ປກສ ແຂວງວຽງຈັນ ປະກາດສັບຊ້ອນພະນັກງານ-ນັກຮົບ ທີ່ສຳເລັດການສຶກສາ

0
919

ກອງ​ບັນຊາ​ການ ປກສ ​ແຂວງ​ວຽງຈັນ​ ໄດ້ປະກາດ​ສັບຊ້ອນພະນັກງານ-ນັກຮົບ ທີ່ສໍາເລັດການສຶກສາ ປະຈຳປີ 2020, ເປັນປະທານໂດຍ ພັທ ຄຳແຝງ ສີມູນ ຫົວໜ້າຫ້ອງການເມືອງ, ມີຕາງໜ້າຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ, ພ້ອມດ້ວຍ ກອງບັນຊາການ ປກສເມືອງ ແລະ ພະນັກງານ-ນັກຮົບ ທີ່ສຳເລັດການສຶກສາ ເຂົ້າຮ່ວມ.

ພັຕ ເພັງ ໄຊຍະແສງ ຫົວໜ້າພະແນກຈັດຕັ້ງພະນັກງານ ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງວຽງຈັນ ວ່າດ້ວຍການສັບຊ້ອນແລະ ໂຍກຍ້າຍນາຍຕຳຫຼວດ ທີ່ສຳເລັດການສຶກສາ ຈໍານວນ 56 ສະຫາຍ ຍິງ 5ສະຫາຍ ທີ່ຈົບຈາກວິທະຍາຄານຕໍາຫຼວດປະຊາຊົນ ລະບົບເຊື່ອມຕໍ່ປະລິຍາຕີ 2 ສະຫາຍ,ຈາກໂຮງຮຽນ ປກສ ຊັ້ນຕົ້ນເລກ I ແຂວງອຸດົມໄຊ 2 ສະຫາຍ,ໂຮງຮຽນ ປກສ ຊັ້ນສູງເລກ II ແຂວງຫຼວງພະບາງ ຮຸ່ນທີ I ຈໍານວນ 38 ສະຫາຍ, ໂຮງຮຽນ ປກສ ຊັ້ນສູງເລກ III ແຂວງສະຫວັດນະເຂດ ຈໍານວນ 5 ສະຫາຍ ແລະ ໂຮງຮຽນ ປກສ ຊັ້ນສູງເລກ IV ແຂວງຈໍາປາສັກ ຈໍານວນ 5 ສະຫາຍ. ໃນນີ້, ໄດ້ຊັບຊ້ອນ ໃຫ້ຫ້ອງຕໍາຫຼວດ 3 ສະຫາຍ, ຫ້ອງ 509 ຈໍານວນ 2 ສະຫາຍ, ຫ້ອງ 504 ຈໍານວນ 1 ສະຫາຍ,ຫ້ອງສັນຕີບານ 10 ສະຫາຍ,​ຫ້ອງພະລາທິການ 2 ສະຫາຍ, ຄ້າຍຄຸມຂັງ-ດັດສ້າງ 2 ສະຫາຍ , ກອງພັນປ້ອງກັນເຄື່ອນທີ່ 1 ສະຫາຍ, ກອງບັນຊາການ ປກສ ເມືອງວຽງຄຳ 6 ສະຫາຍ, ກອງບັນຊາການ ປກສ ເມືອງທຸລະຄົມ 3 ສະຫາຍ, ກອງບັນຊາການ ປກສ ເມືອງວັງວຽງ 4 ສະຫາຍ, ກອງບັນຊາການ ປກສ ເມືອງໂພນໂຮງ 3 ສະຫາຍ, ກອງບັນຊາການ ປກສ ເມືອງແກ້ວອຸດົມ 2 ສະຫາຍ, ກອງບັນຊາການ ປກສ ເມືອງໜື່ນ 3 ສະຫາຍ, ກອງບັນຊາການ ປກສ ເມືອງເຟືອງ 3 ສະຫາຍ, ກອງບັນຊາການ ປກສ ເມືອງແມດ 3 ສະຫາຍ, ກອງບັນຊາການ ປກສ ເມືອງກາສີ 2 ສະຫາຍ, ກອງບັນຊາການ ປກສ ເມືອງຫີນເຫີບ 1 ສະຫາຍ ແລະ ກອງບັນຊາການ ປກສ ເມືອງຊະນະຄາມ 1 ສະຫາຍ.

ໃນພິທີ, ພັທ ຄຳແຝງ ສີມູນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາສະຫາຍ ທີ່​ສຳເລັດການສຶກສາລະດັບຕ່າງໆ ທີ່ໄດ້ເອົາໃຈໃສ່ຄົ້ນຄວ້າສຶກສາຮ່ຳຮຽນຈົນໄດ້ຮັບຜົນສຳເລັດ. ພ້ອມນັ້ນ, ກໍໄດ້ຊີ້ນໍາໃຫ້ບັນດາສະຫາຍທີ່ໄດ້ຮັບການສັບຊ້ອນໃໝ່ ແລະ ໂຍກຍ້າຍ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ​​ຂອງ​ຕົນໃຫ້ຫຼາຍຂຶ້ນກວ່າເກົ່າ, ເອົາໃຈໃສຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນພະນັກງານຜູ້ສືບທອດທີ່ດີ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ຕາມທີ່ພັກ-ລັດ ກໍຄື ການຈັດຕັ້ງ  ແລະ ປະຊາຊົນມອບໜາຍໃຫ້ເປັນຢ່າງດີ.