ຈ່າຍຄ່າບັດຄັ້ງດຽວ ຂີ່ລົດເມໄດ້ 3ເດືອນ ຫາ1ປີ ບໍ່ນັບຈຳນວນຖ້ຽວ

0
952

ລັດວິສາຫະກິດລົດເມ ນະຄອນຫຼວງວຽງຈັນ ເປີດໃຫ້ບໍລິການຂີ່ລົດໂດຍສານ ແບບມອບເໝົາຈ່າຍເທື່ອດຽວ ຂີ່ໄດ້ 3 ເດືອນ, 6 ເດືອນ ແລະ 1 ປີ ໃນລາຄາທີ່ປະຢັດ ຖ້າທຽບໃສ່ການຈ່າຍເປັນຄັ້ງ.ໂດຍບໍ່ນັບຈຳນວນຖ້ຽວ ເພື່ອຊ່ວຍໃຫ້ນັກຮຽນ,ນັກສຶກສາ,ພະນັກງານ, ຄູອາ ຈານ ແລະ ພໍ່ແມ່ປະຊາຊົນ ທີ່ໃຊ້ບໍລິການລົດເມປະຈຳທາງ ຕາມ 9 ສາຍທາງ ໃນນະຄອນຫຼວງວຽງຈັນ ມີຄວາມສະດວກຂຶ້ນກວ່າເກົ່າ.

ລັດວິສາຫະກິດ ລົດເມນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ສະບັບເລກທີ 035/ລລມ.ນວ ລົງວັນທີ 9 ກັນຍາ 2020 ກ່ຽວກັບນະໂຍ ບາຍການຂາຍບັດຂີ່ລົດເມ ອີງຕາມຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 38/ຈນວ,ລົງວັນທີ 03/07/2009ວ່າດ້ວຍ ການຕົກລົງ ແລະ ການເຄື່ອນໄຫວຂອງລັດວິສາຫະກິດລົດເມ ນະຄອນຫຼວງວຽງຈັນ.ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ ໃນການສົ່ງເສີມການຂົນສົ່ງສາທາລະນະ ເພື່ອເປັນການຫຼຸດຜ່ອນການນໍາໃຊ້ລົດສ່ວນຕົວ ທີ່ເປັນສາເຫດເກີດພາໃຫ້ມີສະພາບການສັນຈອນແອອັດຕາມທ້ອງຖະໜົນ ແລະ ຍັງຈະເປັນການຊ່ວຍຫຼຸດຄວາມສ່ຽງ ທີ່ຈະເກີດອຸບັດຕິເຫດຕາມທ້ອງຖະໜົນ ແລະ ຊ່ວຍຫຼຸດຜ່ອນບັນຫາການເກີດມົນລະພິດທາງອາກາດ, ທັງຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍປະຈຳວັນ ອີກດ້ວຍ.

ລັດວິສາຫະກິດລົດເມ ນະຄອນຫຼວງວຽງຈັນ ເປີດຮັບລົງທະບຽນ ເຮັດບັດຂີ່ລົດເມນະໂຍບາຍລາຄາຖືກ ນັບແຕ່ ວັນທີ 21 ກັນຍາ 2020 ເປັນຕົ້ນໄປ, ເຊິ່ງໄດ້ກໍານົດລາຄາບັດ ຂອງແຕ່ລະສາຍທາງ ມີລາຍລະອຽດດັ່ງນີ້:

– ສາຍທາງ 14. ທ່າເດື່ອ ກຳນົດລາຄາບັດ 1 ປີ ລາຄາ 1.900.000 ກີບ, 6 ເດືອນ ລາຄາ 1.000.000 ກີບ ແລະ 3 ເດືອນ ລາຄາ 600.000 ກີບ.

– ສາຍທາງ 23. ທ່າງ່ອນ ກຳນົດບັດ1 ປີ ລາຄາ1.700.000 ກີບ, 6 ເດືອນ ລາຄາ 900.000 ກີບ ແລະ 3 ເດືອນ ລາຄາ 500.000 ກີບ.

– ສາຍທາງ 08. ສາຍເໜືອ, 20. ດົງຄໍາຊ້າງ ແລະ11. ຊັ່ງຈ່ຽງ-ສີໄຄ-ໜອງແຕ່ງ ກຳນົດບັດ 1 ປີ ລາຄາ1.200.000 ກີບ, 6 ເດືອນ ລາ ຄາ700.000 ກີບ ແລະ 3 ເດືອນ ລາຄາ400.000 ກີບ.

– ສາຍທາງ 29. ດົງໂດກ, 31. ໂພນຕ້ອງ, 32. ດອນປ່າໃໝ່ ແລະ10. ໄອເຕັກ ກຳນົດລາຄາບັດ 1 ປີ ລາຄາ900.000 ກີບ, 6 ເດືອນ ລາຄາ 500.000 ກີບ ແລະ 3 ເດືອນ ລາຄາ300.000 ກີບ.