້າກອງບັນຊາການທະຫານເມືອງໄຊເສດຖາ, ທ່ານ ວົງໄຊ ຄໍາຜຸຍ ນາຍບ້ານຊ້ຳເຄ້, ມີຫົວໜ້າຫ້ອງການ, ຕໍາຫຼວດບໍລິການ ປະຊາຊົນ, ພາກສ່ວນກ່ຽວຂ້ອງ, ພະນັກງານວິຊາການ ແລະ ພໍ່-ແມ່ປະຊາຊົນ ເຂົ້າຮ່ວມ.

ໃນພິທີ, ພັທ ອຸທອນ ວິໄລສັກ ຫົວໜ້າພະແນກການເມືອງ ກອງບັນຊາການທະຫານ ເມືອງໄຊເສດຖາ ກ່າວວ່າ: ການເປີດຂວນການວຽກ ງານສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງຄັ້ງນີ້ ເພື່ອເປັນການຜັນຂະຫຍາຍແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ, ພ້ອມທັງປຸກລະດົມກໍາລັງແຮງສັງລວມທົ່ວປວງຊົນເຂົ້າໃນວຽກງານປ້ອງກັນຊາດ ເພື່ອສະກັດກັ້ນກົນອຸບາຍຫັນປ່ຽນໂດຍສັນຕິ, ຕອບຕ້ານທຸກກໍລະນີ ທີ່ມີສະພາບເກີດຂຶ້ນ ແລະ ໄພພິບັດຕ່າງໆ ເພື່ອປົກປັກຮັກສາເຂດນໍ້າແດນດິນ, ຄວາມສະຫງົບ, ຄວາມເປັນ ລະບຽບຮຽບຮ້ອຍຂອງບ້ານ ໂດຍເລີ່ມຈາກຄອບຄົວເປັນພື້ນຖານ ແລະ ກໍານົດເອົາບ້ານເປັນຈຸດໜັກ ແລະ ເພື່ອເຮັດໃຫ້ອໍານາດການປົກຄອງບ້ານ ແລະ ປະຊາ ຊົນບັນດາເຜົ່າເຂົ້າໃຈຕໍ່ວຽກງານສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ພ້ອມທັງ ອໍານວຍຄວາມສະດວກ ແລະ ຮ່ວມມືກັບພະນັກ ງານວິຊາການ ທີ່ລົງເຮັດວຽກຕົວຈິງ.

ການເປີດຂະບວນການວຽກງານສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ແມ່ນຈະໄດ້ນໍາເອົາບັນດາເອກະສານມາເຜີຍແຜ່ໃຫ້ພໍ່-ແມ່ປະຊາຊົນຮັບຮູ້ຄື: ຄວາມຮູ້ພື້ນຖານກ່ຽວກັບຊາຍແດນ, ປະເທດລາວ ແມ່ນຄົນລາວເປັນເຈົ້າ, ຂົງ ເຂດ ປກຊ-ປກສ ທົ່ວປວງຊົນຮອບດ້ານ, ວິທີກໍ່ສ້າງພະນັກງານຫຼັກແຫຼ່ງ ເພື່ອຍູ້ຂະບວນການຂອງປະຊາຊົນ ຢູ່ຮາກຖານ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ແລະ ການເຄື່ອນໄຫວ ຂອງອົງການປົກຄອງບ້ານ ສະບັບເລກທີ 649/ພນ, ລົງວັນທີ 24 ສິງຫາ 2016.