ປກສ ແຂວງວຽງຈັນ ເຊື່ອມຊຶມເອກະສານ ສໍາຄັນຂອງພັກ

0
727

ຫ້ອງການເມືອງ ກອງບັນຊາການ ປກສ ແຂວງວຽຽງຈັນ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິຂອງກົມການເມືອງສູນກາງພັກ ແລະ ມະຕິຂອງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ໃນວັນທີ 29 ກັນຍາ ຜ່ານມາ,ເປັນປະທານ ແລະ ເຜີຍແຜ່ເອກະສານ ໂດຍສະຫາຍ ພັທ ຄໍາແຝງ ສີມູນ ຄະນະພັກກອງບັນຊາການ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງການເມືອງ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານນັກຮົບ ເຂົ້າຮ່ວມ.

ພັທ ຄໍາແຝງ ສີມູນ ໄດ້ເຜີຍແຜ່ມະຕິກົມການເມືອງສູນກາງພັກ ສະບັບເລກທີ 073/ກມສພ, ລົງວັນທີ 14ພຶດ ສະພາ 2019 ວ່າດ້ວຍການສ້າງແຜນກໍ່ສ້າງ-ບໍາລຸງ ພະນັກງານນໍາພາ-ຄຸ້ມຄອງ, ມະຕິກົມການເມືອງສູນກາງພັກ ສະບັບເລກທີ 111/ກມສພ, ລົງວັນທີ 22 ພຶດສະພາ 2020 ວ່າດ້ວຍເພີ່ມທະວີວຽກງານປ້ອງກັນຄວາມສະຫງົບ ໃນສະພາບການໃໝ່, ມະຕິຂອງຄະນະພັກກະຊວງປ້ອງກັນຄວາມສະຫງົບ ສະ ບັບເລກທີ 39/ຄພປກສ, ລົງວັນທີ 2 ພະຈິກ 2018 ວ່າດ້ວຍການຂຶ້ນແຜນກໍານົດພະນັກງານນໍາພາ-ບັນຊາ ໃນກໍາລັງປ້ອງກັນຄວາມສະ ຫງົບ ແລະ ຄໍາເເນາະນໍາ ຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1143/ປກສ, ລົງວັນທີ 03 ມີຖຸນາ 2020 ວ່າດ້ວຍການຈັດ ຕັ້ງປະຕິບັດກົດໝາຍ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ (ສະບັບປັບປຸງ) ແລະ ເອກະສານທີ່ສໍາຄັນອື່ນໆອີກ.

ການເຊື່ອມຊຶມມະຕິ ທີ່ສຳຄັນຄັ້ງນີ້, ກໍເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ພາຍໃນຫ້ອງການເມືອງ ກໍຄື ກຳລັງປ້ອງກັນຄວາມສະຫງົບ ແຂວງວຽງຈັນ ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊີ່ງ, ກໍາແໜ້ນເນື້ອໃນຈິດໃຈມະຕິດັ່ງກ່າວ ແນໃສ່ສ້າງຄວາມໜັກແໜ້ນດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບ ແຜນວິ ທີເຮັດວຽກ ຕະຫຼອດຮອດແບບແຜນການດໍາລົງຊີວິດໃຫ້ປອດໃສ. ພ້ອມນັ້ນ, ກໍເພື່ອສ້າງກະແສແນວຄິດຂອງບັນດາເປົ້າໝາຍສະມາຊິກພັກ ໃຫ້ມີຄວາມເຊື່ອໝັ້ນຕໍ່ແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ໃນການຊີ້ນໍາ-ນຳພາ ພັດທະນາເສດຖະກິດ-ສັງຄົມ ກໍຄື ການປະກອບສ່ວນເຂົ້າໃນການສ້າງສາພັດທະນາ ແຂວງວຽງຈັນ ໃຫ້ນັບມື້ມີການພັດ ທະນາໄປຕາມຍຸກສະໄໝ. ພ້ອມດຽວກັນນັ້ນ, ກໍເພື່ອໃຫ້ເຫັນຄວາມພະຍາຍາມຂອງພັກໃນການເພີ່ມທະວິແກ້ໄຂຄວາມຫຍຸ້ງຍາກດ້ານເສດ ຖະກິດ ແລະ ເພື່ອສ້າງຄວາມເຂັ້ມແຂງໃນການຄຸ້ມຄອງ ປັບປຸງຮາກຖານການເມືອງ ຂອງລະບອບປະຊາທິປະໄຕ ປະຊາຊົນລາວ ໃຫ້ມີຄວາມເຂັ້ມແຂງແລະໜັກແໜ້ນຂຶ້ນກ່ວາເກົ່າ.