ປກສ ແຂວງຫຼວງພະບາງ ປະກາດນາຍຕຳຫຼວດ17 ສະຫາຍ ພັກຮັບອຸດໜູນບຳນານ

0
1489

ໃນທ້າຍອາທິດ ຜ່ານມາ,ກອງບັນຊາການ ປກສ ແຂວງຫຼວງພະບາງ ໄດ້ປະກາດນາຍຕໍາຫຼວດ ຈໍານວນ 17 ສະຫາຍ ພັກການຮັບອຸດໜູນບໍານານ, ເປັນປະທານໂດຍ ພົຈວ ສົມຈັນ ແກ້ວຈັນດາ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ, ມີບັນຄະນະພັກ-ຄະນະບັນຊາ ແລະ ຜູ້ຮັບອຸດໜູນບໍານານ ເຂົ້າຮ່ວມ.

ພັທ ອ່ອນຈັນ ວິໄລຈິດ ຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງຫຼວງພະບາງ ໄດ້ຜ່ານຂໍ້ຕົກລົງ ຂອງລັດຖະມົນຕີກະຊວງ ປກສ ວ່າດ້ວຍການອະນຸມັດໃຫ້ນາຍຕຳຫຼວດທີ່ຂຶ້ນກັບ ປກສ ແຂວງຫຼວງພະບາງ ພັກການຮັບອຸດໜູນບໍານານ.ໃນນີ້, ຕົກລົງໃຫ້ ພັທ ອຸນຄຳ ໃຈສິທິ, ພັທ ສິທິເດດ ທຳມະສັກ, ພັທ ສາຍລົມ ເຊັ່ງທ່າວ, ພັທ ວາຕົວ ດວງມະນີ, ພັທ ສອນສັກ ແກ້ວປະເສີດ, ພັທ ສອນໄລ ວັນທະເພັງ, ພັທ ຊົ່ງເຮີ ເບຣຍມໍ, ພັທ ສີພັນແກ້ວ ຈັນທະລັກ, ພັທ ທອງຈັນ ແກ້ວລິນາດ, ພັທ ບຸນຈັນ ທິບພະວົງ, ພັທ ທອງວັນ ນິມມະລາກອນ, ພັທ ຈັນ ເພັດຊົມພູ, ພັທ ຮຸ່ງທອງ ສີສົມພອນ, ພັທ ບຸນພັນ ຈັນທະວົງ, ພັຕ ແຫຼ້ ປະເສີດ, ພັຕ ນາງບົວເພັດ ມະນີສະຫວັນ ແລະ  ພັຕ ນາງທອງໃສ ຄຸນວິໄລ ພັກການຮັບອຸດໜູນບໍານານ.

ໃນພິທີ, ພົຈວ ສົມຈັນ ແກ້ວຈັນດາ ໄດ້ສະແດງຄວາມດີໃຈຕໍ່ບັນດາສະຫາຍ ທີ່ໄດ້ຮັບອຸດໜູນບຳນານຄັ້ງນິີ້, ແມ່ນໄດ້ສະແດງເຖິງໄຊຊະນະອັນໃຫຍ່ຫຼວງ ທີ່ບັນດາສະຫາຍໄດ້ປະກອບສ່ວນຕະຫຼອດໄລຍະຜ່ານມາ ຕໍ່ວຽກງານຕ່າງໆໃນຫຼາຍດ້ານ, ເຊິ່ງໄດ້ປະກອບສ່ວນຢ່າງສຸດກົກສຸດປາຍໃນການຮັບໃຊ້ຊາດ,ຮັບໃຊ້ປະຊາຊົນ ກໍຄື ການນຳຂັ້ນສູງ,ພາຍຫຼັງບັນດາສະຫາຍເຂົ້າພັກຜ່ອນບຳນານແລ້ວ ຕ້ອງໄດ້ສືບຕໍ່ໃນການປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບຢູ່ຕາມບ້ານ,ຕາມທ້ອງຖິ່ນ,ຕ້ອງໄດ້ ຊ່ວຍບ້ານ ໃນການສຶກສາອົບຮົມລູກຫຼານພາຍ ໃນຄອບຄົວ ໃຫ້ມີການເຄື່ອນໄຫວທີ່ຖືກຕ້ອງຕາມລະບຽບກົດໝາຍຂອງບ້ານເມືອງ.