ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຖະແຫຼງຂ່າວຈັດງານບຸນອອກພັນສາ ປະວໍລະນາ ປະຈໍາປີ 2020 ທີ່ທ່າວັດຈັນ, ໃນປີນີ້, ເນັ້ນການຈັດງານທາງສາສະໜາ, ຮີດຄອງປະເພນີ ແລະ ເຂັ້ມງວດໃນການປ້ອງກັນການແພ່ລະບາດຂອງພະຍາດໂຄວິດ-19.

ທ່ານ ບຸນໜາ ຜາທຸມມະວົງ ເຈົ້່າເມືອງໆຈັນທະບູລີ ຖະແຫຼງຂ່າວ ໃນວັນທີ 22 ກັນຍາ ວ່າ: ປີນີ້, ຈະບໍ່ໄດ້ຈັດໃຫຍ່ຄືປີຜ່ານມາ ເນື່ອງຈາກວ່າ ຍັງມີການແພ່ລະບາດຂອງພະຍາດໂຄວິດ-19. ສະນັ້ນ, ພື້ນທີ່ຈັດງານບຸນການຂາຍສິນຄ້າຜະລິດຕະພັນຕ່າງໆ, ກຳນົດໃຫ້ຂາຍແຕ່ພຽງຂອບເຂດສວນເຈົ້າອານຸວົງ ແລະ ຂອບເຂດນອກຈຳນວນໜຶ່ງ; ເຊິ່ງພາຍໃນງານມີກິດຈະກໍາທາງສາສະໜາ ແລະ ຮີດຄອງປະເພນີ ແມ່ນຈະເລີ່ມໃນວັນທີ 28 ກັນຍາ ( ສໍາລັບງານເປັນທາງການ: ແຕ່ວັນທີ 1-3/10/2020 ( ກໍານົດ 3 ວັນ )ມີກິດຈະກຳການຊ່ວງເຮືອ 12 ສີພາຍ ປະມານ 10 ລຳ ເພື່ອຊ່ວງບູຊາໜ້ານໍ້າຕາມຮີດຄອງປະເພນີ.

ສິນຄ້າທີ່ນໍາຂາຍພາຍໃນງາມມີສິນຄ້າພາຍໃນ ແລະ ຕ່າງປະເທດ. ໃນນີ້, ໄດ້ເນັ້ນການສົ່ງເສີມຜະລິດຕະພັນ, ສິນຄ້າທີ່ພົ້ນເດັ່ນຂອງທ້ອງຖິ່ນ, ຂອງບ້ານ, ຂອງເມືອງ, ຄອບຄົວຕົວແບບ, ຄອບຄົວຜະລິດສິນຄ້າໂອດອບ; ສ່ວນວຽກງນຮັກສາສຸຂະພາບ ແມ່ນຈະມີແພດໝໍປະຈຳການ 24 ຊົ່ວໂມງ ຕະຫຼອດງານບຸນ ເພື່ອກວດກາ, ສະກັດກັ້ນ, ປ້ອງກັນພະຍາດໂຄວິດ ໃຫ້ສອດຄ່ອງຕາມການຊີ້ນຳຂອງລັດຖະບານ ແລະ ກວດກາປະເພດອາຫານ ແລະ ເຄື່ອງດື່ມ ໃຫ້ຮັກສາໄດ້ຄຸນນະພາບ ແລະ ຄວາມສະອາດ.

ສະຖານທີ່ການຈັດງານບຸນແມ່ນຂອບເຂດບໍລິເວນພື້ນທີ່ທ່າວັດຈັນ: ທາງດ້ານເໜືອກໍານົດເອົາຈຸດປ່ອຍເຮືອ ເຂດບ້ານສີຖານເໜືອ ເມືອງສີໂຄດຕະບອງ ລົງໄປຫາຜາມໄຊໜ້າວັດຈັນ. ສະຖານທີ່ວາງສະແດງ-ຂາຍສິນຄ້າແມ່ນຂອບເຂດສວນເຈົ້າອານຸວົງ ແລະ ເສັ້ນທາງເຈົ້າຟ້າງຸ່ມເບື້ອງເຮືອນຂອງປະຊາຊົນ (ບ້ານວັດຈັນ, ຊຽງຍືນ, ມີໄຊ ແລະ ບ້ານສີຫອມ ) ນັບເເຕ່ໂຮງແຮມລ້ານຊ້າງ ຂຶ້ນມາຫາສາມແຍກປາກປາສັກ ແມ່ນກໍານົດໃຫ້ຂາຍເຂົ້າຫຼາມປີ້ງໄກ່, ຂາຍລູກຊີ້ນ ສະເພາະເບື້ອງສວນເຈົ້າອານຸວົງ ແມ່ນບໍ່ອະນຸຍາດໃຫ້ຂາຍເຄື່ອງທຸກປະເພດ ຈົ່ງໄວ້ໃຫ້ເປັນທາງຄົນຍ່າງທີ່ມາທ່ຽວຊົມ, ເລາະຫຼິ້ນບຸນ ແລະ ເພື່ອບໍ່ໃຫ້ມີຄວາມແອອັດ.