ຫ້ອງການປະສານງານຊາຍແດນຫາລື-ຖອດຖອນບົດຮຽນ

0
895

ໃນລະຫວ່າງວັນທີ 22-23 ຕຸລາ 2020 ແຂວງບໍລິຄໍາໄຊ ຈັດກອງປະຊຸມປືກສາຫາລື ແລະ ຖອດຖອນບົດຮຽນ ຫ້ອງການປະສານງານຊາຍ ແດນ ໃນຂອບເຂດທົ່ວປະເທດ, ເປັນປະທານຂອງ ພັອ ອານຸເດດ ຄູນຄຳ ຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ຄະ ນະຊີ້ນໍາໂຄງການສະກັດກັ້ນຕ້ານຢາເສບຕິດ ແລະ ອາຊະຍາກໍາ ຂັ້ນສູນກາງ, ມີ ທ່ານ ແສງເດືອນ ໂພມະວົງສາ  ຜູ້ຕາງໜ້າຈາກອົງການສະຫະປະ ຊາຊາດ ເພື່ອຕ້ານຢາເສບຕິດ ແລະອາຊະຍາກໍາ ປະຈໍາ ສປປ ລາວ,ມີຄະນະກອງບັນຊາການ ປກສ ແຂວງ, ປກສ ເມືອງ ຜູ້ຊີ້ນໍາວຽກງານຫ້ອງ ການປະສານງານຊາຍແດ, ບັນດາເຈົ້າໜ້າທີ່ປະຈໍາຫ້ອງການປະ ສານງານຊາຍແດນ ໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

ພັອ ອານຸເດດ ຄູນຄໍາ ກ່າວວ່າ:  ໄລຍະຜ່ານມາ ບັນດາຫ້ອງການປະສານງານ ໃນຂອບເຂດທົ່ວປະເທດໄດ້ສຸມໃສ່ສະກັດກັ້ນ ແລະ ຕ້ານອາຊະຍາກໍາຂ້າມຊາດ ເປັນຕົ້ນແມ່ນ ການຄ້າ-ຂາຍຢາເສບຕິດ, ສານເຄມີຂັ້ນຕົ້ນ, ການຄ້າມະນຸດ,ການຄ້າ-ຂາຍສັດນໍ້າສັດປ່າ, ສັດຫວງຫ້າມທີ່ໃກ້ ຈະສູນພັນ, ຄ້າ-ຂາຍເຖື່ອນ, ຊັບພະຍາກອນທໍາມະຊາດທີ່ຜິດກົດໝາຍ, ການນໍາເຂົ້າ-ສົ່ງອອກສີນຄ້າທີ່ຜິດກົດໝາຍອື່ນໆ ແລະ ນໍາເອົາຜູ້ກະທໍາຜິດມາສືບສວນ-ສອບສວນດໍາເນີນຄະດີຕາມລະບຽບກົດໝາຍ ເພື່ອແນໃສ່ເຮັດໃຫ້ວຽກງານປະສານງານຊາຍແດນ ກໍຄື ການຕ້ານອາຊະຍາກໍາຂ້າມຊາດ  ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ  ເຮັດໃຫ້ບັນຫາການກໍ່ອາຊະຍາກໍາຂ້າມຊາດ ນັບມື້ຫຼຸດໜ້ອຍຖອຍລົງເປັນກ້າວໆ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍເພື່ອສະຫຼຸບ ຕີລາຄາ, ປະເມີນຜົນ ແລະ ທົບທວນຄືນການຈັດຕັ້ງປະຕິບັດບັນດາວຽກງານທີ່ຕິດພັນກັບໂຄງການສະກັດກັ້ນ ແລະ ຕ້ານອາຊະຍາກໍາຂ້າມຊາດໄລຍະຜ່ານມາ,ປືກສາຫາລືກ່ຽວກັບສິດ, ໜ້າທີ່,ພາລະບົດບາດ ຂອງຫ້ອງການປະສານງານຊາຍແດນ ເພື່ອຄວາມເປັນເອກະພາບໃນການນໍາໄປຈັດຕັ້ງປະຕິບັດ ແລະເຄື່ອນໄຫວໃຫ້ຖືກຕ້ອງສອດຄ່ອງກັບສະພາບການຕົວຈິງ, ປືກ ສາຫາລືແຜນວຽກປະຈໍາປີຂອງໂຄງການສະກັດກັ້ນຕ້ານຢາເສບຕິດ ແລະ ອາຊະຍາກໍາ ທີ່ອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາຈະນໍາສົ່ງໃຫ້ກະຊວງປ້ອງກັນຄວາມສະຫງົບ ພິຈາລະນາໃນແຕ່ລະປີ.

ທ່ານ ແສງເດືອນ ໂພມະວົງສາ  ຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ ປະຈໍາ ສປປ ລາວ ຍັງໄດ້ຍົກໃຫ້ເຫັນ ກ່ຽວກັບສະພາບອາຊະຍາກໍາຂ້າມຊາດ, ປະເທດພາກພື້ນ ແລະ ສາກົນ, ຮູບແບບລັກສະນະການກໍ່ໃຫ້ເກີດອາຊະຍາກໍາ,ສິ່ງທ້າ ທ້າຍ, ຜົນດີຂອງການສ້າງຕັ້ງຫ້ອງການປະສານງານຊາຍແດນ,ຜົນສໍາເລັດການຈັດຕັ້ງປະຕິບັດວຽກງານສະກັດກັ້ນຕ້ານຢາເສບຕິດ ແລະ ອາຊະຍາກໍາຂ້າມຊາດໃນໄລຍະຜ່ານມາ, ພ້ອມທັງແນະນໍາວິທີການເກັບກໍາສະຖິຕິ, ການລາຍງານໃຫ້ບັນດາກະ ຊວງ ແລະ ຄະນະຮັບຜິດຊອບໂຄງການ, ທັງນີ້ກໍເພື່ອແນໃສ່ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຂົ້າໃຈ ແລະ ສາ ມາດນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານທີ່ຕົນເອງຮັບຜິດ ຊອບໄດ້ຮັບຜົນສໍາເລັດ.ໂອກາດນີ້,ໄດ້ມອບຄອມພິວເຕີໂນ໊ດບຸກ, ປີ້ນເຕີ ແລະ ອຸປະກອນຮັບໃຊ້ຫ້ອງການ ມູນຄ່າ 24 ລ້ານກວ່າກີບ ໃຫ້ຫ້ອງການປະສານງານຊາຍແດນ.