ຝຶກອົບຮົມພະນັກງານ ອຄ ຂັ້ນເມືອງ ທົ່ວປະເທດ

0
827

ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ເປີດຊຸດຝຶກອົບຮົມພະນັກງານ ອຄ ຂັ້ນເມືອງ ທົ່ວປະເທດ ຄັ້ງທີ X ພາຍໃຕ້ຫົວຂໍ້ “ ສ້າງຄວາມເຂັ້ມແຂງວຽກງານ ອຄ ໃຫ້ພະນັກງານ ອຄ ຂັ້ນເມືອງ ” ຂຶ້ນໃນວັນທີ 22 ກັນຍາ 2020 ທີ່ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະ ກຳ ແລະ ການຄ້າ, ໂດຍການເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຄ, ມີບັນດາວິທະຍາກອນ ທີ່ມາຈາກບັນດາກົມອ້ອມຂ້າງກະຊວງ, ສຳມະນາກອນ 64 ທ່ານ ທີ່ມາຈາກຫ້ອງການ ອຄ ຂັ້ນເມືອງ ໃນທົ່ວປະເທດເຂົ້າຮ່ວມ.

ທ່ານ ນາງ ເຂັມມະນີ ພົນເສນາ ກ່າວວ່າ: ການເປີດຊຸດຝຶກອົບຮົມໃນຄັ້ງນີ້ ເປັນຄັ້ງທີ X ແລະ ຈະຈັດຂຶ້ນເປັນເວລາ 4 ວັນ ລະຫວ່າງວັນທີ 22 ຫາ 25 ກັນຍານີ້ ເຊິ່ງມີບັນດາສຳມະນາກອນ ເຂົ້າຮ່ວມຝຶກອົບຮົມ 64 ທ່ານ ທີ່ມາຈາກຫ້ອງການ ອຄ ຂັ້ນເມືອງໃນທົ່ວປະເທດ. ການຝຶກອົບຮົມໃນແຕ່ລະມື້ສຳມະນາກອນແມ່ນຈະໄດ້ຮັບຟັງການບັນຍາຍ ແລະ ສົນທະນາປຶກສາຫາລືໃນຫຼາຍຫົວຂໍ້ ເຊັ່ນ: ວຽກງານສາມສ້າງທີ່ຕິດພັນກັບການແບ່ງຂັ້ນຄຸ້ມຄອງພາຍໃນຂອງຂະແໜງການ ອຄ ລະຫວ່າງ ກະຊວງ, ແຂວງ ແລະ ເມືອງ;  ວຽກງານຂັ້ນຕອນການປະກອບເອກະສານຮັບພະນັກ ງານໂຍກຍ້າຍມາຈາກພາກສ່ວນອື່ນ; ວຽກງານສົ່ງເສີມ ແລະ ພັດທະນາສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ; ການຈັດ ຕັ້ງປະຕິບັດວຽກງານການຄ້າຊາຍແດນ ແລະ ການປະຕິບັດສັນຍາການຄ້າຊາຍແດນລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ; ຂັ້ນຕອນການຂໍຂຶ້ນທະບຽນວິສາຫະກິດ ແລະ ຂັ້ນຕອນການຄຸ້ມຄອງທະບຽນວິສາຫະກິດ ພາຍຫຼັງຂຶ້ນທະບຽນວິສາຫະກິດແລ້ວ; ການອອກໃບອະນຸຍາດດຳເນີນທຸລະກິດໃນກິດຈະການການຄ້າພາຍໃນ, ວຽກງານການຄຸ້ມຄອງສິນຄ້າ – ລາຄາ; ການຄ້າເອເລັກໂຕຣນິກ; ຂັ້ນຕອນ ແລະ ວິທີເຂົ້າເຖິງແຫຼ່ງທຶນສຳລັບ SME;ວຽກການຄຸ້ມຄອງໂຮງງານອຸດສາຫະກຳ ແລະ ການຜະລິດສົ່ງອອກ.

ໃນໂອກາດນີ້, ທ່ານລັດຖະມົນຕີ ຍັງເນັ້ນໃຫ້ສຳມະນາກອນຈົ່ງເອົາໃຈໃສ່ໃນການຮັບຟັງ ເພື່ອຍາດແຍ່ງເອົາຄວາມຮູ້ ແລະ ປະກອບຄວາມຄິດຄວາມເຫັນ ເພື່ອໃຫ້ຊຸດຝຶກອົບຮົມປະສົບຜົນສຳເລັດຕາມວັດຖຸປະສົງທີ່ວາງໄວ້ ແລະ ຫວັງວ່າຊຸດຝຶກອົບຮົມຄັ້ງນີ້ ຈະເປັນເວທີໃຫ້ບັນ ດາທ່ານໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນເຊິ່ງກັນແລະກັນ, ສາ ມາດນຳເອົາຄວາມຮູ້, ບົດຮຽນຈາກຊຸດຝຶກອົບຮົມໄປນຳໃຊ້ເຂົ້າໃນວຽກງານຕົວຈິງ.