ປກສ ແຂວງຄຳມ່ວນ ເຊື່ອມຊຶມຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນຄັ້ງທີ V ອົງຄະນະພັກກະຊວງ

0
1137

ໃນອາທິດ ຜ່ານມາ,ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຈັດຕັ້ງເຊື່ອມຊຶມຜົນສໍາເລັດການດໍາເນີນກອງປະຊຸມໃຫຍ່ ຜູ້ແທນຄັ້ງທີ V ຂອງອົງຄະນະພັກກະຊວງ ປກສ, ເຜີຍແຜ່ ໂດຍສະຫາຍ ພົຈວ ຄຳກິ່ງ ຜຸຍຫຼ້າມະນີວົງ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກົມໃຫຍ່ຕຳຫຼວດ,ມີບັນດາສະຫາຍຄະນະພັກ-ຄະນະກອງບັນຊາການ, ຫ້ອງ, ກອງພັນປ້ອງກັນເຄື່ອນທີ່, ໂຮງຮຽນ ປກສ ຊັ້ນຕົ້ນເລກ 5, ຄ້າຍຄຸມ ຂັງ-ດັດສ້າງ, ປກສ ເມືອງ ແລະ ພະນັກງານຫຼັກແຫ່ຼງເຂົ້າຮ່ວມ.

ສະຫາຍ ພົຈວ ຄຳກິ່ງ ຜຸຍຫຼ້າມະນີວົງ ເຜີຍແຜ່ໃຫ້ຮູ້ວ່າ: ກອງປະຊຸມໄດ້ມີການຄົ້ນຄວ້າ ແລະ ຮັບ ຮອງເອົາຢ່າງເປັນເອກະສັນ ບົດລາຍງານການເມືອງຂອງຄະນະບໍລິຫານງານພັກກະຊວງສະໄໝ ທີ IVເປັນຕົ້ນການໄຈ້ແຍກ ແລະ ຕີລາຄາຢ່າງເລິກເຊິ່ງຕໍ່ບັນດາສາເຫດທີ່ພາໃຫ້ມີຂໍ້ຄົງຄ້າງ ແລະຖອດຖອນບົດຮຽນການຈັດຕັ້ງຜ່ານມາ ດ້ານວຽກງານປັບປຸງ-ກໍ່ສ້າງພັກກໍາລັງປ້ອງກັນຄວາມສະຫງົບໃຫ້ປອດໃສ,ໜັກແໜ້ນ, ດ້ານວຽກງານພະລາທິການ,ວຽກງານເສນາທິການໃຫ້ໂລງລຽນ,ວ່ອງ ໄວ ແລະ ວຽກງານຜັນຂະຫຍາຍແນວທາງການຕ່າງ ປະເທດຂອງພັກ.

ກອງປະຊຸມ,ໄດ້ຮັບຟັງການລາຍງານ ແລະ ປະກອບຄວາມເຫັນຈາກຕາງໜ້າບັນດາອົງຄະນະພັກ,ກົມ ກອງວິຊາສະເພາະ ແລະ ຮັບຮອງເອົາບົດສໍາຫຼວດການນໍາພາຂອງຄະນະບໍລິຫານງານພັກ ກະ ຊວງສະໄໝທີ IV ໂດຍຕີລາຄາສູງຕໍ່ຄວາມພະຍາຍາມອັນຕັ້ງຫນ້າ, ຄວາມເປັນເຈົ້າ ການປະດິດສ້າງ ແລະ ການສູ້ຊົນນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ.ພ້ອມນັ້ນ, ກອງປະຊຸມ ຍັງໄດ້ເລັ່ງທວງໃຫ້ ຄະນະບໍລິຫານງານພັກກະຊວງ ສະໄຫມທີ V ອອກແຮງເສີມຂະຫຍາຍດ້ານດີ ຕັ້ງໜ້າໄປຄຽງຄູ່ກັບການຄົ້ນຄວ້າ ມາດຕະການອັນຈໍາເປັນຢ່າງເໝາະສົມ ເພື່ອແກ້ໄຂຂໍຈໍາກັດ,ຈຸດບົກຜ່ອງ ແລະ ຂໍ້ຄົງຄ້າງທີ່ຜ່ານມາ ຢ່າງຈິງຈັງໃຫ້ມີການຫັນປ່ຽນຢ່າງຈະແຈ້ງ.

ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກກະຊວງ ປກສ ຄັ້ງນີ້, ບັນດາຜູ້ແທນສົມບູນ ຍັງໄດ້ໃຊ້ສິດປະຊາທິປະໄຕ ໃນການປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານພັກກະຊວງ ຊຸດທີV,ມີຜູ້ລົງສະໝັກ 31ສະຫາຍ,ເລືອກເອົາ 27ສະຫາຍ.ພ້ອມທັງ ປ່ອນບັດຄັດເລືອກເອົາຜູ້ແທນ ສົມບຸນ-ສໍາຮອງ ໄປເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດຄັ້ງທີ XI ຂອງພັກ ຈໍານວນ15 ສະຫາຍ ສໍາຮອງ3 ສະຫາຍ.