ສຳມະນາວິທະຍາສາດລະດັບຊາດ ກ່ຽວກັບການປ່ຽນແປງໃໝ່ ໃນຂົງເຂດເສດຖະກິດ

0
1178

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດກອງປະຊຸມສຳມະນາວິທະຍາສາດ ລະດັບຊາດໃນ ຫົວຂໍ້ “ແນວຄິດປະທານໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ໃນຂົງເຂດເສດຖະກິດ” ໃນວັນທີ 22 ກັນຍາ 2020, ເປັນປະທານໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ມີ ທ່ານ ປອ ນາມ ວິຍະເກດ ຮອງຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິ ຫານ ແລະ ທ່ານ ປອ ສອນທະນູ ທຳມະວົງ ປະທານສະຖາບັນວິທະຍາສາດສັງຄົມແຫ່ງຊາດ, ມີການນຳຫຼັກແຫຼງຈາກບັນດາກະຊວງ, ອົງການຂັ້ນສູນກາງ, ໜ່ວຍງານຄົ້ນຄວ້າເນື້ອໃນຂົງເຂດເສຖະກິດ ຂອງອະນຸກໍາມະການເນື້ອໃນກອງປະ ຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ທ່ານ ຮສ ພູວົງ ອຸ່ນຄໍາແສນ ຮັກສາການຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງຫົວໜ້າຄະ ນະຜູ້ປະຈຳການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ກ່າວວ່າ: ສໍາມະນາໃນຄັ້ງນີ້ ມີ 8 ຫົວຂໍ້ ຍ່ອຍ ຄື: ບົດຫຼັກ ແນວຄິດປະທານໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ໃນຂົງເຂດເສດຖະກິດ, ຫົວຂໍ້ ແນວຄິດໄກສອນ ພົມວິຫານກ່ຽວກັບໂຄງປະກອບເສດຖະກິດ, ແນວຄິດໄກສອນ ພົມວິຫານ ກ່ຽວກັບກົນໄກຄຸ້ມຄອງເສດຖະກິດ, ແນວຄິດໄກສອນ ພົມວິຫານ ກ່ຽວກັບການແບ່ງຂັ້ນຄຸ້ມຄອງເສດຖະກິດ, ແນວຄິດໄກສອນ ພົມວິຫານ ກ່ຽວກັບການຫັນເສດຖະກິດທຳມະຊາດ, ເຄິ່ງທຳມະຊາດໄປສູ່ເສດຖະກິດສິນຄ້າ, ແນວຄິດໄກສອນ ພົມວິ ຫານ ກ່ຽວກັບການຈໍລະຈອນ, ແຈກຢາຍ, ແນວຄິດໄກສອນ ພົມວິຫານ ກ່ຽວກັບການເອົາການຄ້າເປັນຕ່ອງໂສ້, ເອົາຄົມມະນາຄົມເປັນປາຍແຫຼມ, ແນວຄິດໄກສອນ ພົມວິຫານ ກ່ຽວກັບການເງິນ, ການທະນາຄານ ແລະ ແນວຄິດໄກສອນ ພົມວິຫານ ກ່ຽວກັບການພົວພັນເສດ ຖະກິດຕ່າງປະເທດ.

ໃນໂອກາດນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ຮຽກຮ້ອງໃຫ້ບັນດານັກວິທະຍາສາດ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ, ຄົ້ນຄວ້າໃຫ້ເລິກ, ຂຸດໃຫ້ເຖິງ ເພື່ອຊອກໃຫ້ເຫັນໄດ້ເຖິງແກນເຖິງແອ້ກະທິແນວຄິດທິດສະດີຂອງເພີ່ນ ເພື່ອກາຍເປັນຄັງສາງທິດສະດີ, ແນວຄິດຊີ້ນໍາທີ່ມີບົດບາດຕັດສິນພາລະກິດປະຕິວັດຂອງປະເທດພວກເຮົາໃນໄລຍະໃໝ່, ບັນດາສະຫາຍທີ່ເຂົ້າຮ່ວມ ກໍໃຫ້ເອົາໃຈໃສ່ໃນການຄິດຫງໍາ,ໃຫ້ ການປະກອບຄຳເຫັນຢ່າງກົງໄປກົງມາ ຕາມຄໍາຖາມເຈາະຈີ້ມ ເພື່ອເຮັດໃຫ້ເນື້ອໃນບົດຄົ້ນຄວ້າ, ສຳມະນາວິທະຍາສາດໃນຄັ້ງນີ້ສາມາດຮັບ ປະກັນ ໄດ້ທັງລັກສະນະພັກ, ລັກສະນະວິທະຍາສາດ ແລະ ເເທດເຖິງຕົວຈິງ.