40 ບ້ານ ໃນເມືອງຊົນນະບູລີ ໄດ້ຮັບຜົນກະທົບຈາກນໍ້າຖ້ວມຢ່າງໜັກ

0
1233

ອີງຕາມຂໍ້ມູນ ຈາກກອງເລຂາຕ້ານໄພພິບັດຂັ້ນເມືອງ ໃນວັນທີ 19 ຕຸລາ 2020, ກ່ຽວກັບສະພາບໄພນໍ້າຖ້ວມ ໃນທົ່ວເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ລາຍງານວ່າ: ປັດຈຸບັນນີ້,ເມືອງຊົນນະບູລີ ພວມປະສົບກັບໄພນໍ້າຖ້ວມຢ່າງໜັກ ບ້ານທີ່ໄດ້ຮັບຜົນກະທົບມີທັງ ໝົດ 40 ບ້ານ, ມີ 3.668 ຫຼັງຄາ, ມີພົນລະເມືອງ 24.450 ຄົນ ຍິງ 12,388 ຄົນ, ເນື້ອທີ່ຖືກຖ້ວມ 5.735 ເຮັກຕາ, ສວນພືດຜັກຖືກຖ້ວມ 176 ເຮັກຕາ, ໜອງປາ 235 ໜອງ, ລະບົບຊົນລະປະທານ 9 ແຫ່ງ, ປະຕູນໍ້າ 3 ແຫ່ງ.

ໂຮງຮຽນ ທີ່ໄດ້ຮັບຜົນກະທົບ ແລະ ຕ້ອງໂຈະການຮຽນຊົ່ວຄາວ ມີ: ໂຮງຮຽນປະຖົມ 9 ແຫ່ງ, ໂຮງຮຽນມູນ 6 ແຫ່ງ, ມັດທະຍົມຕົ້ນ 2 ແຫ່ງ ລວມທັງໝົດ 17 ແຫ່ງ, ບ້ານທີ່ຕ້ອງລະງັບການໃຊ້ໄຟຟ້າຊົ່ວຄາວ ເພື່ອຄວາມປອດໄພ ມີ 9 ບ້ານ: ບ້ານບຶງຊ້າງ, ກອງປະທຸມວັນ, ບ້ານທ່າຄໍາເຫຼື້ອມ, ບ້ານດອນຍາໂນງ, ບ້ານໜອງສອງຫ້ອງ, ບ້ານເມືອງໂຮງ, ບ້ານດົງໜອງແຄນ ແລະ ບ້ານຕັ່ງຫວາຍນໍ້າ.

ເສັ້ນທາງຖືກຖ້ວມ ແລະ ຕັດຂາດການສັນຈອນ ມີ: ເສັ້ນທາງບ້ານນາໜອງຜໍາຫາດົງບູນ, ເສັ້ນທາງບຶງຊ້າງ ຫາ ບ້ານໂຄກຫົວຊ້າງ ເສັ້ນທາງບ້ານໂຄກຫົວຊ້າງ ຫາ ບ້ານທ່າຄໍາເຫຼື້ອມ, ເສັ້ນທາງບ້ານທ່າຄໍາເຫຼື້ອມ ຫາ ບ້ານດອນຍາໂນງ, ເສັ້ນທາງບ້ານຕັ່ງຫວາຍນໍ້າ ຫາ ບ້ານກະລືມວັງແຂ້, ເສັ້ນທາງຈຸດສຸມຕັ່ງຫວາຍ ຫາ ກະທອງເຊ, ເສັ້ນທາງບ້ານກະທອງເຊ ຫາ ບ້ານນາຈານໃຫຍ່, ເສັ້ນທາງບ້ານກອງປະທຸມວັນ ຫາ ເມືອງຊົນນະບູລີ.

ເສັ້ນທາງໂພໄຊຄູນ ຫາ ບ້ານດົງຫວາຍ, ເສັ້ນທາງບ້ານດົງຫວາຍ ຫາ ບ້ານໜອງຜື, ເສັ້ນທາງບ້ານກະຫຼາງ ຫາ ບ້ານຕໍາປອງ, ເສັ້ນ ທາງບ້ານຕັ່ງຫວາຍໂຄກ ຫາ ບ້ານໂພໄຊຄູນ, ເສັ້ນທາງແຕ່ຂົ້ວຫ້ວຍນ້ໍາດີ້ງ ຫາ ບ້ານໄຊສົມບູນ,ເສັ້ນທາງແຕ່ຂົ້ວຫ້ວຍເຊວັນ ຫາ ບ້ານໜອງເບັນ, ເສັ້ນ ທາງແຕ່ຂົ້ວຫ້ວຍຕະຫຼຶງ ຫາ ບ້ານນາບົງ ແລະ ເສັ້ນທາງແຕ່ຂົ້ວຫ້ວຍເປາະ ຫາ ບ້ານອາຫໍ.

ປັດຈຸບັນ, ການນໍາຂອງເມືອງ ພ້ອມດ້ວຍຄະນະຕ້ານໄພພິບັດຂັ້ນເມືອງ, ອົງການຈັດຕັ້ງມະຫາຊົນກໍາລັງປກຊ-ປກສ ສົມທົບກັບກໍາລັງກອງຮ້ອຍ ຄ 35 ໄດ້ລົງໃຫ້ການຊ່ວຍເຫຼືອອົບພະຍົບປະຊາຊົນ ຂົນວັດຖຸເຄື່ອງຂອງຕ່າງໆ ອອກຈາກພື້ນທີ່ສ່ຽງ ເພື່ອຄວາມປອດໄພທາງດ້ານຊີ ວິດ ແລະ ຊັບສີນຂອງປະຊາຊົນ.ນອກນີ້, ກໍຍັງໄດ້ໃຊ້ເຮືອຊ່ວຍເຫຼືອປະຊາຊົນຂົນເຂົ້າ ທີ່ໄດ້ຮັບຜົນກະທົບໄດ້ 80 ຄອບຄົວ.

ມາໃນປັດຈຸບັນນີ້, ລະດັບນໍ້າ ແມ່ນຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະໄຫຼເຂົ້າຖ້ວມເນື້ອທີ່ນາ ຮົ້ວສວນ ແລະ ອາດຈະໄຫຼເຂົ້າຖ້ວມບ້ານເຮືອນຂອງປະຊາຊົນຕື່ມອີກ. ສ່ວນຄວາມເສຍຫາຍ ແມ່ນຈະໄດ້ລາຍງານຕື່ມອີກພາຍຫຼັງ ແລະ ສິ່ງທີ່ຈຳເປັນໃນປັດຈຸບັນ ທີ່ທາງເມືອງຕ້ອງການຄວາມຊ່ວຍເຫຼືອຈາກສັງຄົມຢ່າງຮີບດ່ວນທີ່ສຸດແມ່ນ ອາຫານການກິນ, ນ້ຳດື່ມ, ເຂົ້າສານ,ອາຫານແຫ້ງ, ຢາປົວພະຍາດ,ນ້ຳມັນເຊື້ອໄຟ ແລະ ເຮືອເພື່ອຊ່ວຍເຫຼືອສະເພາະໜ້າ ໃຫ້ກັບປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຄັ້ງນີ້.

ທີ່ມາພາບ-ຂ່າວ: Media Laos