ພິທີມອບ-ຮັບໂຄງການກໍ່ສ້າງປະຕູໂຂງເຂົ້າສູ່ເມືອງແບງ ແຂວງອຸດົມໄຊ ຈັດຂຶ້ນໃນວັນທີ 13 ຕຸລາ ຜ່ານມາ, ໂດຍມີ ທ່ານ ສອນເພັດ ອິນທະປັນຍາສັກ ຮອງເຈົ້າເມືອງແບງ, ມີຄະນະກຳມະການ,ບໍລິສັດຈຽນຟອງພັດທະນາຢາງພາລາ ລາວ-ຈີນ ຈຳກັດ ແລະ ຕ່າງໜ້າພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງເຂົ້າຮ່ວມ.

ໂຄງການກໍ່ສ້າງປະຕູໂຂງເຂົ້າສູ່ເມືອງແບງ ໄດ້ຮັບທຶນຊ່ວຍເຫຼືອລ້າຈາກບໍລິສັດຈຽນຟອງພັດທະນາຢາງພາ ລາ ລາວ-ຈີນຈຳກັດ ໃນມູນຄ່າ 200 ລ້ານກວ່າກີບ. ປະຕູໂຂງດັງກ່າວ ຕັ້ງຢູ່ຈຸດຊາຍແດນ ລະຫວ່າງເມືອງແບງ-ເມືອງໄຊ ແຂວງອຸດົມໄຊ ເສັ້ນທາງເລກທີ 2w. ກ່າວມອບໂດຍ ທ່ານ ຫວງກ້ວຍຊົງ ປະທານບໍລິສັດ ຈຽນຟອງພັດທະນາຢາງພາລາ ລາວ-ຈີນຈຳກັດ ແລະກ່າວຮັບໂດຍທ່ານ ສອນເພັດ ອິນທະປັນຍາສັກ ຮອງ ເຈົ້າເມືອງແບງ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ໃນພິທີ, ທ່ານ ສອນເພັດ ອິນທະປັນຍາສັກ ຮອງເຈົ້າເມືອງແບງ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ບໍລິສັດ ຈຽນຟອງພັດທະນາຢາງພາລາ ລາວ-ຈີນຈຳກັດ ທີ່ໃຫ້ການຊ່ວຍເຫຼືອລ້າໃນການກໍ່ສ້າງປະຕູໂຂງ ເຂົ້າສູ່ເມືອງແບງ ແຂວງອຸດົມໄຊ, ນີ້ໄດ້ສະແດງເຖິງຄວາມສາມັກຄີ ແລະ ການພົວພັນຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດ ລາວ-ຈີນ ອັນມີມູນເຊື້ອມາແຕ່ຍາວນານ.ໂອກາດນີ້, ກໍໄດ້ລົງນາມເຊັນບົດບັນທຶກຮ່ວມກັນ ຢ່າງເປັນທາງການ.