ລະບອບມາເຟຍ ໃນຍຸກທັນສະໄໝທີ່ເກາະຊີຊິລີ ປະເທດອີຕາລີ ເບິ່ງແລ້ວແມ່ນກຳລັງເລີ່ມຕົ້ນ ເຊິ່ງວິທີການຫາເງິນຂອງກຸ່ມເຄື່ອນໄຫວເຫຼົ່ານີ້ ແມ່ນດ້ວຍວິທີທີ່ຫຼ້າສະໄໝທີ່ສຸດ ໂດຍພວກເຂົາຈະໃຊ້ວິທີບັງຄັບບຸກຄົນທີ່ເປັນນັກທຸລະກິດ ໃຫ້ຈ່າຍເງິນຄ່າຄຸ້ມຄອງໃຫ້ກັບພວກເຂົາ.

ໃນຫຼາຍປີຜ່ານມາ, ບັນດານັກທຸລະກິດທີ່ເມືອງ Bagheria ເຊິ່ງເປັນຕົວເມືອງນ້ອຍແຫ່ງໜຶ່ງ ທີ່ມີຄວາມສວຍງາມ ແລະ ຢູ່ໃກ້ກັບເມືອງ Palermo, ທ່ານມະຫາເສດຖີຂອງເກາະຊີຊິລີ ກໍຖືກບັງຄັບໃຫ້ຈ່າຍເງິນຄ່າຄຸ້ມຄອງໃຫ້ກຸ່ມມາເຟຍ ດ້ວຍເງິນເກົ່າຂອງປະເທດອີຕາລີ (ເງິນ Lire); ຕໍ່ມາ, ເມື່ອ ອີຕາລີ ໄດ້ເຂົ້າຮ່ວມເປັນສະມາຊິກສະຫະພາບເອີຣົບ ພວກເຂົາກໍໄດ້ປ່ຽນຮູບແບບການເກັບເງິນ ມາເປັນເງິນເອີໂຣແທນ.

ສະພາບການດັ່ງກ່າວ ແມ່ນໄດ້ແກ່ຍາວເປັນເວລາຫຼາຍປີ ແລະ ບໍ່ມີໃຜຮັບຮູ້ ຖ້າຫາກວ່ານັກທຸລະກິດ ຫຼື ຜູ້ປະກອບການໃດໜຶ່ງບໍ່ມີການເຕົ້າໂຮມກັນ ເພື່ອສະກັດກັ້ນ ແລະ ລົງມືມ້າງທຳລາຍກົດໝາຍ “Omerta” (ກົດໝາຍມິດງຽບ) ແລ້ວລາຍງານສະພາບການດັ່ງກ່າວ ໃຫ້ຕໍາຫຼວດຮັບຮູ້ກ່ຽວກັບທຸກຢ່າງທີ່ພວກມາເຟຍ ໄດ້ກະທຳໃນຫຼາຍປີຜ່ານມາ.

ໃນຫຼາຍປີຜ່ານມາ, ເມືອງ Bagheria ແມ່ນເຄີຍເປັນບ່ອນລີ້ຊ້ອນທີ່ປອດໄພຂອງຜູ້ເປັນເຈົ້າພໍ່ Bernardo Provenzano, ຫົວໂປ່ໃຫຍ່ຂອງແກ້ງມາເຟຍ Cosa Nostra (Mafia Sicily) ຫຼັງຈາກທີ່ເຈົ້າພໍ່ Toto Riina ຖືກເຈົ້າໜ້າທີ່ຕໍາຫຼວດຈັບຕົວໃນປີ 1993; ເຊິ່ງສະຖານທີ່ດັ່ງກ່າວ ແມ່ນນອນຢູ່ໃນເກາະດອນ ແລະ ເປັນສະຖານທີ່ທີ່ເຮັດໃຫ້ພວກເຂົາເຄື່ອນໄຫວເກັບເງິນ ຈົນໄດ້ຮັບໝາກຜົນຫຼາຍທີ່ສຸດ.

ຮູບການບັງຂັບໃຫ້ບຸກຄົນທີ່ເປັນນັກທຸລະກິດ ຈ່າຍເງິນຄ່າຄຸ້ມຄອງໃນແຕ່ລະເດືອນ ແລະ ການເຄື່ອນໄຫວຄ້າຂາຍເຮັດທຸລະກິດທຸກຢ່າງ ລ້ວນແຕ່ຕ້ອງໄດ້ຈ່າຍເງິນໃນລາຄາສູງໃຫ້ກັບພວກເຂົາ; ຖ້າບໍ່ດັ່ງນັ້ນ, ກໍຈະເກີດເຫດຮ້າຍກັບຄອບຄົວ ຫຼື ຕົວບຸກຄົນນັ້ນໆ ເຊັ່ນວ່າ: ພວກເຂົາຈະທັບມ້າງສະຖານທີ່ພັກເຊົາ, ຈູດລົດ ຫຼື ນາບຂູ່ເອົາຊັບສິນ ແລະ ຮ້າຍແຮງໄປກວ່ານັ້ນແມ່ນ ການຈັບຕົວຮຽກຄ່າໄຖ່, ການລ່ວງລະເມີດທາງເພດ ຫຼື ການຄາດຕະກຳ.

ເຊິ່ງມີຜູ້ຖືກເຄາະຮ້າຍຈຳນວນບໍ່ໜ້ອຍ ທີ່ຕົກເປັນເຫຍື່ອຂອງກຸ່ມມາເຟຍ, ທ້າວ Domenico Toia ເຈົ້າຂອງບໍລິສັດກໍ່ສ້າງຂະໜາດໃຫຍ່ໃນເມືອງດັ່ງກ່າວ ກໍເປັນຄົນໜຶ່ງທີ່ຕົກເປັນຜູ້ຖືກເຄາະຮ້າຍ ໂດຍຖືກພວກກ່ຽວບັງຄັບໃຫ້ຈ່າຍເງິນຄ່າຄຸ້ມຄອງ ເປັນເວລາຫຼາຍປີ ນັບຕັ້ງແຕ່ປີ 1980 ເປັນຕົ້ນມາ ແລະ ຕ້ອງຈ່າຍໃຫ້ພວກເຂົາເປັນປົກກະຕິ ເຖິງແມ່ນວ່າທຸລະກິດຂອງຕົນຈະລົ້ມລະລາຍ ກໍຕາມ. ດັ່ງນັ້ນ, ທ້າວ Domenico Toia ຈຶ່ງຕັດສິນໃຈແຈ້ງຄວາມກັບເຈົ້າໜ້າທີ່ຕຳຫຼວດກ່ຽວກັບ ສະພາບການທັງໝົດທີ່ເກີດຂຶ້ນກັບຕົນເອງ.

ຕໍ່ກັບ ທ້າວ Gioacchino Sciortino ເຊິ່ງເປັນບຸກຄົນໜຶ່ງທີ່ຕໍ່ສູ້ກັບກຸ່ມມາເຟຍ ໂດຍຜູ້ກ່ຽວຕໍ່ຕ້ານບໍ່ຍອມຈ່າຍເງິນຄ່າຄຸ້ມຄອງໃຫ້ກັບພວກເຂົາອີກຕໍ່ໄປ, ຜູ້ກ່ຽວຈຶ່ງເກີດຄວາມຢ້ານກົວວ່າ ຈະຖືກທຳຮ້າຍຈາກພວກມາເຟຍ ຈຶ່ງຕັດສິນໃຈຂ້າຕົວຕາຍທີ່ຮ້ານຄ້າຂອງຕົນເອງ. ແຕ່ຕໍ່ກັບບັນດານັກທຸລະກິດອື່ນອີກ 36 ຄົນ ທີ່ບໍ່ຕ້ອງການໃຫ້ເກີດເຫດການແບບນີ້ຂຶ້ນກັບຕົນເອງອີກ; ດັ່ງນັ້ນ, ຈຶ່ງພ້ອມກັນເຂົ້າມາແຈ້ງຄວາມເອົາຜິດກັບກຸ່ມມາເຟຍ ເພື່ອເຮັດໃຫ້ຕົນເອງຫຼຸດພົ້ນ ຈາກການຖືກກົດຂີ່ຂູດຮີດຂອງກຸ່ມມາເຟຍເຫຼົ່ານັ້ນ.

ເດືອນກໍລະກົດ 2015, ລາຍຄະດີທີ່ໃສ່ຊື່ວ່າ GEA ຂອງ ສຳນັກງານລົບລ້າງມາເຟຍແຫ່ງຊາດ ອີຕາລີ ສາຂາ Rome ໂດຍການປະສານສົມທົບກັບ ຕຳຫຼວດນະຄອນ Napoli, Salerno, Palermo, Caltanisetta, Catania ແລະ  Bologna ສາມາດຢຸດຕິບັ້ນກວດລ້າງກຸ່ມມາເຟຍ ໃນຂົງເຂດດັ່ງກ່າວໄດ້; ໂດຍເຈົ້າໜ້າທີ່ສາມາດຈັບຕົວເປົ້າໝາຍໄດ້ 20 ຄົນ ແລະ ອີກ 40 ຄົນ ຖືກດຳເນີນການສືບສວນ-ສອບສວນ ພ້ອມດ້ວຍເງິນສົດຫຼາຍກວ່າ 100 ລ້ານເອີໂຣ ເຊິ່ງເປັນເງິນທີ່ກ່ຽວຂ້ອງກັບຂະບວນການຂອງກຸ່ມມາເຟຍ ທີ່ໃຊ້ຮູບແບບກວດກາ ແລະ ເກັບຄ່າຄຸ້ມຄອງ ຈາກຜູ້ປະກອບການດ້ານການຄ້າຂາຍ ຕາມບັນດາຕະຫຼາດໃຫຍ່ໆໃນຫຼາຍຂົງເຂດ ທົ່ວປະເທດອີຕາລີ.

ບັນດາເປົ້າໝາຍທີ່ຖືກເຈົ້າໜ້າທີ່ຈັບຕົວໄດ້ນັ້ນ ສ່ວນຫຼາຍແມ່ນບັນດານັກລົງທຶນໃນວຽກຜະລິດກະສິກຳ ແລະ ຂາຍສິນຄ້າທີ່ໄດ້ຈາກການຜະລິດກະສິກຳ, ເຊິ່ງພວກກ່ຽວແມ່ນຖືກສົງໄສວ່າ ມີສ່ວນພົວພັນກັບກຸ່ມມາເຟຍ, ມີການຍາດແຍ່ງທາງດ້ານທຸລະກິດຢ່າງບໍ່ຊອບທຳ ໂດຍການຂົ່ມຂູ່, ໃຊ້ກຳລັງຮຸນແຮງ ຫຼື ວິທີການອື່ນອີກ.

ຕາມການໃຫ້ຮູ້ຂອງ ພະນັກງານສືບສວນ-ສອບສວນ ວ່າ:

ຕະຫຼອດໄລຍະເວລາອັນຍາວນານ, ກຸ່ມ Casalesi ເຊິ່ງເປັນກຸ່ມມາເຟຍຂອງເຂດ Campania ແລະ Mallardo, ກຸ່ມມາເຟຍໃນ Catania ເທິງເກາະ Sicily ແມ່ນໄດ້ເຊື່ອມຕໍ່ຜ່ານກຸ່ມຄົນເຫຼົ່ານີ້ ເພື່ອດຳເນີນການກວດວຽກນຳເຂົ້າສິນຄ້າກະສິກຳ ຕາມບັນດາຕະຫຼາດໃຫຍ່ທີ່ສຸດຂອງພາກໃຕ້ ປະເທດອີຕາລີ.

ຕາມອົງການລົບລ້າງມາເຟຍແຫ່ງຊາດ ໃຫ້ຮູ້ວ່າ:

ກຸ່ມມາເຟຍດັ່ງກ່າວ ໄດ້ສ້າງລະບົບເຄືອຂ່າຍເຮັດການກວດກາ ເບິ່ງແລ້ວແມ່ນໃນລັກສະນະກຳອຳນາດຕໍ່ກັບບັນດາຕະຫຼາດໃຫຍ່ທີ່ເປັນຕະຫຼາດສິນຄ້າກະສິກຳ.

ໂດຍຮູບການທຸກພາກສ່ວນ ແມ່ນໃຫ້ນຳສິນຄ້າເຂົ້າສາງ ຫຼື ຟາມທີ່ຕົນຮູ້ຈັກລຶ້ງເຄີຍກ່ອນ ແລ້ວຕ້ອງໄດ້ຈ່າຍຄ່າຄຸ້ມຄອງປ້ອງກັນໃຫ້ກັບພວກກ່ຽວ, ຈາກນັ້ນແມ່ນໄດ້ຂົນສົ່ງສິນຄ້າເຫຼົ່ານັ້ນອອກຕະຫຼາດ ດ້ວຍລົດຂົນສົ່ງຂະໜາດນ້ອຍ ເພື່ອໃຫ້ພວກກ່ຽວເຮັດການກວດກາ; ຫຼັງຈາກສິນຄ້າເຂົ້າເຖິງຕະຫຼາດແລ້ວ, ພວກກ່ຽວຈະບີບລາຄາພາສີພິເສດຂຶ້ນອີກ ເພື່ອເປັນການບັງຄັບໃຫ້ນັກລົງທຶນຕ້ອງໄດ້ຈ່າຍ.

ລວມວັດຖຸຂອງກາງທີ່ເຈົ້າໜ້າທີ່ຢຶດມາໄດ້ ລວມມີລົດຂົນສົ່ງຈຳນວນຫຼາຍຄັນ, ເງິນ 100 ກວ່າລ້ານເອີໂຣ ພ້ອມດ້ວຍວັດຖຸຂອງກາງອື່ນໆທີ່ຮັບໃຊ້ໃຫ້ກັບກຸ່ມມາເຟຍດັ່ງກ່າວ.

ດ້ານສະມາຄົມຜູ້ຜະລິດກະສິກຳ ອີຕາລີ (Coldiretti) ໃຫ້ຮູ້ວ່າ:

ລາຄາສິນຄ້າກະສິກຳທີ່ວາງຂາຍໃນທ້ອງຕະຫຼາດ ແມ່ນມີລາຄາສູງກວ່າລາຄາຜະລິດ 2-3 ເທົ່າ ເຊິ່ງມີຕົ້ນເຫດມາຈາກການກະທຳຂອງກຸ່ມມາເຟຍ ໂດຍຜ່ານການກວດກາເກັບຄ່າຄຸ້ມຄອງ ແລະ ຜ່ານລະບົບບໍລິຫານຂອງພວກເຂົາ.

ຢ່າງໃດກໍຕາມ, ໃນເດືອນພະຈິກ 2015, ເປົ້າໝາຍມາເຟຍຈຳນວນ 22 ຄົນ ຖືກເຈົ້າໜ້າທີ່ຕຳຫຼວດຈັບຕົວ ແລະ ເປົ້າໝາຍອີກຈຳນວນຫຼາຍ ແມ່ນຖືກຕິດຕາມຈັບຕົວເຊັ່ນກັນ ເພາະມີສ່ວນກ່ຽວຂ້ອງກັບການເກັບເງິນຄ່າຄຸ້ມຄອງ.

ສຳລັບຜູ້ຄົນຈຳນວນຫຼາຍທີ່ເມືອງ Bagheria ໄດ້ສະແດງຄວາມດີໃຈຕໍ່ກັບບັ້ນການປາບປາມດັ່ງກ່າວ ເພາະວ່າມັນໄດ້ເປັນບັ້ນການກວດລ້າງທີ່ມີຄວາມໝາຍທີ່ສຸດສຳລັບພວກເຂົາ.

ຕໍ່ກັບເຫດການນີ້, ທ່ານ Matteo Renziປະທານາທິບໍດີ ອີຕາລີ ໄດ້ສະແດງຄວາມຂອບໃຈບັນດານັກທຸລະກິດທຸກຄົນຜ່ານທາງທະວິດເຕີ ວ່າ:

ຍ້ອນຄວາມກ້າຫານເດັດຂາດທີ່ບໍ່ຍອມຈ່າຍເງິນຄ່າຄຸ້ມໃຫ້ກັບພວກເຂົາ ແລະ ຍ້ອນກຳລັງຕຳຫຼວດ ແລະ ອົງການສືບສວນ-ສອບສວນ Bagheria ທີ່ໃຫ້ການເອົາໃຈໃສ່ຕິດຕາມ ແລະ ເຮັດວຽກຢ່າງຈິງຈັງ ໃນການປາບປາມກຸ່ມມາເຟຍດັ່ງກ່າວ ຈົນໄດ້ຮັບຜົນສຳເລັດຕາມຄາດໝາຍ ແລະ ຊ່ວຍໃຫ້ຜູ້ເຄາະຮ້າຍຫຼຸດພົ້ນ ຈາກການຖືກຂູດຮີດຂອງກຸ່ມມາເຟຍ.

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ