ໜ່ວຍພັກຫ້ອງການ-ການເງິນ, ໜ່ວຍພັກເສນາຮັກ, ໜ່ວຍພັກເຕັກນິກ-ຍຸດໂທ ທີ່ຂຶ້ນກັບຄະນະພັກຮາກຖານຫ້ອງພະລາທິການ ກອງບັນຊາການ ປກສ ແຂວງເຊກອງ ໄດ້ຈັດກອງປະຊຸມປະເມີນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2020 ແລະ ວາງທິດທາງແຜນການ ປະຈໍາປີ 2021 ໃນວັນທີ 19 ຕຸລາ 2020; ໂດຍການເປັນປະ ທານຂອງ ສະຫາຍ ພັທ ສົມສັກ ຂັດຕິຍະວົງ ປະທານກວດກາພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງເຊກອງ, ມີບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກ, ແຂກຮັບເຊີນ ແລະ ສະມາຊິກພັກສົມບູນ-ສໍາ ຮອງພາຍໃນ 3 ໜ່ວຍ ເຂົ້າຮ່ວມ.

ໃນພິທີ ສະຫາຍ ຄະນະໜ່ວຍພັກທັງ 3 ໜ່ວຍ ໄດ້ຜັດປ່ຽນກັນຂຶ້ນຜ່ານບົດສະຫຼຸບໃນໄລຍະຜ່ານມາໃຫ້ຮູ້ວ່າ: ຄະນະໜ່ວຍພັກທັງ 3 ໜ່ວຍ ໄດ້ເອົາໃຈໃສ່ໃນການຊີ້ນຳ-ນຳພາຕໍ່ວຽກງານທີ່ພັກ-ລັດ ໄດ້ມອບໝາຍ ໃຫ້ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນຕົ້ນຕໍເຮັດໃຫ້ສະມາຊິກພັກສ່ວນຫຼາຍຍັງຮັກສາຄຸນທາດການເມືອງໄດ້ຢ່າງໜັກແໜ້ນ,ມີອຸດົມການ ແລະ ມີນໍ້າໃຈການປະຕິວັດສູງ ໂດຍປະຕິບັດສອດ ຄ່ອງຕາມແນວທາງຂອງພັກ, ກົດໝາຍຂອງລັດ; ມີການເຄື່ອນໄຫວຕາມແບບແຜນທີ່ໄດ້ກຳນົດໄວ້ ແລະ ສືບຕໍ່ປັບປຸງໜ່ວຍພັກຂອງຕົນໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ ເທື່ອລະກ້າວ, ພ້ອມກັນຕັ້ງໜ້າປະຕິບັດວຽກງານການເມືອງ-ແນວຄິດ ຕິດພັນກັບວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍຢ່າງມີຜົນສຳເລັດ, ຄະນະໜ່ວຍພັກ ແລະ ສະມາຊິກພັກແຕ່ລະສະຫາຍກໍໄດ້ສຸມໃສ່ວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມ 5 ດ້ານ ໂດຍສະເພາະດ້ານການເມືອງ; ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນວິທີນຳ ພາ ແລະ ປະຕິບັດໜ້າທີ່ການເມືອງ, ທີ່ຈະສາມາດເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ.

ໃນພິທີ ສະຫາຍ ພັທ ສົມສັກ ຂັດຕິຍະວົງ ໄດ້ໃຫ້ທິດຊີ້ນຳໂດຍໃຫ້ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີ ງາມ, ຜົນງານດ້ານດີ, ເດັດດ່ຽວ, ປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ສິ່ງທີ່ທ້າທາຍອັນເປັນໄພອັນຕະລາຍຕໍ່ພັກເຮົາ; ແນໃສ່ເຊີດຊູບົດບາດຄວາມສາມາດນຳພາຂອງໜ່ວຍພັກ ແລະ ຍົກສູງຄວາມເປັນແບບຢ່າງນຳໜ້າຂອງຖັນແຖວສະມາຊິກພັກ, ເພີ່ມທະວີເຄື່ອນໄຫວວຽກງານວິຊາສະເພາະທີ່ການຈັດຕັ້ງມອບໝາຍໃຫ້ສຳເລັດຜົນ, ມີແນວຄິດການເມືອງໜັກແໜ້ນ ເຂັ້ມແຂງຕໍ່ການຈັດຕັ້ງ, ເອົາໃຈໃສ່ຝຶກຝົນຫຼ່ໍຫຼອມຕົນເອງຕາມມາດຖານ ຂອງ ພັກ ເພື່ອຮັບປະກັນໃຫ້ພັກເຮົາມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ຂຶ້ນເລື້ອຍໆ.