ບັນຫານີ້ມີສ່ວນກ່ຽວຂ້ອງກັບ ກຸ່ມປຸ້ນຊັບສາກົນ ທີ່ມີຊື່ວ່າ “The Pink Panther” (ຊື່ຫຼິ້ນຂອງກຸ່ມປຸ້ນຊັບ ໃນເອີຣົບຕາເວັນອອກ). ໜັງສືພິມ ກ່າວວ່າ: ສະມາຊິກສ່ວນໃຫຍ່ຂອງ “The Pink Panther” ແມ່ນນັກຮົບເກົ່າຂອງເອີຣົບຕາເວັນອອກ, ກຸ່ມແກ້ງປຸ້ນຊັບດັ່ງກ່າວໄດ້ເຄື່ອນໄຫວກໍ່ເຫດບໍ່ຕ່ຳກວ່າ 100 ເລື່ອງ ໃນທົ່ວໂລກ ແລະ ເງິນທີ່ໄດ້ຈາກການລັກຊັບ-ປຸ້ນຊັບ ມີປະມານ 300 ລ້ານປອນ.

ກຸ່ມດັ່ງກ່າວນີ້ ເນັ້ນເປົ້າໝາຍໃນການລົງມືແມ່ນ ບັນດາຕົວເມືອງໃຫຍ່ ເຊັ່ນ: ລອນດອນ, ດູໄບ, ເຈນີວາ, Monte Carlo ແລະ ໂຕກຽວ; ເຊິ່ງປະເທດຝຣັ່ງ ແມ່ນບ່ອນທີ່ພວກເຂົາ “ຮັກ”. ໃນປີ 2008, ສານ Chambéry ໃນພາກຕາເວັນອອກສຽງໃຕ້ຂອງປະເທດຝຣັ່ງ ໄດ້ຕັດສິນສະມາຊິກກຸ່ມດັ່ງກ່າວ ຈຳນວນ 3 ຄົນ ສັນຊາດເຊີເບຍ ເຊິ່ງເປັນສະມາຊິກຂອງ “Pink Panther” ທີ່ກ່ຽວຂ້ອງກັບ ການປຸ້ນຊັບ ແລະ ລັກຊັບຫຼາຍຄັ້ງ ໃນເມືອງດັ່ງກ່າວ.

+ ວິເຄາະຮູບແບບການກໍ່ອາຊະຍາກຳ

ອີງຕາມໜັງສືພິມລາຍວັນຂອງສຳນັກຂ່າວ ແລະ ອົງການໂຄສະນາ ABC ຂອງສະຫະລັດ ອາເມລິກາ ໃຫ້ຮູ້ວ່າ: ຄະດີນີ້ແມ່ນຜິດປົກກະຕິຫຼາຍ ຈາກວິທີການກໍ່ອາຊະຍາກຳຂອງກຸ່ມເຄື່ອນໄຫວ ເມື່ອທຽບໃສ່ເມື່ອກ່ອນ ພວກຄົນຮ້າຍມີການໂຈມຕີຕໍ່ເປົ້າໝາຍເຄື່ອນຍ້າຍໜ້ອຍທີ່ສຸດ.

ການລົງມືປຸ້ນຊັບຕໍ່ກັບເປົ້າໝາຍໃນລັກສະນະດັ່ງກ່າວ, ຖ້າຫາກບໍ່ມີການພົວພັນສົມທົບກັບຄົນພາຍໃນ ແມ່ນໂອກາດຈະລົງມືສຳເລັດ ຖືວ່າມີໜ້ອຍທີ່ສຸດ; ສະນັ້ນ, ຄະດີນີ້ບໍ່ແມ່ນ “Pink Panther” ທີ່ກໍໃຫ້ເກີດອາຊະຍາກຳນີ້ແນ່ນອນ.

ພວກກຸ່ມຄົນຮ້າຍທີ່ລົງມືໄດ້ຢ່າງວ່ອງໄວ, ເປັນມືອາຊີບທີ່ບໍ່ຕ້ອງຍິງປືນ, ບໍ່ມີຜູ້ບາດເຈັບ ແລະ ຫຼັງກໍ່ເຫດ ພວກກ່ຽວກໍໄດ້ອອກຈາກບ່ອນເກີດເຫດຢ່າງວ່ອງໄວ, ເຊິ່ງສະແດງໃຫ້ເຫັນຢ່າງຈະແຈ້ງວ່າ:

ກຸ່ມຄົນຮ້າຍ ແມ່ນມີການວາງແຜນການ, ມີກຳລັງອາວຸດຢ່າງລະອຽດ ແລະ ຮູ້ໄດ້ແຜນການເດີນທາງຂອງລົດທັງ 2 ຄັນ ທີ່ບັນທຸກສິ່ງຂອງມີຄ່ານີ້.

ຕຳຫຼວດຝຣັ່ງ ວິເຄາະວ່າ: ໃນຊຸມປີມໍ່ໆມານີ້, ມີການລັກລອບປະກອບອາວຸດຈຳນວນຫຼວງຫຼາຍຕໍ່ລົດທີ່ຂົນສົ່ງເງິນ ແລະ ຂອງມີຄ່າ. Bandits ມັກໃຊ້ອາວຸດຂອງທະຫານເພື່ອປະຕິບັດການລັກຂະໂມຍ ແຕ່ວ່າອັດຕາຄວາມສຳເລັດບໍ່ສູງ.

ເຈົ້າໜ້າທີ່ຕຳຫຼວດ ກ່າວອີກວ່າ: ການລົງມືກໍ່ເຫດດັ່ງກ່າວ ເປັນການກະທຳຜິດທາງອາຍາ ແລະ ລ່ວງລະເມີດຕໍ່ລະບຽບກົດໝາຍ, ເຊິ່ງເປົ້າໝາຍຫຼັກທີ່ສຸມໃສ່ການສືບສວນຕຳຫຼວດໃນຄັ້ງນີ້ ແມ່ນຜູ້ທີ່ເປັນເປົ້າໝາຍໃຫ້ການຮ່ວມມື ແລະ ຊ່ວຍເຫຼືອກຸ່ມກໍ່ເຫດ.

ເຈົ້າໜ້າທີ່ຕຳຫຼວດ ພະແນກຕຳຫຼວດ ກອງບັນຊາການຕຳຫຼວດ ນະຄອນຫຼວງປາຣີ ກ່າວຕໍ່ນັກຂ່າວ “Global Times” ວ່າ:

ຄະດີລັກຊັບ ແລະ ປຸ້ນຊັບໃນປະເທດຝຣັ່ງ ເກີດຂຶ້ນນັບມື້ນັບຫຼາຍ ຍ້ອນວ່າ ກຸ່ມຄົນຮ້າຍນັບມື້ນັບມີທ່າທີບໍ່ຢ້ານກົວກັບລະບຽບກົດໝາຍ, ກຸ່ມຄົນຮ້າຍທີ່ກໍ່ເຫດ ລ້ວນແຕ່ມີອາວຸດ ພ້ອມທັງເຄີຍຖືກໂທດຄະດີອາຍາທຸກຄົນ, ພວກເຂົາຝຶກໃຊ້ອາວຸດໃນເວລາທີ່ເປັນທະຫານ ແລະ ມີການກະກຽມຢ່າງມືອາຊີບ.

ເຖິງຢ່າງໃດກໍຕາມ, ໃນໄລຍະມໍ່ໆມານີ້, ການສະກັດກັ້ນ ແລະ ການສືບສວນຂອງຕຳຫຼວດ ກໍໄດ້ຮັບການເພີ່ມທະວີຍົກລະດັບຂຶ້ນ ບໍ່ພຽງແຕ່ເຫດການອາຊະຍາກຳໃຫຍ່ໆມາກ່ອນເທົ່ານັ້ນ, ແຕ່ກໍລະນີຄະດີຕ່າງໆສ່ວນໃຫຍ່ກໍຖືກມ້າງສຳເລັດມາແລ້ວ.

ສິ່ງທີ່ປະຊາຊົນມີຄວາມວິຕົກກັງວົນ ໃນປັດຈຸບັນ ແມ່ນ ກຸ່ມກໍ່ການຮ້າຍມີສ່ວນຮ່ວມໃນຄະດີເຫຼົ່ານີ້ ແລະ ເປັນຄະດີອາຍາທີ່ໃຊ້ເງິນຂອງກຸ່ມກໍ່ການຮ້າຍ ຫຼື ບໍ? ນີ້ກໍແມ່ນປະເດັນໜຶ່ງທີ່ອົງການຕຸລາການເປັນຫ່ວງຫຼາຍ.

+ ຂອງມີຄ່າທີ່ຖືກລັກໄປ ຈະຖືກນຳໄປຂາຍຢູ່ໃສ?

ເຈົ້າໜ້າທີ່ຕຳຫຼວດ ກ່າວວ່າ: ດຽວນີ້ອິນເຕີເນັດມີການພັດທະນາຫຼາຍ, ໃນອິນເຕີເນັດມີຫຼາຍຊ່ອງທາງສາກົນໃນການຊື້ ແລະ ຂາຍສິນຄ້າເຖື່ອນ ຫຼື ສິ່ງຂອງທີ່ຖືກລັກ, ໂດຍສະເພາະ ບາງປະເທດໃນເອີຣົບຕາເວັນອອກ ກຳລັງກາຍເປັນສະຖານທີ່ສຳຄັນໃນການບໍລິໂພກຊື້-ຂາຍສິນຄ້າທີ່ຖືກລັກໄປ.

ສຳນັກຂ່າວ Associated Press ຂອງອາເມລິກາ ລາຍງານເຫດການປຸ້ນຊັບປະເພດເຄື່ອງປະດັບ ໃນປະເທດຝຣັ່ງ ວ່າ:

  • ໃນເດືອນພະຈິກ 2014, ເກີດເຫດຄົນຮ້າຍຈຳນວນ 2 ຄົນ ບຸກປຸ້ນຮ້ານຂາຍເຄື່ອງປະດັບແຫ່ງໜຶ່ງ ໃນໃຈກາງນະຄອນຫຼວງປາຣີ ແຕ່ໃຊ້ເວລາບໍ່ດົນ ເຈົ້າໜ້າທີ່ຕຳຫຼວດ ໄດ້ນຳຈັບຕົວຜູ້ກໍ່ເຫດທັງ 2 ຄົນ ມາຮັບຜິດຊອບທາງກົດໝາຍ.
  • ໃນປີ 2015, ໃນໄລຍະເທດສະການຮູບເງົາ Cannes, ກຸ່ມແກ້ງສັງຄົມມືດ (ກຸ່ມນັກເລງອັນຕະພານ) ໄດ້ບຸກເຂົ້າຮ້ານຂາຍເຄື່ອງປະດັບທ້ອງຖິ່ນທີ່ມີຊື່ສຽງ ແລະ ໄດ້ລັກເຄື່ອງປະດັບຈຳນວນຫຼາຍ ມີມູນຄ່າປະມານ 120 ລ້ານເອີໂຣ; ມາຮອດປັດຈຸບັນ, ຄະດີດັ່ງກ່າວ ຍັງບໍ່ສາມາດຕິດຕາມຈັບຕົວຜູ້ກໍ່ເຫດໄດ້.
  • ໃນເດືອນກຸມພາ 2016, ສານປະເທດຝຣັ່ງ ໄດ້ຕັດສິນການລັກຊັບປະເພດເຄື່ອງປະດັບ ທີ່ເກີດຂຶ້ນໃນປີ 2008, ໂດຍເຫດການນີ້ ຜູ້ກໍ່ເຫດທັງ 3 ຄົນ ມີອາວຸດປືນຄົບມື ໄດ້ລົງມືປຸ້ນເຄື່ອງປະດັບ ລວມມູນຄ່າເສຍຫາຍ 85 ລ້ານເອີໂຣ.

ນັກວິເຄາະຊາວຝຣັ່ງ ເຊື່ອວ່າ: ການລັກຂະໂມຍທີ່ເກີດຂຶ້ນຫຼາຍ ຈະຕ້ອງມີຄວາມເຫັນຕໍ່ປະຊາຊົນກ່ຽວກັບຄະດີເຫຼົ່ານີ້; ເຊິ່ງຄະດີທີ່ມີຊື່ສຽງທີ່ສຸດ ໃນປະຫວັດສາດຂອງຝຣັ່ງ ແມ່ນ ກໍລະນີ ທ້າວ Musulin ທີ່ເກີດຂຶ້ນໃນປີ 2009.

ເຊິ່ງ ທ້າວ Musulin ແມ່ນ ຜູ້ຮັກສາຄວາມປອດໄພ ຂອງ ບໍລິສັດຄວາມປອດໄພ Tony ທີ່ຂົນສົ່ງເຄື່ອງຂອງທີ່ມີຄ່າ, ໃນຄັ້ງໜຶ່ງທີ່ໄປປະຕິບັດພາລະກິດ ທ້າວ Musulin ໄດ້ລັກຊັບມູນຄ່າ 11,6 ລ້ານເອີໂຣ.

ຄະດີນີ້ໄດ້ເຮັດໃຫ້ທັງປະເທດຝຣັ່ງ ແລະ ເອີຣົບ ເກີດຄວາມແຕກຕື່ນ ແລະ ເກີດຂໍ້ສົງໄສຫຼາຍຢ່າງ, ແຕ່ ທ້າວ Musulin ຖືກຕັດສິນຈຳຄຸກພຽງແຕ່ 3 ປີ ແລະ ການດຳເນີນຄະດີອຸທອນສູງສຸດເຖິງ 5 ປີ, ຈຳນວນຊັບທີ່ຖືກລັກ ສາມາດເກັບກູ້ໄດ້ພຽງແຕ່ 9 ລ້ານເອີໂຣ ເທົ່ານັ້ນ ແລະ ເຫຼືອ 2,5 ລ້ານເອີໂຣ ຍັງບໍ່ສາມາດເກັບກູ້ຄືນມາໄດ້.

ຄະດີອາຍາ ໃນຍຸກສະໄໝໃໝ່ ໃນເອີຣົບ ແມ່ນກຳລັງຈະກ້າວຂຶ້ນສູ່ເວທີ. ເຊິ່ງ ໜັງສືພິມການເງິນຂອງເຢຍລະມັນ ກໍໄດ້ກ່າວກ່ຽວກັບເລື່ອງນີ້ວ່າ: ກຸ່ມມາເຟຍ ໄດ້ກາຍເປັນອະດີດ, ຄະດີອາຍາຂອງລຸ້ນໃໝ່ ເຊິ່ງນຳໃຊ້ສື່ອິນເຕີເນັດ ປັດຈຸບັນຍິ່ງມີຄວາມໃຈກວ້າງກວ່າເກົ່າ, ພວກເຂົາບໍ່ພຽງແຕ່ມີອາວຸດເທົ່ານັ້ນ ແຕ່ຍັງມີຄວາມຮູ້ກ່ຽວກັບການວາງແຜນການລົງມືກໍ່ເຫດອີກດ້ວຍ; ພ້ອມນັ້ນ, ຄະດີຕ່າງໆທີ່ເກີດຂຶ້ນໃນປະເທດຝຣັ່ງ ມັນໄດ້ສະແດງໃຫ້ເຫັນເຖິງ ບັນຫາຮ້າຍແຮງຕໍ່ຄວາມໝັ້ນຄົງໂດຍລວມຂອງເອີຣົບ.

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ