ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍ ກຳລັງປກຊ-ປກສ ເມືອງວິລະບູລີ ຊ່ວຍເຫຼືອປະຊາຊົນ ເກັບກູ້ເຂົ້ານາຖືກນ້ຳຖ້ວມ

0
845

ໃນວັນທີ 14 ຕຸລາ 2020, ອົງການຈັດຕັ້ງຊາວໜຸ່ມ, ກໍາມະບານ, ແມ່ຍິງ ແລະ ກໍາລັງກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງວິລະບູລີ ແຂວງສະຫວັນນະເຂດ ລວມຈໍານວນ 50 ກວ່າສະຫາຍ ໄດ້ພ້ອມກັນໃຫ້ການຊ່ວຍເຫຼືອປະຊາຊົນ ເຂດກຸ່ມບ້ານທີ 5 ຄື: ບ້ານນາເມືອງແສນ ແລະ ບ້ານນາຊຽງແລ ໃນການກອບກູ້ເອົາເຂົ້ານາ ທີ່ໄດ້ຮັບຜົນຈາກນໍ້າຖ້ວມ.

ໃນການລົງໄປຊ່ວຍເຫຼືອໃນຄັ້ງນີ້, ໄດ້ໃຫ້ການຊ່ວຍເຫຼືອຄອບຄົວ ທີ່ມີກໍາລັງແຮງງານໜ້ອຍ, ໄດ້ຮັບຜົນກະທົບຫຼາຍກວ່າໝູ່ ເພື່ອເປັນການໃຫ້ກໍາລັງໃຈ ແລະ ຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ໂດຍພ້ອມກັນຂຸ້ນຂ້ຽວກອບກູ້ເອົາເຂົ້ານາ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ,ໂດຍສະເພາະ ເຂົ້ານາທີ່ເກັບກູ້ບໍ່ທັນ ທີ່ກໍາລັງລົ້ມຈົມຢູ່ໃຕ້ນໍ້າ.

ການລົງໄປຊ່ວຍເຫຼືອປະຊາຊົນໃນຄັ້ງນີ້, ນໍາໂດຍ ທ່ານ ຄໍາຜຸຍ ສີບຸນເຮືອງ ເຈົ້າເມືອງວິລະບູລີ, ທ່ານ ນາງ ບຸນລັບ ທໍາມະຈັກ ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ,ທ່ານ ນາງ ບຸນຄໍ້າ ອິນທິສານ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ພ້ອມ ດ້ວຍ ທ່ານ ນາງ ມົນຄໍາ ຫຼວງພົມມາ ປະທານສະຫະພັນແມ່ຍິງເມືອງ ແລະ ຜູ້ຊີ້ນໍາກຸ່ມບ້ານທີ 5.