ໃນຕອນກາງຄືນ, ມີລົດຄົນຮ້າຍໄດ້ຕິດຕາມລົດບັນທຸກຫຸ້ມເກາະ 2 ຄັນ ທີ່ບັນທຸກເຄື່ອງປະດັບ ໄປຕາມທາງດ່ວນ A6 ຈາກນະຄອນຫຼວງປາຣີ ມຸ່ງໜ້າໄປສູ່ເມືອງ Besancon ທາງພາກຕາເວັນອອກຂອງຝຣັ່ງ ແລະ ເມື່ອໄປຮອດສະຖານທີ່ພັກລົດຕາມແຄມທາງ, ພວກໂຈນທີ່ໃສ່ໜ້າກາກ ພ້ອມທັງອາວຸດ ທີ່ຂັບລົດຕາມມານັ້ນ ໄດ້ໃຊ້ແກ໊ດພິດ (ບໍ່ສາມາດລະບຸຊະນິດໄດ້) ພົ່ນໃສ່ຄົນຂັບລົດຫຸ້ມເກາະຄັນດັ່ງກ່າວ ແລ້ວຂົນຍ້າຍເອົາເຄື່ອງປະດັບທັງໝົດໃສ່ລົດຂອງພວກເຂົາ ກ່ອນຈະເອົາຕົວຫຼົບໜີອອກຈາກສະຖານທີ່ ຢ່າງວ່ອງໄວ; ເຊິ່ງພວກກ່ຽວໄດ້ໃຊ້ເວລາໃນການກໍ່ເຫດທັງໝົດ ເກືອບ 20 ນາທີ ແລະ ຊັບສິນທີ່ຖືກປຸ້ນໄປມີມູນຄ່າເຖິງ 10 ລ້ານເອີໂຣ.

ການລົງມືປຸ້ນຂອງພວກກ່ຽວ ເກີດຂື້ນຄືກັບເຫດການໃນໜັງ Hollywood Blockbuster ທີ່ໄດ້ເຮັດໃຫ້ຝຣັ່ງຢ້ານກົວ; ເຊິ່ງກ່ອນໜ້ານັ້ນ, ປະເທດຝຣັ່ງ ກໍເຄີຍປະສົບກັບຄວາມຕື່ນຕົກໃຈຢ່າງຮ້າຍແຮງ ຈາກການໂຈມຕີຂອງກຸ່ມກໍ່ການຮ້າຍ ໃນ “Charlie Weekly” ໃນຕົ້ນເດືອນມັງກອນ 2015 ເຊິ່ງເປັນໄລຍະເວລາຕໍ່ເນື່ອງກັນບໍ່ດົນ.

ຫຼັງຈາກການໂຈມຕີ “Charlie Weekly” ໃນຕົ້ນເດືອນມັງກອນ ຜ່ານໄປ, ຝຣັ່ງໄດ້ປະກາດເຕືອນທົ່ວປະເທດໃຫ້ລະມັດລະວັງ ແຕ່ກໍຍັງມີເຫດການປຸ້ນຊັບ-ລັກຊັບລາຍໃຫຍ່ ເກີດຂຶ້ນເຖິງ 15 ເລື່ອງ ແລະ ພວກກໍ່ເຫດທັງໝົດ ແມ່ນເອົາຕົວຫຼົບໜີໄປ ໂດຍບໍ່ເຫຼືອຮ່ອງຮອຍໃຫ້ຕິດຕາມຕົວໄດ້ເລີຍ.

ໜັງສືພິມສະວິດເຊີແລນ ທີ່ມີຫົວຂໍ້ວ່າ “ໃນ 20 ນາທີ” ກ່າວວ່າ:

ຄວາມໝັ້ນຄົງຂອງປະເທດຝຣັ່ງ ກຳລັງປະເຊີນບັນຫາຢູ່.

ນັບແຕ່ເວລາທ່ຽງຄືນ ໃນວັນທີ 10 ຈົນຮອດຕອນເຊົ້າ ໃນວັນທີ 11 ມີນາ 2015, ໄດ້ເກີດເຫດຄົນຮ້າຍປຸ້ນຊັບຢູ່ເສັ້ນທາງດ່ວນໃນປະເທດຝຣັ່ງ, ເຊິ່ງກຸ່ມກໍ່ເຫດມີປະມານ 10 ກວ່າຄົນ ແຕ່ລະຄົນມີອາວຸດປືນ ແລະ ພວກເຂົາໄດ້ລົງມືປຸ້ນເອົາຊັບສິນລວມມີ: ເພັດ, ພອຍ ແລະ ຊັບສິນມີຄ່າອື່ນໆ ຈາກລົດບັນທຸກຫຸ້ມເກາະ ລວມມູນຄ່າປະມານ 10 ລ້ານເອີໂຣ.

ດ້ານສື່ມວນຊົນຝຣັ່ງ ຂຶ້ນຫົວຂໍ້ວ່າ: ນີ້ແມ່ນການປຸ້ນຊັບທີ່ມີການປະກອບອາວຸດທີ່ຮຸນແຮງທີ່ສຸດ ນັບແຕ່ປີ 2009 ເປັນຕົ້ນມາ.

ຕຳຫຼວດຝຣັ່ງ ບໍ່ໄດ້ເປີດເຜີຍລາຍລະອຽດຂອງຄະດີດັ່ງກ່າວຫຼາຍ. ສະນັ້ນ, ສື່ມວນຊົນທີ່ເວົ້າກ່ຽວກັບຄະດີດັ່ງກ່າວ ຈຶ່ງມີຈຸດແຕກຕ່າງກັນຄື: ອີງຕາມໜັງສືພິມ “Daily Post” ຂອງອັງກິດ ກ່າວວ່າ ລົດບັນທຸກຫຸ້ມເກາະ 2 ຄັນດັ່ງກ່າວ ແມ່ນຂຶ້ນກັບບໍລິສັດຂົນສົ່ງພິເສດ Termis ໄດ້ບັນຈຸໂມງລາຄາແພງ, ເຄື່ອງປະດັບ ແລະ ວັດຖຸບູຮານເຕັມຄັນ ມຸ່ງໄປສູ່ເມືອງ Besancon ໃນພາກຕາເວັນອອກຂອງປະເທດຝຣັ່ງ ເພື່ອ ເຂົ້າຮ່ວມການປະມູນ.

ລົດບັນທຸກຫຸ້ມເກາະ 2 ຄັນ ທີ່ບັນທຸກສິນຄ້ານີ້ ແມ່ນແລ່ນຕາມເສັ້ນທາງດ່ວນເລກ A6 ໃນທ່າມກາງສາຍຝົນ ເຊິ່ງເຮັດໃຫ້ການເດີນທາງພົບຄວາມຫຍຸ້ງຍາກຫຼາຍ; ເມື່ອຮອດເວລາປະມານທ່ຽງຄືນ, ໄດ້ໄປເຖິງຈຸດພັກລົດທີ່ຫ່າງຈາກນະຄອນຫຼວງປາຣີ ປະມານ 200 ກິໂລແມັດ, ກໍໄດ້ມີການຢຸດພັກລົດຕາມແຄມທາງ ເຊິ່ງນີ້ແມ່ນການພັກຜ່ອນໃນການເດີນທາງ ຕາມຂໍ້ກຳນົດຂອງ ກົດໝາຍ ວ່າດ້ວຍ ການຈະລາຈອນທາງບົກ ໃນປະເທດຝຣັ່ງ.

ເມື່ອການຢຸດພັກສິ້ນສຸດລົງ, ຄົນຂັບລົດ 4 ຄົນ ກໍາລັງຈະເຂົ້າໄປໃນລົດເພື່ອສືບຕໍ່ເດີນທາງ. ໃນຂະນະດຽວກັນ, ກຸ່ມຄົນຮ້າຍປະມານ 10 ກວ່າຄົນ ທຸກຄົນແມ່ນໃສ່ໜ້າກາກປິດບັງໃບໜ້າ ແລະ ມີປືນຄົບມື ບຸກເຂົ້າມາຫາຄົນຂັບລົດທັງ 4 ຄົນ ແລ້ວພົ່ນສະເປເຄມີໃສ່ຕາ ພ້ອມທັງຈັບບັນດາຄົນຂັບລົດອອກຈາກສະຖານທີ່ດັ່ງກ່າວ; ຈາກນັ້ນ, ກຸ່ມຄົນຮ້າຍປະມານ 6 ຄົນ ໄດ້ລົງມືໄຂປະຕູ ແລ້ວຍ້າຍເອົາຊັບສິນໃນລົດ, ເຊິ່ງພວກເຂົາໄດ້ໃຊ້ເຄື່ອງມືທີ່ກຽມໄວ້ເພື່ອມ້າງປະຕູ, ໂອນສິ່ງຂອງ ແລະ ຕູ້ເຊັບໃນລົດຫຸ້ມເກາະໃສ່ລົດຂອງພວກເຂົາ, ແລ້ວຂັບລົດຂອງພວກເຂົາ ແລະ ລົດຫຸ້ມເກາະທັງ 2 ຄັນ ອອກຈາກບ່ອນເກີດເຫດ.

ດ້ານສື່ທ້ອງຖິ່ນຝຣັ່ງ ລາຍງານວ່າ:

ລົດຫຸ້ມເກາະ 2 ຄັນດັ່ງກ່າວ ໄດ້ເດີນທາງຫຼາຍຄັ້ງລະຫວ່າງ ປາຣີ ແລະ ເມືອງ Besancon ເພື່ອຂົນສົ່ງເພັດ, ເຄື່ອງປະດັບ ແລະ ວັດຖຸບູຮານ.

ຕາມເຫດການປຸ້ນຊັບທີ່ເກີດຂຶ້ນ ສະແດງໃຫ້ເຫັນວ່າ:

ພວກຄົນຮ້າຍ ສາມາດກຳຂໍ້ມູນທັງໝົດກ່ຽວກັບ ການເດີນທາງຂອງລົດທັງ 2 ຄັນນີ້ໄດ້ ແລະ ພວກເຂົາມີການວາງແຜນການ, ແບ່ງວຽກກັນຢ່າງລະອຽດ ເພາະວ່າ ການລົງມືມີລັກສະນະວ່ອງໄວ ແລະ ເປັນມືອາຊີບ.

ບໍ່ມີສຽງປືນດັງ ແລະ ບໍ່ມີໃຜໄດ້ຮັບບາດເຈັບ, ການລົງມືປຸ້ນຊັບຂອງພວກກ່ຽວ ແມ່ນສິ້ນສຸດລົງບໍ່ເທົ່າໃດນາທີ. ພວກເຂົາທັງ 15 ຄົນ ລົງມືພຽງບໍ່ເທົ່າໃດນາທີ ກໍກາຍເປັນເຈົ້າຂອງຊັບສິນທັງໝົດທີ່ມີມູນຄ່າສູງເຖິງ 10 ລ້ານເອີໂຣ.

ໜັງສືພິມ ສະບັບ ວັນທີ 10 ມີນາ 2015 ຂອງປະເທດສະວິດເຊີແລນ ໄດ້ລາຍງານເຫດການປຸ້ນຊັບຄັ້ງນີ້ ດ້ວຍຫົວຂໍ້ຂ່າວວ່າ:  “ພາຍໃນ 20 ນາທີ” ທີ່ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ “ຝຣັ່ງອີກຄັ້ງໜຶ່ງ ທີ່ມີບັນຫາເລື່ອງຄວາມປອດໄພ”.

ພາຍຫຼັງໄດ້ຮັບຂ່າວດັ່ງກ່າວ, ຕຳຫຼວດຝຣັ່ງ ພ້ອມດ້ວຍບັນດາຜູ້ບໍລິຈາກການທະຫານ ໄດ້ຮີບດ່ວນໄປສະຖານທີ່ເກີດເຫດ, ເຈົ້າໜ້າທີ່ໄດ້ນຳໃຊ້ເຮລິຄອບເຕີໃນການຄົ້ນຫາ ແລະ ສາມາດຄົ້ນພົບລົດບັນທຸກຫຸ້ມເກາະ 2 ຄັນ ທີ່ຖືກໄຟໄໝ້ ເຊິ່ງຢູ່ບໍ່ໄກຈາກຈຸດເກີດເຫດ. ຫຼັງຈາກນັ້ນ, ຕຳຫຼວດໄດ້ຄົ້ນພົບລົດບັນທຸກຂອງພວກກ່ຽວ ທີ່ໃຊ້ໃນກໍລະນີດັ່ງກ່າວ ກໍຖືກຈູດທຳລາຍໃນບໍລິເວນໃກ້ຄຽງເຊັ່ນກັນ, ຄາດຄະເນວ່າ ເປັນການທຳລາຍຫຼັກຖານ.

“ຈາກການກໍ່ເຫດນ້ອຍໆ ຫັນມາເປັນການກໍ່ເຫດໃຫຍ່ໆ”, ໃນວັນທີ 12 ມີນາ 2015, ຊ່ອງຂ່າວຂອງນັກຂ່າວເຢຍລະມັນ ໃຫ້ຄຳເຫັນວ່າ: ໃນຊຸມປີບໍ່ດົນມານີ້, ມີຄົນອົບພະຍົບເຂົ້າມາໃນເອີຣົບຈຳນວນຫຼວງຫຼາຍ ແລະ ເມື່ອທຽບກັບຈຳນວນຜູ້ອົບພະຍົບ, ຈຳນວນຄົນຮ້າຍ ກໍໄດ້ເພີ່ມຂຶ້ນຢ່າງໄວວາ ເຊັ່ນກັນ.

ການກໍ່ເຫດປຸ້ນຊັບສິນ ແລະ ເຄື່ອງປະດັບຕາມເສັ້ນທາງຫຼວງໃນປະເທດຝຣັ່ງ ແຕ່ກ່ອນແມ່ນບໍ່ຄ່ອຍເກີດຂຶ້ນ, ແຕ່ປັດຈຸບັນເກີດຂຶ້ນຫຼາຍຄັ້ງ ແລະ ມີທ່າອ່ຽງຈະເກີດຂຶ້ນອີກ, ເຊິ່ງເຮັດໃຫ້ມີຄຳຖາມຕໍ່ຕຳຫຼວດຝຣັ່ງ ຄື:

  1. ເປັນຫຍັງເຫດການປຸ້ນຊັບສິນມີຄ່າ ຈຶ່ງເກີດຂຶ້ນຢ່າງຕໍ່ເນື່ອງ?
  2. ການສະໜັບສະໜູນຂອງ ກຸ່ມແກ້ງກໍ່ອາຊະຍາກຳນີ້ ມີການຈັດຕັ້ງກັນຄືແນວໃດ?

ເຈົ້າໜ້າທີ່ຕຳຫຼວດທ່ານໜຶ່ງ ເລົ່າວ່າ: ກຸ່ມໝີສີບົວ ຫຼື “The Pink Panther” ໄດ້ລົງມືອີກຄັ້ງ, ຄັ້ງນີ້ພວກເຂົາສາມາດປຸ້ນຊັບໄປໄດ້ ມີມູນຄ່າເກືອບ 10 ລ້ານເອີໂຣ.

ໜັງສືພິມ “Daily Post” ຂອງອັງກິດ ກ່າວວ່າ: ຕຳຫຼວດຝຣັ່ງ ໄດ້ຍອມຮັບໃນຄັ້ງນີ້ວ່າ ພວກກໍ່ເຫດປຸ້ນຊັບຄັ້ງນີ້ ໄດ້ມີການຈັດຕັ້ງວາງແຜນການ, ມີຄວາມພ້ອມ ແລະ ລົງມືກໍ່ເຫດແບບມືອາຊີບ.

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ