ພະແນກອຸດສາຫະກໍາການຄ້າ ທໍາລາຍເຄື່ອງໃນສັດ ນໍາເຂົ້າບໍ່ຖືກຕ້ອງ 480 ກິໂລ

0
915

ພະແນກອຸດສາຫະກໍາການຄ້າ (ພອຄ) ນະຄອນຫຼວງວຽງຈັນ ໄດ້ສຸມໃສ່ກວດກາ, ສະກັດກັ້ນການຄ້າຂາຍເຖື່ອນ-ຂາຍນອກລະບົບທຸກຮູບ ແບບ ເພື່ອຄວາມປອດໄພຂອງຜູ້ອຸປະໂພກ ແລະ ບໍລິໂພກ,ເຊິ່ງໃນວັນທີ 21 ຕຸລາ 2020 ສາມາດກວດພົບສິນຄ້າ ນໍາເຂົ້າບໍ່ຖືກຕ້ອງຕາມລະບຽບການ-ກົດໝາຍ ປະເພດ ເຄື່ອງໃນສັດ 480 ກິໂລກຼາມ ມູນຄ່າ 14.000.000 ກວ່າກີບ ຢູ່ເສັ້ນທາງ13 ໃຕ້ ເຂດບ້ານດົງສ້າງຫີນ ເມືອງໄຊທານີ ຈຶ່ງໄດ້ຢຶດສິນຄ້າດັ່ງກ່າວ ໄປທໍາລາຍຖິ້ມດ້ວຍການຝັງດິນ ແລະ ຂ້າເຊື້ອດ້ວຍຢາ ໃນວັນທີ 23 ຕຸລາ ຜ່ານມາ.

ທ່ານ ນັນຕາ ສານຸວົງ ຮອງຫົວໜ້າ ພອຄ ນວ ກ່າວວ່າ:  ໃນວັນທີ 21 ຕຸລາ 2020 ໄດ້ກວດລົດເປົ້າໝາຍຂົນສົ່ງສິນຄ້າປະເພດເຄື່ອງໃນສັດ (ງົວ-ຄວາຍ) ຂອງແມ່ຄ້າຫວຽດນາມ; ຜ່ານການກວດກາ ພົບເຫັນປະເພດເຄື່ອງໃນສັດ 480 ກິໂລກຼາມ ລວມມູນຄ່າ 14.400.000 ກີບ. ຜ່ານການກວດກາ ພົບວ່າສິນຄ້າດັ່ງກ່າວ ແມ່ນໄດ້ນໍາເຂົ້າມາຈາກປະເທດເພື່ອນບ້ານ ໂດຍບໍ່ໄດ້ມີເອກະສານຢັ້ງຢືນແຫຼ່ງທີ່ມາ ເຊັ່ນ:ໃບແຈ້ງເສຍພາສີ ແລະ ໃບຢັ້ງຢືນສຸຂາອະນາໄມ ແລະ ເຄື່ອງໃນສັດ ຍັງກວດພົບສານເຄມີເຈືອປົນຢູ່ ເຊິ່ງເປັນອັນຕະລາຍຕໍ່ສຸຂະພາບ ແລະ ຊີວິດເມື່ອບໍລິໂພກ.

ໃນໂອກາດນີ້, ທ່ານຮອງຫົວໜ້າ ພອຄ ນວ ຍັງໄດ້ຮຽກຮ້ອງມາຍັງອໍານາດການປົກຄອງທ້ອງຖິ່ນ, ຊາວຄ້າຂາຍ ແລະ ທຸກພາກສ່ວນໃນສັງ ຄົມ ຈົ່ງໃຫ້ການຮ່ວມມື ຊ່ວຍເປັນຫູ-ເປັນຕາ ຖ້າຫາກພົບເຫັນການນໍາເຂົ້າ, ຈໍາໜ່າຍສິນຄ້າທີ່ບໍ່ຖືກຕ້ອງຕາມລະບຽບການ ແມ່ນໃຫ້ແຈ້ງເຈົ້າໜ້າທີ່ກວດກາທຸກຂັ້ນ ຫຼື ສາຍດ່ວນປົກປ້ອງສິດຜົນປະໂຫຍດຜູ້ຊົມໃຊ້1510 ເພື່ອຈໍາກັດບໍ່ໃຫ້ມີສິນຄ້າດັ່ງກ່າວຈໍາໜ່າຍຢ່າງເດັດຂາດ.