ອົງການກວດສອບແຫ່ງລັດ ຝຶກອົບຮົມວຽກງານກວດສອບວິສາຫະກິດ ຜ່ານລະບົບສື່ສານທາງໄກ

0
946

ອົງການກວດສອບແຫ່ງລັດ ສປປ ລາວ ໄດ້ເປີດຊຸດຝຶກອົບຮົມວຽກງານການກວດສອບວິສາຫະກິດ ໃຫ້ພະນັກ ງານ-ນັກກວດສອບ ຜ່ານລະບົບສື່ສານທາງໄກ (Video Conference) ຈາກອົງການກວດສອບແຫ່ງລັດ ສສ ຫວຽດນາມ ໃນລະຫວ່າງວັນທີ 3-4 ພະຈິກ 2020 ທີ່ອົງການກວດສອບແຫ່ງລັດ ສປປ ລາວ, ຕາງໜ້າຝ່າຍລາວ ໂດຍທ່ານ ຕ້ອຍ ພົນທິລາດ ຫົວໜ້າຫ້ອງການ ອົງການກວດສອບແຫ່ງລັດ ສປປລາວ ແລະ ຕາງໜ້າຝ່າຍ ສສ ຫວຽດນາມ ໂດຍທ່ານ ຈ່າງຄິມລອກ ຫົວໜ້າກົມຮ່ວມມືສາກົນ ອົງການກວດສອບແຫ່ງລັດ ສສ ຫວຽດ ນາມ, ມີບັນດາຫົວໜ້າຫ້ອງການ, ຫົວໜ້າສະຖາບັນຝຶກອົບຮົມ ແລະ ຄະນະກົມທັງ2 ປະເທດ ພ້ອມດ້ວຍນັກສາມະນາກອນຂອງອົງການກວດສອບແຫ່ງລັດ ສປປ ລາວ ແລະ ຊຽວຊານທີ່ເປັນຄູຝຶກຂຶ້ນບັນລະຍາຍ ຈາກອົງການກວດສອບແຫ່ງລັດ ສສ ຫວຽດນາມເຂົ້າຮ່ວມ.

ການຝຶກອົບຮົມໃນຄັ້ງນີ້, ນັກສໍາມະນາກອນ ຈະໄດ້ພ້ອມກັນຄົ້ນຄວ້າຮໍ່າຮຽນ ແລະ ແລກປ່ຽນບົດຮຽນກັບຄະ ນະຊ່ຽວຊານຈາກອົງການກວດສອບແຫ່ງລັດ ສສ ຫວຽດນາມ ເປັນຕົ້ນ ແມ່ນວຽກງານການກວດສອບວິສາຫະກິດ ໃນຫົວຂໍ້: ການກວດສອບວິສາຫະກິດໂທລະຄົມມະນາຄົມ,ຂັ້ນຕອນການກະກຽມ,ການສ້າງ ແລະສົ່ງບົດລາຍງານການກວດສອບ ແລະ ການກວດສອບລາຍຮັບ ເຊັ່ນ: ອາກອນທີ່ດິນ ແລະ ການຄຸ້ມຄອງຊັບສິນ.

ທ່ານ ຕ້ອຍ ພົນທິລາດ ກ່າວວ່າ: ການເປີດຊຸດຝຶກອົບຮົມຄັ້ງນີ້, ແມ່ນມີຄວາມໝາຍຄວາມສຳຄັນຕໍ່ກັບການຮ່ວມມື 2 ຝ່າຍ ລະຫວ່າງ ອົງ ການກວດສອບແຫ່ງລັດ ສປປ ລາວ ແລະ ອົງການກວດສອບແຫ່ງລັດ ສສ ຫວຽດນາມເພື່ອຍົກລະດັບຄວາມຮູ້ຄວາມສາມາດ ແລະ ແລກ ປ່ຽນບົດຮຽນ ເພື່ອສ້າງຄວາມເຂົ້າໃຈອັນເລີກເຊິ່ງຕໍ່ວຽກງານກວດສອບວິສາຫະກິດ, ສ້າງຄວາມເຂັ້ມແຂງ ແລະ ຄວາມອາດສາມາດໃນວຽກ ງານການກວດສອບແຫ່ງລັດ ສປປ ລາວ ເພື່ອສາມາດນຳໄປໝູນໃຊ້ເຂົ້າໃນວຽກງານໃຫ້ແທດເໝາະກັບສະພາບຕົວຈິງແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານມີປະສິດທິພາບ ແລະ ປະສິດທິຜົນ ພ້ອມທັງຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດກິດ ຈະກຳຮ່ວມມືສອງຝ່າຍລະຫວ່າງ ສອງອົງການກວດສອບ ໃຫ້ຮັດແໜ້ນຄວາມສາມັກຄີເຂົ້າສູ່ລວງເລິກ ໃຫ້ໄດ້ມາດຕະຖານສາກົນ ແລະ ພັດທະນາຂຶ້ນໄປເລື້ອຍໆ.