ອຄ ຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ

0
980

ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ ຄັ້ງທີ VIII ໃຫ້ສະມາຊິກພັກ, ພະນັກງານ ອຄ ຂຶ້ນໃນວັນທີ 21 ກັນຍາ 2020 ທີ່ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ,ໂດຍມີ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ. ພ້ອມດ້ວຍ ທ່ານ ຮສຈ ສະໝຸດທອງ ສົມພານິດ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດ, ມີບັນດາຫົວໜ້າ-ຮອງກົມ, ສະຖາບັນ, ຄະນະຮັບຜິດຊອບ, ວິທະຍາກອນ ແລະ ນັກສໍາ ມະນາກອນ ເຂົ້າຮ່ວມ.

ທ່ານ ນາງ ຈັນສຸກ ແສງພະຈັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກ່າວວ່າ: ການຈັດຝຶກອົບຮົມຄັ້ງນີ້ ເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດ ແລະ ຄວາມເຂົ້າໃຈຂອງສະມາຊິກພັກ, ພະນັກງານ ໃຫ້ຖືກຕ້ອງກ່ຽວກັບທິດສະດີມາກ-ເລນິນ, ແນວທາງປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ, ກໍຄືການສືບຕໍ່ສ້າງ ແລະ ເສີມຂະຫຍາຍລະບອບປະຊາທິປະໄຕປະຊາ ຊົນຕາມເສັ້ນທາງສັງຄົມນິຍົມຂອງພັກເຮົາກໍານົດໄວ້, ເພື່ອຍົກລະດັບຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄາດໝາຍສູ້ຊົນ ແລະ ທິດທາງໜ້າທີ່ຈຸດສຸມໃນແຕ່ລະດ້ານຕາມມະຕິກອງປະ ຊຸມໃຫຍ່ ຄັ້ງທີ X ຂອງພັກໃຫ້ປະກົດຜົນເປັນຈິງ.

ການຝຶກອົບຮົມຄັ້ງນີ້, ມີນັກສໍາມະນາກອນ ຈໍານວນ 45 ສະຫາຍ, ຍິງ 17 ສະຫາຍ ຈະໄດ້ຮຽນຮູ້ກ່ຽວກັບ ພາກວິຊາປັດຊະຍາ, ພາກວິຊາເສດຖະສາດການເມືອງ, ພາກບໍລິຫານສາດ, ພາກວິຊາກໍ່ສ້າງພັກ ແລະ ພາກວິຊາລັດທິສັງຄົມວິທະຍາສາດ ເຊິ່ງຈະໄດ້ດໍາເນີນ ໄປຮອດວັນທີ 23 ພະຈິກ 2020 ຈຶ່ງສໍາເລັດ.