ທ້າຍອາທິດຜ່ານມາ, ໂຮງຮຽນ ປກສ ຊັ້ນສູງ ເລກ I ແຂວງອຸດົມໄຊ ໄດ້ຈັດພິທີເປີດຊຸດຮຽນຊັ້ນສູງລະບົບກໍ່ສ້າງ 2 ປີ ຮຸ່ນທີ 2 ໂດຍການເຂົ້າຮ່ວມຂອງ ພັອ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ມີ ພັທ ບຸນລ້ຽງ ໄຊຍະຈັກ ຮອງຫົວໜ້າອຳນວຍການໂຮງຮຽນ, ມີຄະນະພັກ-ຄະນະອຳນວຍການໂຮງຮຽນ, ແຂກຮັບເຊີນ, ພະນັກງານຄູ-ອາຈານ ຕະຫຼອດຮອດນັກສຶກສາຈາກ 4 ແຂວງ ຄື: ແຂວງອຸດົມໄຊ, ຜົ້ງສາລີ, ຫຼວງນ້ຳທາ ແລະ ບໍ່ແກ້ວ ເຂົ້າຮ່ວມ.

ພັອ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ

ພັທ ຄໍາເຈີງ ເຟືອງຣານິດ ຮອງອໍານວຍການໂຮງຮຽນ ປກສ ຊັ້ນສູງ ເລກ I ແຂວງອຸດົມໄຊ ໄດ້ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 3656/ກມປສ ລົງວັນທີ 1 ຕຸລາ 2020 ວ່າດ້ວຍ ການອະນຸມັດໃຫ້ໂຮງຮຽນ ປກສ ຊັ້ນສູງ ເລກ I ແຂວງອຸດົມໄຊ ເປີດຊຸດຮຽນລະບົບກໍ່ສ້າງຊັ້ນສູງ 2 ປີ ຮຸ່ນທີ 2 ແລະ ຜ່ານຮ່າງແຜນການ ເປີດຊຸດຮຽນວິຊາສະເພາະລະບົບກໍ່ສ້າງ 2 ປີ ຮຸ່ນທີ 2; ເຊິ່ງມີຈຳນວນພົນນັກສຶກສາທັງໝົດ 159 ສະຫາຍ ຍິງ 25 ສະຫາຍ, ໃນນີ້ມາຈາກບັນດາກົມກອງອ້ອມຂ້າງກະຊວງ ປກສ ແລະ ປກສ ແຂວງ ໃນຂອບເຂດທົ່ວປະເທດ. 

ພັທ ບຸນລ້ຽງ ໄຊຍະຈັກ ໃຫ້ຮູ້ອີກວ່າ:

ນັກສຶກສາລະບົບກໍ່ສ້າງລະບົບຊັ້ນສູງ ຮຸ່ນທີ 2, ສ່ວນຫຼາຍແມ່ນພະນັກງານ-ນັກຮົບທີ່ໄດ້ຜ່ານ ໂຮງຮຽນ ປກສ ຊັ້ນຕົ້ນ ແລະ ຜ່ານວຽກງານສູ້ຮົບຕົວຈິງມາກ່ອນ.

ໂຄງການຫຼັກສູດລະບົບກໍ່ສ້າງຊັ້ນສູງ 2 ປີ ປະກອບມີໝວດວິຊາເລືອກຮຽນ 2 ວິຊາ ເຊິ່ງພາກຮຽນທີ 1 ໃນປີທີ 1 ແມ່ນໝວດວິຊາຄວາມຮູ້ທົ່ວໄປ 8 ວິຊາ, ມີ 10 ໜ່ວຍກິດ, ພາກຮຽນທີ 2 ປີທີ 1 ແມ່ນວິຊາພື້ນຖານວິຊາສະເພາະ 14 ວິຊາ, ມີ 22 ໜ່ວຍກິດ ລວມວັນຮຽນທັງໝົດ 271 ວັນ ເທົ່າກັບ 1.363 ຊົ່ວໂມງ; ພາກຮຽນທີ 1 ປີທີ 2 ລົງເລິກຂະແໜງວິຊາສະເພາະ ມີ 125 ວັນ ເທົ່າກັບ 879 ຊົ່ວໂມງ, ບັນດາວິຊາຮຽນທຸກໆວິຊາ ນັກສຶກສາຈະຕ້ອງໄດ້ຮໍ່າຮຽນຕາມໂຄງການຫຼັກສູດ ແລະ ໃຫ້ໄປຕາມເວລາທີ່ໄດ້ກໍານົດ (ຄົບຕາມຊົ່ວໂມງການສິດສອນຂອງຄູ-ອາຈານ ປະຈໍາວິຊາ) ຈຶ່ງມີເງື່ອນໄຂສອບເສັງຈົບພາກ.

ໂອກາດດັ່ງກ່າວ, ພັອ ສີວອນ ໄຊຍະວົງ ຍັງໄດ້ໂອ້ລົມເນັ້ນຕໍ່ຄະນະພັກ, ພະນັກງານ-ຄູ-ອາຈານ ຈົ່ງສືບຕໍ່ເອົາໃຈໃສ່ເພີ່ມທະວີການຄຸ້ມຄອງ-ບັນຊາ, ສຶກສາອົບຮົມການເມືອງ-ແນວຄິດໃຫ້ເລິກເຊິ່ງ ເພື່ອແນໃສ່ປັບປຸງກໍ່ສ້າງພັກ-ກໍ່ສ້າງພະນັກງານການບໍາລຸງກໍ່ສ້າງດ້ານຄວາມຮູ້-ຄວາມສາມາດ ແລະ ຂອງບຸກຄະລາກອນໃຫ້ໜັກແໜ້ນ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ຢູ່ພາຍໃນຢ່າງເຂັ້ມງວດ, ຍົກສູງການເຕົ້າໂຮມຄວາມສາມັກຄີ, ເຮັດວຽກເປັນໝູ່ຄະນະລວມສູນປະຊາທິປະໄຕ ແບ່ງບຸກຄົນຮັບຜິດຊອບ, ສຸມສະຕິຄວາມຮູ້, ຄວາມສາມາດປະກອບສ່ວນເຄື່ອນໄຫວເຮັດໜ້າທີ່ໃຫ້ມີຜົນສຳເລັດ.