ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງສະຫວັນນະເຂດ ປາຖະກະຖາ ວັນປະກາດເອກະລາດ

0
737

ກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ປາຖະກະຖາມູນເຊື້ອວັນປະກາດເອກະລາດຄົບຮອບ75ປີ (12 ຕຸລາ 1945 – 12 ຕຸລາ 2020) ໃນວັນທີ 14 ຕຸລາ ຜ່ານມາ, ປາຖະກະຖາໂດຍ ພັທ ສຸວັນນະ ໂພທິຈັກ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່,ມີຄະນະພະແນກ, ຄະນະກອງຮ້ອຍ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ພັທ ສຸວັນນະ ໂພທິຈັກ ໄດ້ຍົກໃຫ້ເຫັນກ່ຽວກັບປະຫວັດການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງຂະ ບວນການຕໍ່ສູ້ ອັນຍຶດເຍື້ອຍາວນານຂອງທ່ານຜູ້ນຳທີ່ເສຍສະຫຼະເລືອດເນື້ອ ເພື່ອຊາດຂອງແຕ່ລະສະໄໝ,ການ ປະກາດເອກກະລາດວັນທີ 12 ຕຸລາ 1945 ໄດ້ເຮັດໃຫ້ຊາວໂລກໄດ້ຮັບຮູ້ຄວາມເປັນຊາດລາວ,ຮັບຮູ້ອະທິປະໄຕ ແລະ ເຂດນ້ຳດິນແດນຂອງລາວ.ພ້ອມກັນນັ້ນ,ກໍຮັບຮູ້ລັດຖະບານຊົ່ວຄາວຂອງຄົນລາວ ຮັບຮູ້ວ່າຊາດ ລາວ-ຄົນລາວກໍ່ເປັນຄົນທີ່ມີກຽດສັກສີເໝືອນຄົນຊາດອື່ນໆ ແລະ ຢາກໃຫ້ມີອິດສະຫຼະພາບ ເປັນເຈົ້າຊາຕາ ກຳຂອງຕົນເອງ ຢາກມີການພັດທະນາຕົນເພື່ອຄວາມຢູ່ດີກິນດີ ແລະ ຄວາມຈະເລີນຮຸ່ງເຮືອງ.

ຍ້ອນແນວນັ້ນ. ຈຶ່ງຖືເອົາວັນປະກາດເອກກະລາດ 12 ຕຸລາ 1945 ເປັນວັນປະຫວັດສາດທີ່ສຳຄັນຂອງຊາດ,ເປັນວັນແຫ່ງຄວາມເອກອ້າງທະນົງໃຈ ຕໍ່ຄວາມອາດຫານຊານໄຊໃນການຕໍ່ສູ້ບົນຈິດໃຈ,ຍອມຕາຍດີກວ່າເປັນຂ້ອຍຂ້າ ຕາຍເພື່ອເອກະລາດດີກວ່າ ຢູ່ພາຍໃຕ້ແອກປົກ ຄອງຂອງຕ່າງຊາດ.ຈາກນັ້ນມາ ນ້ຳໃຈ 12 ຕຸລາ ຈຶ່ງກາຍເປັນມູນເຊື້ອແຫ່ງການຕໍ່ສູ້ມີໄຊຂອງຄົນລາວຜູ້ຮັກຊາດ ພາຍໃຕ້ການນຳພາຂອງພັກ,ສາມາດປົດປ່ອຍຊາດ ໄດ້ຢ່າງສົມບູນ ແລະ ໄດ້ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.ໃນພິທີ,ຍັງໄດ້ເຜີຍແຜ່ເອກະສານຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ III ຂອງຄະນະພັກກອງບັນຊາການ ປກສ ແຂວງສະຫວັນນະເຂດ,ເອກະສານ17ຂໍ້ຫ້າມຂອງນາຍແລະພົນຕຳຫຼວດ.