ຍັງມີເຫດຄະດີທີ່ມີລັກສະນະຄ້າຍຄືກັນນີ້ ເກີດຂຶ້ນທີ່ນະຄອນເກິ່ນເທີ ໃນໄລຍະເດືອນພຶດສະພາ 2018, ເຊິ່ງ ທ້າວ ຫງວຽນວັນຖາຍ ແລະ ທ້າວ ຫງວຽນວັນເທີ ເປັນອ້າຍ-ນ້ອງກັນ; ທັງ 2 ຄົນ ແມ່ນດຳລົງຊີວິດຢູ່ເມືອງດຽວກັນ ທີ່ເມືອງຟ້ອງດ່ຽນ ນະຄອນເກິ່ນເທີ ການດຳລົງຊີວິດຂອງທັງ 2 ໃນແຕ່ລະມື້ກໍມີຜິດຖຽງກັນ ແລະ ຂຶ້ນສຽງໃສ່ກັນຕະຫຼອດມາ, ສ່ວນສາເຫດຜິດຖຽງກັນນັ້ນ ກໍຍ້ອນເລື່ອງການຂັດແຍ່ງດິນ.

ສາເຫດທີ່ພາໃຫ້ເກີດເຫດ ຍ້ອນຜູ້ເປັນແມ່ໄດ້ແບ່ງດິນຂາຍໃຫ້ ທ້າວ ເທີ ໃນເນື້ອທີ່ 2.500 ຕາແມັດ ເຊິ່ງເປັນດິນນາໃນລາຄາ 150 ລ້ານດົ່ງ, ທ້າວ ເທີ ໄດ້ຈ່າຍເງິນໃຫ້ກ່ອນ 60 ລ້ານດົ່ງ ສ່ວນທີ່ເຫຼືອຫຼັງຈາກເຮັດໃບຕາດິນໃຫ້ແລ້ວ ຈຶ່ງຈະຈ່າຍໃຫ້ທັງໝົດ; ແຕ່ ທ້າວ ຖາຍ ບໍ່ເຫັນດີກັບການຂາຍດິນນາຕອນດັ່ງກ່າວໃຫ້ຜູ້ເປັນອ້າຍ ເນື່ອງຈາກວ່າລາຄາຕ່ຳເກີນໄປ, ຈຶ່ງພະຍາຍາມຫາທາງຍົກເລີກ ເພື່ອໄປຂາຍໃຫ້ຄົນອື່ນທີ່ຈະໃຫ້ລາຄາສູງກວ່າ.

ຕົກມາຮອດຕອນແລງຂອງວັນທີ 15 ພຶດສະພາ 2018, ທ້າວ ເທີ ກັບມາແຕ່ໄປດື່ມເຫຼົ້າ ແລະ ໄດ້ແວ່ເຂົ້າໄປເຮືອນແມ່ ເວລານັ້ນພໍດີໄດ້ຍິນແມ່ກັບນ້ອງຊາຍກຳລັງສົນທະນາເລື່ອງການໂອນສິດ ແລະ ເຮັດໃບຕາດິນ; ຂະນະນັ້ນ, ທ້າວ ເທີ ໄດ້ຍິນຈຶ່ງໄດ້ເວົ້າສອດເຂົ້າໄປ ແລ້ວກໍເກີດຜິດຖຽງກັບ ທ້າວ ຖາຍ ເພາະວ່າແນວໃດ ທ້າວ ຖາຍ ກໍບໍ່ເຫັນດີ ແລະ ບໍ່ຍອມເຊັນໃຫ້ເດັດຂາດ; ດັ່ງນັ້ນ, ທັງ 2 ອ້າຍ-ນ້ອງ ຈຶ່ງຜິດຖຽງກັນຂັ້ນຮຸນແຮງ ແລະ ຕີກັນ ແລະ ເມື່ອເກີດຄວາມແຄ້ນຈົນຕັ້ງສະຕິບໍ່ໄດ້ ທ້າວ ເທີ ໄດ້ຈັບເອົາມີດແທງນ້ອງຊາຍຕົນເອງຈົນໄດ້ຮັບບາດເຈັບສາຫັດ ແລະ ເສຍຊີວິດໃນເວລານຳສົ່ງໂຮງໝໍ.

ຫວນຄືນເມື່ອວັນທີ 26 ມິຖຸນາ 2015 ທີ່ຕາແສງບິ່ງຮວ່າ ເມືອງຊົ່ງໂຈມ ແຂວງເບນແຈ, ກໍເກີດເຫດການຜິດຖຽງກັນຍ້ອນຍາດດິນ ຈົນເຖິງຂັ້ນລົງມືທຳຮ້າຍກັນຈົນເສຍຊີວິດ; ເຊິ່ງເຫດການດັ່ງກ່າວ ແມ່ນເກີດຂຶ້ນເນື່ອງຈາກວ່າ 2 ອ້າຍ-ນ້ອງ ຊື່ ທ້າວ ຮຸ່ງ ແລະ ທ້າວ ຟຸກ ທັງ 2 ແມ່ນຢູ່ຕາແສງບິ່ງຮວ່າ ເກີດການຜິດຖຽງກັນຂັ້ນຮຸນແຮງເລື່ອງດິນ ເມື່ອຕົກລົງກັນບໍ່ໄດ້ ທັງສອງກໍຈັບເອົາມີດຄົນລະດວງແລ່ນອອກໄປນອກເດິ່ນ ເພື່ອລົມກັນໃຫ້ເຂົ້າໃຈ ແຕ່ເຫດການດັ່ງກ່າວບໍ່ສາມາດຕົກລົງກັນໄດ້ ຈົນກາຍເປັນເຫດລົງມືໃຊ້ມີດຕໍ່ສູ້ກັນ ຈົນໄດ້ຮັບບາດເຈັບໜັກ ແລະ ເຮັດໃຫ້ ທ້າວ ຟຸກ ເສຍຊີວິດ.

ຕາມການລາຍງານຂອງເຈົ້າໜ້າທີ່ຕຳຫຼວດ ໃຫ້ຮູ້ວ່າ: ສາເຫດຂອງການຜິດຖຽງກັນຈົນກາຍເປັນເລື່ອງເສົ້າສະຫຼົດນີ້ ແມ່ນຍ້ອນຂັດແຍ່ງເລື່ອງດິນໃນຄອບຄົວ. ພ້ອມນັ້ນ, ປະຊາຊົນໃນທ້ອງຖິ່ນດັ່ງກ່າວ ຍັງໃຫ້ຮູ້ຕື່ມວ່າ: ທັງສອງອ້າຍ-ນ້ອງດັ່ງກ່າວ ແມ່ນເກີດຜິດຖຽງກັນເລື່ອງດິນຕອນດຽວນັ້ນຕະຫຼອດເວລາ ແລະ ມີບັນຫາກັນມາແຕ່ດົນແລ້ວ ແລະ ມີບາງຄັ້ງຍັງຂູ່ວ່າຈະຂ້າກັນ; ເຊິ່ງຜ່ານມາ ທາງອຳນາດການຈັດຕັ້ງຕາແສງ, ກໍໄດ້ນຳຕົວທັງສອງມາປັບຄວາມເຂົ້າໃຈ ແລະ ສຶກສາອົບຮົມຫຼາຍຄັ້ງ ແຕ່ກໍບໍ່ເປັນຜົນ ຈົນສຸດທ້າຍຈຶ່ງເກີດເຫດການດັ່ງກ່າວຂຶ້ນ.

ເຈົ້າໜ້າທີ່່ພະແນກສືບສວນ-ສອບສວນຄະດີອາຍາ ກອງບັນຊາການຕຳຫຼວດ ນະຄອນຫຼວງຮ່າໂນ້ຍ ໃຫ້ຮູ້ວ່າ: ຜ່ານມາ, ແມ່ນຍັງໄດ້ຮັບການແກ້ໄຂ ແລະ ດຳເນີນຄະດີຕໍ່ຜູ້ລົງມືກໍ່ເຫດໃນຄະດີທຳຮ້າຍຮ່າງກາຍ ຫຼື ຄາດຕະກຳ ເຊິ່ງມີສາເຫດຈາການຍາດແຍ່ງດິນ, ຂັດແຍ່ງເລື່ອງແດນຕໍ່ກັນ ແຕ່ສ່ວນຫຼາຍເຫດການເກີດຂຶ້ນແມ່ນກັບສະມາຊິກໃນຄອບຄົວດຽວກັນ ທີ່ແບ່ງປັນສ່ວນສືບທອດມູນມໍລະດົກ; ນອກຈາກນັ້ນ, ຫ້ອງການຕຳຫຼວດ ກໍມັກຈະໄດ້ຮັບໜັງສືຈາກປະຊາຊົນໃຫ້ໄປໄກ່ເກ່ຍຄະດີກ່ຽວກັບການຂັດແຍ່ງດິນ ຢູ່ເປັນປະຈຳ.

ດັ່ງກໍລະນີຈະກ່າວຕໍ່ໄປນີ້: ຄືໃນໄລຍະກາງເດືອນເມາສາ 2019 ມີໜັງສືຈາກ ນາງ ຫງວຽນທິ T ຢູ່ຄຸ້ມຟຸກເລີ້ຍ ເຂດລັອງບ້ຽນ ນະຄອນຫຼວງຮ່າໂນ້ຍ ເຊິ່ງໄດ້ເຮັດໜັງສືໃນລັກສະນະຟ້ອງຫຼານສາວ 2 ຄົນ ໃນສະຖານຍັກຍອກເອົາຊັບ.

ປີນີ້ ນາງ T ອາຍຸ 90 ກວ່າປີແລ້ວ, ມີລູກ 5 ຄົນ ຊາຍ 1 ຄົນ ມີດິນ 2 ຕອນ ເນື້ອທີ່ 100 ຕາແມັດ ແລະ 300 ຕາແມັດ, ຕາມການຄາດໝາຍໄວ້ວ່າ: ຖ້າຫາກຕົນເອງໝົດບຸນໄປ ກໍຈະແບ່ງດິນທີ່ມີນີ້ໃຫ້ລູກທັງ 5 ຄົນ ສະເໝີກັນ.

ແຕ່ຄວາມຫວັງດັ່ງກ່າວ ບໍ່ເປັນຈິງ ເນື່ອງຈາກວ່າມີຫຼານສາວ 2 ຄົນ ໄດ້ວາງແຜນການຕົວະຍົວະຫຼອກລວງປ່ຽນຊື່ເອົາດິນທັງ 2 ຕອນນັ້ນ; ເຫດການເກີດຂຶ້ນໃນເດືອນມີນາ 2019, ເມື່ອຫຼານສາວຂອງຜູ້ກ່ຽວເອງໄດ້ມາຊວນຜູ້ກ່ຽວອອກໄປທີ່ຫ້ອງການຕາດິນເມືອງ ເພື່ອໃຫ້ຈ້ຳໂປ້ມືໃສ່ເອກະສານທີ່ຜູ້ກ່ຽວບໍ່ຮູ້ຫຍັງນຳ ແລະ ກ່ອນໜ້າຈະພາໄປພວກກ່ຽວໄດ້ບອກວ່າ ຈະພາໄປຫາຊື້ເຄື່ອງເປັນຂອງຂວັນໃຫ້ ເຊິ່ງພວກເຂົາໄດ້ພາໄປເລາະຊື້ເຄື່ອງນຸ່ງ ແລະ ເຄື່ອງໃຊ້ ແລ້ວກໍພາຜູ້ກ່ຽວເຂົ້າໄປທີ່ຫ້ອງການຕາດິນ.

ຕາມການລາຍງານຂອງເຈົ້າໜ້າທີ່ທີ່ດິນ ໃຫ້ຮູ້ວ່າ:

ຫຼານຂອງຜູ້ກ່ຽວທັງ 2 ຄົນ ບອກວ່າ ພຽງແຕ່ຢາກຂໍແຍກດິນຕອນທີ່ມີເນື້ອທີ່ 100 ຕາແມັດອອກ ເພື່ອຂໍປຸກເຮືອນຢູ່ສ່ວນຕົວ.

ແຕ່ຜ່ານໄປ 1 ເດືອນ, ນາງ T ກໍຮູ້ວ່າ: ຫຼານສາວທີ່ໂລບມາກໂລພານີ້ ບໍ່ໄດ້ເປັນດັ່ງທີ່ຄິດໄວ້ ໂດຍພວກກ່ຽວໄດ້ແລ່ນເອກະສານຂໍປ່ຽນຊື່ເຈົ້າຂອງກຳມະສິດດິນເດີມມາເປັນຊື່ຂອງພວກເຂົາເປັນທີ່ຮຽບຮ້ອຍ; ນາງ T ເວົ້າວ່າ ດິນຕອນດັ່ງກ່າວມີມູນຄ່າປະມານ 8 ຕື້ດົ່ງ. ເມື່ອເປັນແນວນັ້ນ, ຈຶ່ງເຮັດໃຫ້ ນາງ T ເກີດຄວາມໂກດເຄືອງ ເມື່ອຮູ້ວ່າຫຼານສາວແທ້ໆຂອງຕົນເອງສ້າງແຜນເນລະຄຸນໄດ້ເຖິງຂະໜາດນີ້ ຈຶ່ງໄດ້ລາຍງານກັບບັນດາລູກແຕ່ລະຄົນໃຫ້ມາແກ້ໄຂຊ່ວຍກັນ.

ຈາກນັ້ນ, ທາງຄອບຄົວກໍໄດ້ເອີ້ນກັນມາປຶກສາຫາລືແກ້ໄຂຕໍ່ກັບສະພາບທີ່ເກີດຂຶ້ນຕັ້ງຫຼາຍຄັ້ງ ແຕ່ກໍຍັງບໍ່ສາມາດແກ້ໄຂໄດ້, ສ່ວນບັນດາຫຼານຊາຍຍາມໃດທີ່ພົບໜ້າແມ່ເຖົ້າ ກໍອົດອີ່ດູສົງສານບໍ່ໄດ້ ແລະ ພົບໜ້າ 2 ເອື້ອຍທີ່ຮ່ວມກັນຫຼອກລວງນັ້ນ ພັດເກີດແນວຄິດກຽດຊັງ ແລະ ມີບາງຄັ້ງຍັງນາບຂູ່ເຖິງຂັ້ນຈະຂ້າກັນ.

ທັ້ງນີ້, ເຈົ້າໜ້າທີ່ໄດ້ກ່າວຝາກເຖິງທຸກຄົນທີ່ກຳລັງດຳລົງຊີວິດໃນສັງຄົມ ໂດຍສະເພາະກັບບຸກຄົນໃນຄອບຄົວດຽວກັນ ທີ່ຈະເປັນຜູ້ສືບທອດມູນມໍລະດົກ (ດິນ) ຂອງພໍ່-ແມ່ ເພື່ອບໍ່ໃຫ້ມີບັນຫາໃນຄອບຄົວ ແລະ ຄົນອ້ອມຂ້າງ; ພ້ອມທັງເພື່ອຮັກສາຄວາມສາມັກຄີຮັກແພງຂອງທຸກຄົນທີ່ເປັນສະມາຊິກໃນຄອບຄົວ ແມ່ນຈະຕ້ອງໄດ້ເຮັດໃຫ້ຖືກຕ້ອງ, ຊັດເຈນກ່ຽວກັບການແບ່ງປັນມູນ ໂດຍໃຫ້ມີພາກສ່ວນການຈັດຕັ້ງບ້ານ, ຕາແສງ ຫຼື ອົງການທີ່ກ່ຽວຂ້ອງໄດ້ເຂົ້າຮ່ວມ ເພື່ອຄວາມຖືກຕ້ອງ, ຖ້າບໍ່ດັ່ງນັ້ນ ອາດເກີດມີບັນຫາຕາມມາໃນພາຍຫຼັງ ຢ່າງແນ່ນອນ.

+ ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ