ແຂວງອຸດົມໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຈຳໄຕມາດ III ແລະ ວາງທິດທາງແຜນການໄຕມາດ IV ໃນ ວັນທີ 22 ຕຸລາ 2020; ໂດຍການເປັນປະທານຂອງ ສະຫາຍ ພັອ ສີວອນ ໄຊຍະວົງ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມ ໄຊ, ມີສະຫາຍ ພັອ ຄຳຍິນ ແສງສຸລີ ເລ ຂາພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາສອງກຳລັງ ປກຊ-ປກສ ແຂວງ ເຂົ້າຮ່ວມ.

ສະຫາຍ ພັທ ວົງເພັດ ແກ້ວມະນີ ຫົວໜ້າຫ້ອງການ ປກຊ-ປກສ ແຂວງ ອຸດົມໄຊ ໄດ້ຜ່ານຮ່າງບົດສະຫຼຸບ ວຽກ ງານ ປກຊ-ປກສ ປະຈຳໄຕມາດ III ແລະ ວາງທິດທາງແຜນການ ໄຕມາດ IV; ຕະຫຼອດໄລຍະຜ່ານມາ ສອງກຳລັງ ໄດ້ເອົາໃຈໃສ່ວຽກງານຕ້ານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມຢ່າງຕັ້ງໜ້າ; ໃນ 3 ເດືອນຜ່ານມາ ມີຄະດີເກີດຂຶ້ນທັງໝົດ 403 ເລື່ອງ, ຜູ້ຖືກຫາ 347 ຍິງ 9 ຄົນ; ບັນຫາທີ່ພົ້ນເດັ່ນກວ່າໝູ່ເເມ່ນຄະດີຢາເສບຕິດເກີດຂຶ້ນ 238 ເລື່ອງ, ມີຜູ້ຖືກຫາ 129 ຄົນ, ຂອງກາງມີ: ຢາບ້າ 354.505 ເມັດ, ເຮໂຣອິນ 153 ກຼາມ, ຝິ່ນ 2 ກິໂລກຼາມ, ແປ້ງຝຸ່ນ 251 ກິໂລກຼາມ; ສະພາບອຸປະຕິເຫດ ເກີດຂຶ້ນທັງໝົດ 184 ເລື່ອງ, ພາຫະ ນະເປ່ເພທັງໝົດ 329 ຄັນ, ຄົນໄດ້ ຮັບບາດເຈັບ 346 ຄົນ, ເສຍເຊີວິດ 24 ຄົນ; ວຽກງານສະກັດກັ້ນ ແລະ ຕ້ານອັກ ຄີໄພໄດ້ເຕົ້າໂຮມກຳລັງຈາກພາກສ່ວນຕ່າງໆ ແລະ ເອົາພາຫະນະໄປສະກັດກັ້ນມອດໄຟໄໝ້ລາມປ່າ 20 ຄັ້ງ, ມີກຳລັງທັງໝົດ 2.602 ແຮງງານ ແລະ ເກີດເຫດໄຟໄໝ້ເຮືອນ 11 ຫຼັງ, ໄດ້ເຮັດໜ້າທີ່ປະສົມປະສານສົມທົບເຄື່ອນໄຫວລາດຕະເວນລຽບຕາມຊາຍແດນ ແລະ ເຄື່ອນໄຫວເກັບກຳບັນດາສະພາບການ ຕ່າງໆທົ່ວສັງຄົມໄດ້ ຈຳນວນ 315 ຄັ້ງ, ມີ 1.080 ແຮງງານ; ໂດຍປະຕິບັດຕາມ ທິດສາມສ້າງຂອງພັກ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ ຜັນຂະຫຍາຍຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ X ຂອງພັກຫັນ ເອົາພະນັກງານລົງກໍ່ສ້າງຮາກຖານການ ເມືອງ, ຖືເອົາການປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຕິດກັບການສ້າງ ບ້ານ ແລະ ກຸ່ມບ້ານພັດທະນາ; ປັບປຸງກອງຫຼອນ ປ້ອງກັນຕົວ ປກສ ບ້ານ-ກຸ່ມ ບ້ານໄດ້ 70 ກຸ່ມ ແລະ ສ້າງບ້ານປ້ອມ ໝັ້ນໄດ້ 1 ບ້ານ ພ້ອມນີ້, ຍັງໄດ້ແຕ່ງຕັ້ງຄະນະສະເພາະກິດຂັ້ນແຂວງລົງແກ້ໄຂປະກົດການຫຍໍ້ທໍ້ຢູ່ 7 ເມືອງ ເພື່ອເຮັດ ໃຫ້ຮາກຖານມີຄວາມສະຫງົບ, ມີຄວາມ ເປັນລະບຽບຮຽບຮ້ອຍຂອງສັງຄົມ.

ຫຼັງຈາກນັ້ນ, ໃນກອງປະຊຸມບັນດາຜູ້ເຂົ້າຮ່ວມກໍໄດ້ປະກອບຄຳຄິດ-ຄຳເຫັນໃສ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງອຸດົມໄຊ ໃຫ້ ມີຄວາມໜັກແໜ້ນ-ເຂັ້ມແຂງ, ແນໃສ່ຕ້ານ ແລະ ສະກັດກັ້ນແກ້ໄຂບັນດາປະກົດການຫຍໍ້ທໍ້ດ້ານຕ່າງໆໃນຢູ່ໃນສັງຄົມ, ຖັນແຖວພະນັກງານໃຫ້ດີຂຶ້ນເປັນກ້າວໆ.