ໃນອາທິດຜ່ານມາ, ກອງບັນຊາການ ປກສ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບວຽກງານຕ້ານການຄ້າມະນຸດ ແລະ ວາງທິດທາງແຜນການໃນຕໍ່ໜ້າ ຂອງ ຄະນະກຳມະການ ຕ້ານການຄ້າມະນຸດ; ເຊິ່ງເຂົ້າຮ່ວມເປັນປະທານໂດຍ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງໆຫຼວງພະບາງ ແລະ ພົຈວ ສົມຈັນ ແກ້ວຈັນດາ ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍ ຄະນະກຳມະການຕ້ານການຄ້າມະນຸດ ພາຍໃນແຂວງ ຕະຫຼອດຮອດ ປກສ ເມືອງ 11 ເມືອງ ແລະ 1 ນະຄອນ ເຂົ້າຮ່ວມ.

ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງໆຫຼວງພະບາງ

ພັທ ໄຊພອນ ສຸອຳພັນ ຮອງຫ້ອງຕຳຫຼວດ ປກສ ແຂວງຫຼວງພະບາງ ໄດ້ຂຶ້ນຜ່ານບົດສະຫຼຸບ ການເຄື່ອນໄຫວວຽກງານຕ້ານການຄ້າມະນຸດ ໃຫ້ຮູ້ວ່າ:

  • ຄະດີຄ້າມະນຸດເກີດຂຶ້ນ 12 ເລື່ອງ, ຜູ້ຖືກຫາ 25 ຄົນ, ຍິງ 12 ຄົນ, ມີຜູ້ຖືກເຄາະຮ້າຍ 27 ຄົນ, ຍິງ 25 ຄົນ; ເຊິ່ງຜູ້ທີ່ມີອາຍຸຕ່ໍາກວ່າ 18 ປີ ແມ່ນມີ 11 ຄົນ.
  • ຄະດີຂົ່ມຂືນທຳຊຳເລົາ 6 ເລື່ອງ, ກັກຕົວ 5 ຄົນ, ມີຜູ້ຖືກເຄາະຮ້າຍ 6 ຄົນ, ຍິງ 6 ຄົນ; ມີຜູ້ທີ່ອາຍຸຕ່ໍາກວ່າ 18 ປີ 6 ຄົນ ທັງໝົດເປັນຍິງ.
  • ຄະດີຂົ່ມຂຶນທຳຊຳເລົາເດັກ ມີ 7 ເລື່ອງ, ຜູ້ຖືກຫາ 7 ຄົນ, ໄດ້ກັກຕົວ 5 ຄົນ, ຜູ້ຖືກເຄາະຮ້າຍ 7 ຄົນ, ຍິງ 7 ຄົນ; ເຜັນຜູ້ທີ່ມີອາຍຸຕ່ຳກວ່າ 18 ປີ 7 ຄົນ ເປັນຍິງທັງໝົດ.
  • ຄະດີຂາຍຄົນ 1 ເລື່ອງ, ຜູ້ຖືກຫາ 1 ຄົນ, ໄດ້ກັກຕົວ 1 ຄົນ, ຜູ້ຖືກເຄາະຮ້າຍ 2 ຄົນ, ຍິງ 2 ຄົນ; ສ່ວນຜູ້ທີ່ອາຍຸຕ່ຳກວ່າ 18 ປີ ແມ່ນມີ 1 ຄົນ.
  • ຄະດີຂາຍໂສເພນີ 5 ເລື່ອງ, ຜູ້ຖືກຫາ 18 ຄົນ, ຍິງ 13 ຄົນ, ໄດ້ກັກຕົວ 18 ຄົນ, ຄົນຈີນ 1 ຄົນ, ຫວຽດນາມ 9 ຄົນ; ໃນນີ້, ມີຜູ້ຖືກເຄາະຮ້າຍ 44 ຄົນ, ຍິງ 44 ຄົນ ແລະ ອາຍຸຕໍ່າກວ່າ 18 ປີ ແມ່ນມີ 11 ຄົນ.

ໃນໂອກາດນີ້, ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ ກໍໄດ້ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງ ຈົ່ງພ້ອມກັນປະຕິບັດໜ້າທີ່ວິຊາສະເພາະ, ເກັບກຳສະພາບປະກົດການຫຍໍ້ທໍ້ ທີ່ຕົນເອງຮັບຜິດຊອບ ແລະ ເກັບກຳໃຫ້ໄດ້ເປົ້າໝາຍສັດຕູ ທີ່ກໍ່ຄວາມບໍ່ສະຫງົບ ເພື່ອເຮັດໃຫ້ແຂວງຫຼວງພະບາງ ມີຄວາມເປັນລະບຽບຮຽບຮ້ອຍແລະ ມີຄວາມສະຫງົບ.