ພະແນກຍຸຕິທໍາ ນວ ພົບປະລັດຖະກອນຫ້ອງການຍຸຕິທໍາ ເມືອງໄຊທານີ

0
843

ໃນວັນທີ 22 ກັນຍາ 2020, ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າພະແນກຍຸຕິທໍາ ນະຄອນຫຼວງວຽງຈັນ (ນວ) ໄດ້ລົງພົບປະຫົວໜ້າ-ຮອງ, ພະນັກງານ-ລັດຖະກອນ ຫ້ອງການຍຸຕິທໍາ ເມືອງໄຊທານີ, ມີ ທ່ານ ຄໍາປະ ດິດ ເຂັມມານິດ ເຈົ້າເມືອງໄຊທານີ ແລະ ຕາງໜ້າບັນດາຫ້ອງການອ້ອມຂ້າງເມືອງ ເຂົ້າຮ່ວມ.

ໃນພິທີ, ທ່ານ ນາງ ຄໍາໄຜ ໄຊຍະວົງ ຫົວໜ້າຫ້ອງການຍຸຕິທໍາ ເມືອງໄຊທານີ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານວິຊາສະເພາະໃນໄລຍະ 9 ເດືອນ ຜ່ານມາ ເປັນຕົ້ນແມ່ນ ວຽກງານສຶກສາອົບຮົມການເມືອງນໍາພາແນວຄິດ, ວຽກງານບໍລິຫານ ແລະ ກວດກາ, ວຽກງານປະ ຕິບັດຄໍາຕັດສິນຂອງສານ, ວຽກງານສົ່ງເສີມລະບົບຍຸຕິທໍາ-ທະບຽບຄອບຄົວ, ວຽກງານກົດໝາຍ-ໂຄສະນາເຜີຍແຜ່ກົດໝາຍ ແລະ ວຽກ ງານທະບຽນສານ.

ໃນໂອກາດນີ້,  ທ່ານ ພູທອນ ແກ້ວດວງມະນີ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຍາດມາໄດ້ດັ່ງກ່າວ, ພ້ອມທັງຊີ້ນໍາ ໃຫ້ເອົາໃຈໃສ່ເພີ່ມທະວີໃນການປະຕິບັດວຽກງານວິຊາສະເພາະໃຫ້ມີຄວາມວ່ອງໄວ,ໂປງໃສ, ຍຸຕິທໍາສອດຄ່ອງກັບລະບຽບກົດໝາຍ ໄປພ້ອມກັບວຽກ ງານສືກສາອົບຮົມການເມືອງແນວຄິດໃຫ້ພະນັກງານທຸກສະຫາຍ ມີທັດສະນະຫຼັກໝັ້ນ, ການເມືອງໜັກແໜ້ນ, ເຊື້ອໝັ້ນຕໍ່ອຸດົມການຂອງພັກ, ກໍາໄດ້ແນວທາງຍະໂຍບາຍ, ມະຕິ, ຄໍາສັ່ງ ຮູ້ນໍາໄປໝູນໃຊ້ ແລະ ຜັນຂະຫຍາຍເຂົ້າໃນວຽກງານວິຊາສະເພາະ ທີ່ຕົນຮັບ ຜິດຊອບໃຫ້ສໍາເລັດຕາມແຜນການ.