ປກສ ແຂວງອັດຕະປື ສັບຊ້ອນບ່ອນປະຈຳການໃຫ້ພົນຕຳຫຼວດ

0
768

ວັນທີ 13 ຕຸລາ ຜ່ານມາ, ກອງບັນຊາການ ປກສ ແຂວງອັດຕະປື ປະກາດການສັບຊ້ອນນາຍ ແລະ ພົນຕຳຫຼວດ ທີ່ສຳເລັດການສຶກສາຈາກໂຮງຮຽນ ປກສ ຊັ້ນສູງເລກ4 ແຂວງຈຳປາສັກ ຈຳນວນ 35 ຄົນ, ຈາກວິທະຍາຄານສັນຕິບານປະຊາຊົນ 4 ຄົນ ແລະ ນາຍຕຳຫຼວດທີ່ຍົກຍ້າຍມາຈາກກົມກອງອື່ນ 2 ຄົນ,ເປັນປະທານໂດຍ ພັທ ສີອຸດົມ ອາລົມຈີດ ຫົວໜ້າຫ້ອງການເມືອງ ປກສ ແຂວງອັດຕະປື, ມີຄະນະຫ້ອງ, ກອງພັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ ແລະ ປກສ 5 ຕົວເມືອງ, ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດທີ່ສໍາເລັດການສຶກສາ ເຂົ້າຮ່ວມ.

ໃນພິທີ,ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງ ສະບັບເລກທີ 626/ປກສຂ, ລົງວັນທີ 8 ຕຸລາ 2020 ວ່າດ້ວຍການສັບຊ້ອນບ່ອນປະຈຳການໃຫ້ນາຍ ແລະ ພົນຕຳຫຼວດທີ່ສຳເລັດການສຶກສາ ແລະ ຍົກຍ້າຍມາຈາກກົມກອງອື່ນ.ໃນນັ້ນ,ຕົກລົງສັບຊ້ອນແບ່ງປັນໃຫ້ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ 3 ສະຫາຍ,ກອງພັນປ້ອງກັນເຄື່ອນທີ່ 3 ສະຫາຍ,ຫ້ອງຕຳຫຼວດ 7 ສະຫາຍ,ຫ້ອງສັນຕິ ບານ 3 ສະຫາຍ, ຄ້າຍຄຸມຂັງ-ດັດສ້າງ 2 ສະຫາຍ, ຫ້ອງການກອງບັນຊາການ 3 ສະຫາຍ,ຫ້ອງພະລາທິການ 2 ສະຫາຍ,ຫ້ອງການເມືອງ 1 ສະຫາຍ,ປກສ ເມືອງຊານໄຊ 2 ສະຫາຍ,ປກສ ເມືອງໄຊເສດຖາ 4 ສະຫາຍ,ປກສ ເມືອງສາມັກຄີໄຊ 2 ສະຫາຍ,ປກສ ເມືອງພູວົງ 3 ສະຫາຍ ແລະ ປກສ ເມືອງສະໜາມໄຊ 4 ສະຫາຍ.

ໂອກາດນີ້, ພັທ ສີອຸດົມ ອາລົມຈິດ ໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍ ທີ່ສໍາເລັດການສຶກສາເປັນຜົນ ສຳເລັດອັນສູງສົ່ງ ແລະ ການສັບຊ້ອນຄັ້ງນີ້ ແມ່ນອີງຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານຂອງແຕ່ລະກົມກອງ. ດັ່ງນັ້ນ, ແຕ່ລະສະຫາຍ ຈົ່ງມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ ພ້ອມກັນປະຕິບັດໜ້າທີ່ ຕາມການຈັດຕັ້ງມອບໝາຍໃຫ້ມີຜົນສຳເລັດຕາມຄາດໝາຍ.