ເມືອງນອງ ໄດ້ຮັບຜົນກະທົບຢ່າງໜັກ ຈາກໄພນ້ຳຖ້ວມຄັ້ງນີ້

0
689

ເມືອງນອງ ແມ່ນໜຶ່ງໃນ 8 ເມືອງ ຂອງແຂວງສະຫວັນນະເຂດ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ແລະ ຄັ້ງນີ້ ເຫັນວ່າໄດ້ຮັບຜົນກະທົບຢ່າງໜັກໜ່ວງກວ່າຄັ້ງທີ່ຜ່ານມາ ເຊິ່ງມັນໄດ້ສ້າງຄວາມເສຍຫາຍຕໍ່ຊັບສິນຂອງລັດ ແລະ ຂອງປະຊາຊົນເປັນຈຳນວນບໍ່ໜ້ອຍ ເປັນຕົ້ນແມ່ນທາງດ້ານພື້ນຖານໂຄງລ່າງ,ຜົນຜະລິດ ແລະ ອື່ນໆ ທີ່ຍັງບໍ່ສາມາດປະເມີນຄວາມເສຍຫາຍໄດ້ໃນປັດຈຸບັນ.

ຕໍ່ສະພາບການດັ່ງກ່າວນີ້, ການນຳເມືອງນອງພ້ອມດ້ວຍຄະນະ ກໍໄດ້ລົງຕິດຕາມສະພາບຜົນກະທົບຈາກໄພນ້ຳຖ້ວມ, ນຳໂດຍ ທ່ານ ລຳແກ້ວ ແສງໜູທອງ ເຈົ້າເມືອງນອງ ໃນການລົງຕິດຕາມຄັ້ງນີ້ ແມ່ນໄດ້ໃຊ້ເຮືອຂີ່ເລາະເບິ່ງຜົນເສຍຫາຍລຽບຕາມແຄມເຊລະນອງ ແລະ ເຊລູເຂດປູນຍາງ ເພາະທຸກເຂດຂອງເມືອງນອງ ແມ່ນບໍ່ສາມາດໄປທາງລົດໄດ້.

ສະພາບນ້ຳຖ້ວມ ໄດ້ກວາດເອົາເນື້ອທີ່ເຂົ້ານາປີຂອງປະຊາຊົນທີ່ສຸກ ແລະ ພວມຈະເກັບກ່ຽວດ້ວຍກະແສນ້ຳທີ່ໄຫຼແຮງໄດ້ພັດເອົາກໍເຂົ້າລົ້ມເປັນຮາບພຽງ, ສວນກ້ວຍ, ສວຍຫວາຍ, ມັນຕົ້ນຖືກນ້ຳຖ້ວມຂັງ ຈົມຢູ່ພື້ນນ້ຳ,ຂົວເຊລູທາງໄປຈຸດສຸມຕັງອາໄລ ບໍລິເວນຫົວຂົວຖືກນ້ຳກັດເຊາະ,ຍຸບຕົວລົງເລິກ ແລະ ເປັນວົງກວ້າງ,ເລິກ 3 ແມັດ,ຍາວ 25 ແມັດ , ກວ້າງ 15ແມັດ ດ້ວຍຄວາມແຮງຂອງນ້ຳໄຫຼຜ່ານເສັ້ນທາງເຮັດໃຫພື້ນໜ້າທາງລອກອອກ,ຂົວຫ້ວຍລະຜຽກແຕ່ເທດສະບານເມືອງໄປຫາ ບ້ານ ອາລັອງຖືກຕັດຂາດເປ້ເພ ຍາວ 15ແມັດ ກວ້າງ3ແມັດ.

ປະຈຸບັນທາງຫ້ອງການ ຍທຂ ພ້ອມປະຊາຊົນກຳລັງສ້ອມແປງ ເພື່ອນຳໃຊ້ໄດ້ໃນເບື້ອງຕົ້ນ ແລະ ລົດຈັກສາມາດທຽວໄດ້, ເສົາໄຟຟ້າຢູ່ເຂດບ້ານາລົງເກົ່າ ຖືກນ້ຳເໍຊາະ ເຮັດໃຫ້ເສົາໄຟກົ່ນ ແລະ ໄຟດັບແຕ່ວັນທີ 17-19 ແລະ ກຳລັງໄດ້ຮັບການສ້ອມແປງຢູ່ໃນປັດຈຸບັນ.

ພາບ-ຂ່າວ: Media laos