ປກສ ເມືອງລອງ ຊັບຊ້ອນບ່ອນປະຈຳການ ພະນັກງານ-ນັກຮົບ

0
802

ໃນອາທິດ ທີ່ຜ່ານມາ, ກອງບັນຊາການ ປກສ ເມືອງລອງ ແຂວງຫຼວງນ້ຳທາ ໄດ້ປະກາດຊັບຊ້ອນບ່ອນປະຈຳ ການຂອງພະນັກງານ-ນັກ ຮົບ,ໂດຍເປັນປະທານຂອງ ພັທ ຄໍາທອນ ເພັດທອງສີ ຫົວໜ້າກອງບັນຊາການ ປກສ ເມືອງລອງ, ມີຄະນະພັກ-ຄະນະກອງບັນຊາການ, ພ້ອມດ້ວຍ ຫົວໜ້າພະແນກ-ຮອງພະແນກ, ປກສ 10 ກຸ່ມບ້ານ ແລະ ພະນັກງານ-ນັກຮົບອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ.

ໃນພິທີ, ຄະນະຈັດຕັ້ງ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ເມືອງລອງ ສະບັບເລກທີ 2110/ກປມ, ລົງ ວັນທີ 18 ກັນຍາ 2020 ວ່າດ້ວຍການຊັບຊ້ອບບ່ອນປະຈຳການ ພະນັກງານ-ນັກຮົບ ຢູ່ແຕ່ລະພະແນກ, ປກສ ກຸ່ມ ທີ່ຂຶ້ນກັບກອງບັນຊາການ ປກສ ເມືອງລອງ ຈຳ ນວນ 7 ສະຫາຍ. ນອກນີ້, ຍັງໄດ້ຜ່ານເນື້ອໃນເອກະ ສານ ວ່າດ້ວຍການຄຸ້ມຄອງ ແລະ ຈັດເກັບລາຍຮັບວິຊາການຜ່ານປະຕູດຽວ ແລະ ຜ່ານເອກະສານອື່ນໆ ອີກຈຳນວນໜຶ່ງ.

ໂອກາດດັ່ງກ່າວ, ພັທ ຄໍາທອນ ເພັດທອງສີ ຫົວໜ້າກອງບັນຊາການ ປກສ ເມືອງລອງ ໄດ້ຮຽກຮ້ອງພະນັກງານ-ນັກຮົບແຕ່ລະສະຫາຍ ພ້ອມກັນຈັດຕັ້ງປະຕິບັດຕາມເນື້ອໃນເອກະສານວ່າດ້ວຍການເກັບລາຍຮັບວິຊາການຜ່ານປະຕູດຽວ ໃຫ້ມີຄວາມໂປ່ງໃສ່.