ຮາກຖານຫ້ອງພະລາທິການ ປກສ ແຂວງຄຳມ່ວນ ເຊື່ອມຊຶມຄຳແນະນຳຂອງກົມການເມືອງສູນກາງພັກ

0
608

ອາທິດຜ່ານມາ, ຮາກຖານຫ້ອງພະລາທິການ ປກສ ແຂວງຄໍາມ່ວນໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ,ໂດຍການເປັນປະທານ ຂອງ ສະຫາຍ ພັທ ອຸ່ນເຮືອນ ເຕືອງໄມຕີ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງພະລາທິການປກສ ແຂວງ, ໂດຍມີ ສະຫາຍ ພັອ ພົມມາ ເດດຊຸນຟອງ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ,ພ້ອມດ້ວຍບັນດາຄະນະພັກຮາກຖານ ແລະສະມາຊິກພັກສົມ ບູນ-ສຳຮອງ ເຂົ້າຮ່ວມ.

ສະຫາຍ ພັທ ອຸ່ນເຮືອນ ເຕືອງໄມຕີ ກ່າວວ່າ: ເອກະສານທີ່ນຳມາເຊື່ອມຊຶມໃນຄັ້ງນີ້ ມີ ເອກະສານປັບປຸງຄຸນທາດການເມືອງ ແລະ ຄຸນສົມ ບັດສິນທຳປະຕິວັດ, ເອກະສານວ່າດ້ວຍຂໍ້ຫ້າມນາຍ ແລະ ພົນຕຳຫຼວດ, ເອກະ ສານຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດ ຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີກໍ່ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ.

ການເຜີຍແຜ່ເອກະສານໃນຄັ້ງນີ້ ແມ່ນເພື່ອເປັນການຍົກສູງຄຸນນະພາບຂອງການຈັດຕັ້ງຮາກຖານພັກ, ກົມກອງ, ສະມາຊິກພັກ ແລະ ພະນັກ ງານນັກຮົບ ເພີ່ມທະວີບົດບາດຄວາມສາມາດໃນການຊີ້ນຳບັນຊາ ຂອງຄະນະພັກ,ຄະນະບັນຊາແຕ່ລະຂັ້ນຕໍ່ກັບວຽກງານ ແລະ ພະນັກງານນັກຮົບໃນກຳລັງປ້ອງກັນຄວາມສະຫງົບ ທີ່ຕົນຮັບຜິດຊອບໃຫ້ມີບາດກ້າວທ່ວງທ່າອັນໃໝ່ ເພື່ອກ້າວຂຶ້ນເຮັດສຳເລັດໜ້າທີ່ຂອງຕົນ ຕາມແນວທາງຂອງພັກສ້າງກົມກອງ ປອດໃສ,  ເຂັ້ມແຂງ ໜັກແໜ້ນ, ຍົກສູງຄຸນທາດທາງດ້ານການເມືອງ, ຄຸນສົມບັດສິນທໍາປະຕິວັດ ຄວາມຮູ້ຄວາມສາມາດແບບແຜນວິທີນຳພາ-ວິທີເຮັດວຽກໃຫ້ມີປະສິດທິຜົນສູງ ພ້ອມທັງເປັນການກວດກາຕີລາຄາຄືນໃນການຊີ້ນຳ-ນຳພາຂອງຄະ ນະພັກແຕ່ລະຂັ້ນໃນການເຄື່ອນໄຫວກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ.