ສິ້ນສຸດທຸກການຄອຍຖ້າ… ຕຣີເພຊອີຊູຊຸ ສົ່ງລົດກະບະລຸ້ນໃໝ່ “ All-New Isuzu D-Max ຜູ້ນຳແຫ່ງລົດກະບະຕົວຈິງ ” ສູ່ ສປປ ລາວ

0
830

ກຸ່ມ​ຕຣີເພຊ ໂດຍ ມິ​ດ​ສ໌ເຕີ ​ໂທ​ຊິ​ອາ​ກິ ມາ​ເອ​ຄາ​ວະ (Toshiaki Maekawa) ປະ​ທານ ບໍ​ລິ​ສັດ ຕຣີເພຊອີ​ຊູ​ຊຸ​ເຊ​ວຊ໌ ຈຳ​ກັດ  ຜູ້​ຈັດ​ຈຳ​ໜ່າຍ​ລົດ​ ອີຊູຊຸດີແມັກ ແລະ​ ລົດ​ອີ​ຊູ​ຊຸມິວ-ເອັກ​ ໃນ ສ​ປ​ປ ລາວ ກ່າ​ວວ່າ “ ອີ​ຊູ​ຊຸ​ໄດ້​ແນະ​ນຳ​ລົດ​ກະ​ບະ​ລຸ້ນ​ໃໝ່ “ All-New Isuzu D-Max… ຜູ້​ນຳ​ແຫ່ງ​ໂລກ​ກະ​ບະ​ຕົວຈິງ ” ເຊິ່ງ​ເປັນ​ລົດ​ທີ່​ລູກ​ຄ້າ​ສອບ​ຖາມ​ເຂົ້າ​ມາ​ຢ່າງຫຼວງຫຼາຍ​ ມາ​ໂດຍ​ຕະຫຼອດ ໂດຍ​ສະ​ເພາະ ​ຊ່ອງ​ທາງ​ສື່​ອອນ​ໄລ​ນ໌ ສຳ​ລັບ​ລົດ​ກະ​ບະ “All-New Isuzu D-Max” ລຸ້ນ​ໃໝ່​ນີ້​ ໄດ້​ຮັບ​ການ​ພັດ​ທະ​ນາ​ໃໝ່​ໝົດ​ທັງ​ຄັນ ພາຍ​ໃຕ້​ແນວ​ຄິດ “ເໜືອກວ່າ​ຄຳ​ວ່າ​ກະ​ບະ” ດ້ວຍການອອກແບບໃໝ່​ໝົດ​ໃນ​ທຸກ​ມິ​ຕິ​ ຈາກ​ພາຍນອກ ແລະ ​ພາຍ​ໃນເຄື່ອງຈັກ​ໃໝ່ ແພ​ຼດ​ຟອມ​ໃໝ່ ຄວາມ​ປອດ​ໄພ​ໃໝ່ ພ້ອມ​ນະ​ວັດ​ຕະ​ກຳ​ເຕັກໂນໂລຊີໃໝ່ ຄວາມ​ສົມ​ບູນ​ແບບ​ ໃນ​ທຸກ​ຟັງຊັ່ນ ທີ່ລໍ້າສະໄໝ​ໄປ​ອີກ​ຂັ້ນ ສ້າງ​ມາດ​ຕະ​ຖານ​ໃໝ່​ຂອງ​ລົດ​ກະ​ບະ​ທີ່​ເໜືອກວ່າ ແລະ ​ຍັງ​ເປັນ​ລົດ​ທີ່​ສະ​ທ້ອນ​ພາບ​ລັກ​ຜູ້​ນຳ​ຂອງ​ຜູ້​ທີ່​ໄດ້​ຄອບ​ຄອງ​ຢ່າງ​ແທ້​ຈິງ ສົມ​ກັບ​ເປັນ “ ຜູ້​ນຳ​ແຫ່ງ​ໂລກ​ກະ​ບະ​​ໂຕຈິງ” ເຊິ່ງ​ມາ​ພ້ອມ​ກັບ​ຄວາມ​ຄຸ້ມ​ຄ່າ​ ໃນ​ລາ​ຄາ​ຈຳ​ໜ່າຍ​ ເ​ລີ່ມ​ຕົ້ນ​ພຽງ 24.900 USD ອີ​ຊູ​ຊຸ ​ເຊື່ອ​ໝັ້ນ​ວ່າ​ ລົດ​ລຸ້ນ​ໃໝ່​ນີ້ ຈະ​ໄດ້​ຮັບ​ການ​ຕອບ​ຮັບ​ເປັນຢ່າງ​ດີຈາກ​ຜູ້​ໃຊ້​ລົດ​ໃນ​ ສປ​ປ ລາວ”.

ສຳ​ລັບ​ລູກ​ຄ້າ ​ທີ່​ສົນ​ໃຈ​ສາ​ມາດ​ລົງທະບຽນທົດ​ລອງ​ຂັບລົດລຸ້ນ​ໃໝ່ “All-New Isuzu D-Max… ຜູ້​ນຳ​ແຫ່ງ​ໂລກ​ກະ​ບະໂຕ​ຈິງ” ໄດ້ທີ່ http://www.myisuzulaos.com/test-drive/  ພ້ອມ​ເປັນ​ເຈົ້າ​ຂອງ​ກ່ອນ ​ດ້ວຍ​ຂໍ້​ສະ​ເໜີສຸດ​ພິ​ເສດ ໄດ້​ທີ່​ຫ້ອງ​ສະ​ແດງສິນ​ຄ້າອີ​ຊູ​ຊຸ​ທົ່ວ​ປະ​ເທດ ​ຕັ້ງ​ແຕ່ມື້ນີ້​ເປັນ​ຕົ້ນ​ໄປ, ພາຍນອກ​ອອກ​ແບບ​ໃໝ່​ໝົດ​ທຸ​ກມຸມມອງດ້ວຍ​ແນວ​ຄິດ “ Bold but Emotional ” ໂຕ​ລົດ​ມີ​ມິ​ຕິ​ທີ່​ໃຫຍ່ ແລະ ​ບຶກ​ບຶນ​ຍິ່ງ​ຂຶ້ນ ໃຫ້​ຄວາມ​ຮູ້​ສຶກ​ຊົງ​ພະ​ລັງ ແລະ​ ແຂງ​ແກ່ນ​ຍິ່ງ​ຂຶ້ນກວ່າເກົ່າ ແຕ່​ຍັງ​ມີ​ເສັ້ນ​ສາຍ​ອ່ອນຊ້ອຍຊ່ວຍ​ໃຫ້​ຕົວລົດ​ເບິ່ງ​ມີ​ຄວາມຫ້າວ​ຫັນ ແລະ​ ສະ​ປອດ ຈຶ່ງ​ເປັນ​ລົດ​ທີ່​ປະຢັດ​ນ້ຳ​ມັນ​ທີ່ສຸດ ແລະ ​ມີ​ຫ້ອງ​ໂດ​ຍ​ສານ​ທີ່​ງຽບ​ຂຶ້ນ ພ້ອມ​ຟັງຊັ່ນ​ໃໝ່ ເຊັ່ນ: ໄຟ​ໜ້າ Isuzu Vision Bi-LED ພ້ອມ​ລະ​​ບົບ​ເປີດ–ປິດ​ອັດ​ຕະ​ໂນ​ມັດ, ໄຟ Multifunctional Daylight ແບບ Built-in ແລະ​ ໄຟ​ຕັດ​ໝອກ LED ​ເບິ່ງ​ມີ​ຄວາມ​ສະ​ປອດລ້ຳ​ສະ​ໄໝໄຟ​ທ້າຍ Dual-Sonic LED ກັນ​ຊົນ​ທ້າຍ Integrated Bumper ເປັນ​ໜຶ່ງ​ດຽວ​ກັບ​ໂຕ​ລົດ ແລະ​ ອອກແບບ​ລໍ້ ຫຼາກຫຼາຍ​ຮູບແບບ ລົງ​ໂຕ​ກັບ​ການອອກແບບລົດທີ່​ສຸດເຕີມ​ເຕັມ​ທຸກ​ສຳ​ຜັດ​ ແລະ​ ສຸ​ນທະ​ລີ​ຍະ​ພາບ​ການ​ເດີນ​ທາງ ສູ່​ການ​ພິກ​ໂສມ​ຫ້ອງ​ໂດຍ​ສານ​ໃໝ່​ ທີ່ກວ້າງ​ຂວາງ​ຍິ່ງ​ຂຶ້ນ  ທັນ​ສະ​ໄໝ​ດ້ວຍ​ເບາະ​ນັ່ງ​ຄູ່​ໜ້າ​ເຕັກໂນໂລຊີ AVEC (Anti Vibration Elastic Comfort) ລົດ​ແຮງ​ສັ່ນ​ສະ​ເທືອນ ພ້ອມ​ລະ​ບົບ​ປັບ​ໄຟ​ຟ້າ 8 ທິດ​ທາງ​ໃນ​ຕຳ​ແໜ່ງ​ທີ່​ນັ່ງ​ຄົນ​ຂັບ ພ້ອມ​ລະ​ບົບ​ຄວາມ​ບັນ​ເທີງ ​ສົມ​ບູນ​ແບບ Isuzu Ultimate Entertainment ໜ້າ​ຈໍ​ລະ​ບົບ​ສຳ​ຜັດ​ຂະ​ໜາດ​ໃຫຍ່ 9 ນິ້ວ ຄົມ​ຊັດ​ລະ​ດັບ HD ຮອງ​ຮັບ​ລະ​ບົບ Apple Car Play ແລະ Android Auto ລະ​ບົບ​ສຽງ​ຮອບ​ທິດ​ທາງ Dynamic Surround Sound 8 ລຳ​ໂພງ.

ເຄື່ອງ​ຈັກ​ອີ​ຊູ​ຊຸ 3,0 ດີ​ດີ​ໄອບລູພາວເວີ ລຸ້ນ 4JJ3-TCX ເຕັກໂນໂລຊີ​ກາ​ຊວນຫຼ້າ​ສຸດ​ ທີ່ສົມ​ບູນ​ແບບມີ​ພະ​ລັງ ແລະ​ ສະ​ມັດ​ຖະ​ນະ​ສູງ​ສຸດ​ໃນ​ທຸກ​ດ້ານ ໃຫ້​ກຳ​ລັງ​ສູງ​ສຸດ 190 ແຮງ​ມ້າ ທີ່ 3.600 ຮອບ ຕໍ່ນາ​ທີ ແຮງ​ບິດ​ສູງ​ສຸດ 450 ນິວ​ຕັ້ນ-ແມັດ ທີ 1.600 – 2.600 ຮອບຕໍ່ນາ​ທີ ພ້ອມ E-VGS TURBO ເທີ​ໂບ​ແປ​ຜັນ​ປັບ​ໄຟ​ຟ້າ ແຮງ​ຈັດ​ຕັ້ງ​ແຕ່​ຮອບ​ຕ່ຳ ຕອບ​ສະ​ໜອງ​ໄດ້​ວ່ອງ​ໄວ ໃຫ້​ສະ​ມັດ​ຖະ​ນະ​ທີ່ຍອດ​ຢ້ຽມ ທັງ​ແຮງ​ມ້າ ແລະ​ ແຮງ​ບິດ​ສູງ​ສຸດ​ໃນ​ລົດ​ລະດັບ​ດຽວ​ກັນ, ພັດ​ທະ​ນາ​ໃໝ່ ເຄື່ອງຈັກອີ​ຊູ​ຊຸ 1,9 ດີ​ດີ​ໄອບລູພາວເວີ Gen 2 ລຸ້ນ RZ4E-TC ທີ່​ໄດ້​ຮັບ​ການ​ພັດ​ທະ​ນາ​ໄປ​ອີກ​ຂັ້ນ ໃຫ້​ພະ​ລັງ​ແຮງ​ສູງ​ສຸດ 150 ແຮງ​ມ້າ ທີ່ 3.600 ຮອບຕໍ່ນາ​ທີ ແຮງ​ບິດ​ສູງ​ສຸດ 350 ນິວ​ຕັ້ນ-ແມັດ ທີ່ 1.800 – 2.600 ຮອບຕໍ່ນາທີ  ຕອບ​ສະ​ໜອງ​​ໄວ​ວາຍິ່ງ​ຂຶ້ນ ອອກ​ຕົວໄວ​ຂຶ້ນ ເລັ່ງ​ແຊງ​ໄວ​ຂຶ້ນ ພ້ອມ​ຕອບ​ສະ​ໜອງ​ການ​ໃຊ້​ງານ​ໄດ້​ທຸກ​ຮູບ​ແບບ. ນອກ​ຈາກນີ້,​ ຍັງ​ໄດ້​ພັດ​ທະ​ນາ​ລະ​ບົບ​ສົ່ງ​ກຳ​ລັງ​ໃໝ່​ເພື່ອ​ໃຫ້​ສາ​ມາດ​ຖ່າຍ​ທອດ​ ພະ​ລັງ​ແຮງ​ແລະ​ຄວາມ​ເລົ້າ​ໃຈ​ຂອງ​ເ​ຄື່ອງຈັກ​ໃໝ່​ໄດ້​ເຕັມ​ປະ​ສິດ​ທິ​ພາບ ຮ່ວມ​ກັບ​ເກຍ ​ອັດ​ຕະ​ໂນ​ມັດ 6 ສະ​ປີດ​ໃໝ່ ຖ່າຍ​​ທອດ​ຈັງ​ຫວະ​ປ່ຽນ​ເກຍ​​ທີ່​ນຸ້ມນວນ ພ້ອມ​ໂໝດ​ຂັບ​ຂີ່​ແບບ​ສະປອດ Rev Tronic ແລະ​ ເກຍ​ທຳ​ມະ​ດາ 6 ສະ​ປີດ​ພັດ​ທະ​ນາ​ໃໝ່​ຮູບແບບ​ສະ​ປອດ ຂັບ​ສະບາຍ ແມ່ນ​ຍຳ​ຍິ່ງ​ຂຶ້ນ, ກະ​ແຈ​ແບບ Keyless Entry ພ້ອມ​ຟັງ​ຊັ່ນ Remote Engine Start ສະ​ຕາດ ​ເຄື່ອງ​ຈັກ​ ດ້ວຍ​ກະ​ແຈ​ລີໂໝດ​ໃນ​ໄລ​ຍະ 20 ແມັດ, ແວ່ນບັງ​ລົມ​ໜ້າ​ແບບ IR Cut ຊ່ວຍກອງ​​ລັງ​ສີອິນ​ຟ​ຣາ​ເຣດ ປ້ອງ​ກັນ​ລັງ​ສີ UVA ແລະ UVB ຊ່ວຍ​ລົດ​ອຸນ​ຫະ​ພູມ​ໃນ​ຫ້ອງ​ໂດຍ​ສານ, ໄຟສ່ອງສະຫວ່າງໃນຫ້ອງໂດຍສານເປີດອັດຕະໂນມັດ ເມື່ອເຂົ້າໃກ້ລົດໃນໄລ​ຍ​ະ 2 ແມັດ, ລະບົບລ໋ອກປະຕູອັດຕະໂນມັດ ເມື່ອຍ່າງອອກ​ ຫ່າງ​ຈາກ​ໂຕ​ລົດ ໄລ​ຍະ 3 ແມັດ, ສາມາດເປີດໄຟສ່ອງ​ສະ​ຫວ່າງໄດ້ນານ 30 ວິນາທີ ຫຼັງຈາກມອດ​ເຄື່ອງຈັກ, ລະ​ບົບ​ປິດ​ໄຟ​ໜ້າ​ອັດ​ຕະ​ໂນ​ມັດ​ ແລະ ໄຟ​ໃນ​ຫ້ອງ​ໂດຍ​ສານ ເມື່ອມອດ​ເຄື່ອງຈັກ ​ແລະເປີດ​ປະ​ຕູ​ລົດ, ລະບົບຄວບຄຸມໄຟ​ລ້ຽວ​ແບບ Smart Touch ສະດວກສະບາຍ ພຽງ​ປາຍນິ້ວ​ສຳ​ຜັດ, ກ້າວ​ສູ່​ອີກ​ລະ​ດັບ​ຂອງ​ມາດ​ຕະ​ຖານ ດ້ວຍ​ການ​ອອກ​ແບບ​ໂຄງ​ສ້າງ​ໂຕ​ຖັງ ແລະ ແພ​ຼດ​ຟອມ​ໃໝ່ຫຼ້າ​ສຸດ “ ISUZU DYNAMIC DRIVE PLATFORM ” ນະ​ວັດ​ຕະ​ກຳລົດກະບະ​ເພື່ອ​ຄວາມສົມດຸນແຫ່ງ​ການ​ຂັບ​ຂີ່ ປະສົມປະສານການ​ທຳ​ງານ​ຂອງ​ໂຄງ​ສ້າງ​ໂຕ​ຖັງ ຄັນຊີ ເ​ຄື່ອງ​ຈັກ ແລະຊ່ວງ​ລ່າງ​ໃຫ້​ທຳ​ງານ​ຮ່ວມ​ກັນ​ເປັນ​ໜຶ່ງ ເພື່ອ​ຄວາມສົມດຸນຂອງການ​ຂັບ​ຂີ່​ທີ່​ສົມ​ບູນ​ແບບ ໂດຍ​ວາງ​ຕຳ​ແໜ່ງ​ເຄື່ອງ​ຈັກ ຫ້ອງ​ໂດຍ​ສານ ກັບ​ຄັນຊີ  ລະ​ບົບ​ການ​ບັງ​ຄັບ​ຄວບ​ຄຸມ​ຂອງ​ພວງ​ມະ​ໄລ​ໃໝ່ ພ້ອມ​ລະ​ບົບ​ກັນ​ສະ​ເທືອນ​ທີ່​ພັດ​ທະ​ນາ​ຂຶ້ນ​ດ້ວຍ​ເຕັກໂນໂລຊີ ​ໃໝ່ ເຮັດໃຫ້​ມີ​ສະ​ມັດ​ຖະນະ​ທີ່ຍອດ​ຢ້ຽມ ເຂົ້າ​ໂຄ້ງ​ໄດ້​ໝັ້ນ​ໃຈ​ຍິ່ງກວ່າ​ເດີມ ນຸ້ມນວນ ນັ່ງ​ສະ​ບາຍ ແຕ່​ແຂງແກ່ນ ທົນ​ທານ ພ້ອມ​ຂັບ​ເຄື່ອນ​ຊີ​ວິດ​ໄປ​ຂ້າງ​ໜ້າ ພະລະກຳລັງ​ທີ່​ໄຮ້​ຂີດ​ຈຳ ກັດ.

ໂຄງ​ສ້າງ​ຫ້ອງ​ໂດຍ​ສານ​ເສີມ​ເຫຼັກ ULTRA – HIGH TENSILE  ແຂງແກ່ນ ແລະ​ທົນ​ທານກວ່າ​ເຫຼັກ​ທຳ​ມະ​ດາຄັນຊີ​ໃໝ່ ຂະ​ໜາດ​ໃຫຍ່ ຮັບ​ແຮງ​ບິດ​ສູງ​ຂຶ້ນ 23%, ຊ່ວງ​ລ່າງ​ໜ້າ​ໃໝ່​ແບບ​ອິດ​ສະຫຼະປີກ​ນົກ 2 ຊັ້ນ DOUBLE WISHBONE ກັບ COIL SPRING, ຊ່ວງ​ລ່າງຫຼັງ​ແໜບ​, ມີ​ໃຫ້​ເລືອກ 6 ສີ ໄດ້​ແກ່ ສີ​ຂາວ​ມຸກ Everest Pearl White, ສີ​ດຳ Bavarian Black Mica, ສີ​ເງິນ Bohemian Silver Metallic, ສີ​ນ້ຳ​ເງິນ Polynesian Blue Metallic, ສີ​ສົ້ມ Valencia Topaz Metallic ແລະ ສີ​ຂາວ Siberian White ພ້ອມ​ຕອບ​ໂຈດ​ການ​ໃຊ້ງານຫຼາກຫຼາຍ​ລຸ້ນ​ດັ່ງ​ນີ້.

  • All-New Isuzu V-Cross 4×4 ລຸ້ນ 2 ປະ​ຕູ ແລະ 4 ປະ​ຕູ 
  • All-New Isuzu D-Max Hi-Lander ລຸ້ນ 4 ປະ​ຕູ 
  • All-New Isuzu D-Max Cab 4
  • All-New Isuzu D-Max Spark 4X2 ແລະ 4X4