ໜ່ວຍພັກຫ້ອງການເມືອງ ກອງບັນຊາການ ປກສ ແຂວງຄໍາມ່ວນ ໄດ້ເຊື່ອມຊຶມຄຳ ສັ່ງແນະນຳຂອງກົມການເມືອງສູນກາງພັກ ວ່າ ດ້ວຍການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ; ເປັນປະທານ ແລະ ເຜີຍແຜ່ຄໍາສັ່ງແນະນໍາດັ່ງກ່າວໂດຍ ສະຫາຍ ພັທ ສູວັດ ເທບສົມບັດ ຄະນະປະຈຳພັກ ປະ ທານກວດກາພັກ ຮອງຫົວໜ້າກອງບັນການ ປກສ ແຂວງຄຳມ່ວນ, ມີບັນດາສະຫາຍຄະນະໜ່ວຍພັກຮາກຖານ, ສະມາຊິກພັກສົມບູນ -ສຳຮອງ ເຂົ້າຮ່ວມ.

ພັທ ສຸວັດ ເທບສົມບັດ ກ່າວວ່າ: ການ ເຊື່ອມຊຶມຄໍາສັ່ງແນະນໍາສະບັບດັ່ງກ່າວນີ້, ເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ຖືກຕ້ອງ ແລະ ສອດຄ່ອງ ແລະ ເປັນເອກະພາບໃນທົ່ວພັກ; ເຮັດໃຫ້ໜ່ວຍພັກຮູ້ສ້າງແຜນການ, ຮູ້ນຳພາຈັດຕັ້ງປະຕິບັດແຜນການ, ຮູ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການ, ຕີລາຄາຄຸນນະພາບ ແລະ ແບ່ງປະເພດສະມາຊິກພັກ, ໜ່ວຍພັກ; ນອກນັ້ນ, ຍັງເຮັດໃຫ້ຄະ ນະພັກແຕ່ລະຂັ້ນ, ສະມາຊິກພັກແຕ່ລະສະຫາຍໄດ້ເຊື່ອມຊຶມກຳແໜ້ນເນື້ອໃນຄໍາສັ່ງແນະນໍາໃຫ້ເລີກເຊີ່ງ ນຳພາປະຕິບັດຕົວຈິງ ດ້ວຍຄວາມຮັບຜິດຊອບສູງ ແລະ ເປັນເອກະພາບໃນທົ່ວພັກ; ຍົກສູງຄຸນນະພາບຂອງການຈັດຕັ້ງຮາກຖານພັກ, ກົມກອງ, ສະມາຊິກພັກ ເພີ່ມທະວີບົດບາດຄວາມສາມາດໃນການຊີ້ ນຳ-ບັນຊາ ຕໍ່ກັບວຽກງານພັກໃນກຳລັງປ້ອງກັນຄວາມສະຫງົບ ທີ່ຕົນຮັບຜິດຊອບ ໃຫ້ມີ ບາດກ້າວທ່ວງທ່າອັນໃໝ່ ເພື່ອກ້າວຂຶ້ນເຮັດ ສຳເລັດໜ້າທີ່ຂອງຕົນຕາມແນວທາງຂອງພັກ ສ້າງກົມກອງ ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ; ຍົກສູງຄຸນທາດທາງດ້ານການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮູ້-ຄວາມ ສາມາດແບບແຜນວິທີນຳພາ-ວິທີເຮັດວຽກ ໃຫ້ມີປະສິດທິຜົນສູງ ພ້ອມທັງເປັນການກວດກາຕີລາຄາຄືນໃນການຊີ້ນຳ-ນຳພາຂອງຄະນະພັກແຕ່ລະຂັ້ນໃນການເຄື່ອນໄຫວກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ, ໜັກແໜ້ນ ເພື່ອຊອກ ຫາສາເຫດທີ່ພາໃຫ້ມີຈຸດດີ-ຈຸດອ່ອນ ທີ່ເປັນພື້ນຖານໃນການປັບປຸງກົງຈັກການຈັດຕັ້ງຂັ້ນຕ່າງໆໃຫ້ ປອດໃສ ເຂັ້ມແຂງ ໜັກແໜ້ນ ຮັບປະກັນການຈັດຕັ້ງປະຕິບັດນະໂຍບາຍຂອງພັກ-ກົດໝາຍຂອງລັດ ກໍຄືແຜນການຂອງຂັ້ນເທິງໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.

ເອກະສານທີ່ນໍາມາເຊື່ອມຊຶມຄັ້ງນີ້, ປະ ກອບມີເອກະສານປັບປຸງຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ຂໍ້ຕົກລົງວ່າ ຂໍ້ຫ້າມນາຍ ແລະ ພົນຕຳຫຼວດ ແລະ ເອກະ ສານຄຳແນະນຳກຽ່ວກັບການຈັດຕັ້ງປະຕິບັດ ຄຳສັ່ງຂອງກົມການເມືອງສູນກາງພັກວ່າດ້ວຍການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ.