ສຳມະນາຫົວຂໍ້ ແນວຄິດໄກສອນ ພົມວິຫານ ກ່ຽວກັບ ການປ່ຽນແປງໃໝ່ໃນຂົງເຂດວຽກງານ ປກຊ

0
1866

ສະພາທິດສະດີສູນກາງພັກ,ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນພົມວິຫານ,ສະຖາບັນການເມືອງແລະການປົກຄອງແຫ່ງຊາດ ແລະ ວິທະຍາຄານປ້ອງກັນຊາດ ໄກສອນພົມວິຫານ(ວປກ) ຈັດກອງປະຊຸມສໍາມະນາວິທະຍາ ສາດລະດັບຊາດ ພາຍໃຕ້ຫົວຂໍ້ “ແນວຄິດປະ ທານ ໄກສອນພົມວິຫານ ກ່ຽວກັບການປ່ຽນແປງໃໝ່ໃນຂົງເຂດວຽກງານປ້ອງກັນຊາດ” ໃນວັນທີ 4 ພະຈິກ ນີ້,ໂດຍມີ ພົຕ ຄໍາຫຼ້າ ພັນໄຊຍະສຸກ ຫົວໜ້າ ວປກ,ມີບັນດາສະຫາຍໃນສະພາທິດສະດີສູນກາງພັກ,ພະນັກງານການນຳຫຼັກແຫຼ່ງຂັ້ນສູນກາງ ແລະ ກົມກອງອ້ອມຂ້າງ,ຄະ ນະຜູ້ຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນພົມວິຫານ ພ້ອມດ້ວຍພະນັກງານ,ຄູ-ອາຈານຈາກ2 ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກໍາມະການກົມການເມືອງສູນກາງພັກ,ທີ່ປຶກສາຄະນະບໍລິຫານງານສູນກາງພັກ ສະໄໝທີ Xທັງເປັນປະທານກອງປະຊຸມ ກ່າວວ່າ: ກອງປະຊຸມສຳມະນາໃນຄັ້ງນີ້ຈັດຂຶ້ນ ເພື່ອສ້າງກິດຈະກຳສະເຫຼີມສະຫຼອງວັນບຸນໃຫຍ່ຂອງຊາດ ປີ 2020 ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65ປີ (22 ມີນາ 1955-22 ມີນາ 2020, ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ຄົບຮອບ 45 ປີ (2 ທັນວາ 1975-2 ທັນວາ 2020), ວັນຄ້າຍວັນເກີດປະທານໄກສອນພົມວິຫານ ຄົບຮອບ 100 ປີ (13 ທັນວາ 1920-13 ທັນວາ 2020) ແລະ ວັນສຳຄັນອື່ນໆຂອງຊາດຂອງພັກ.

ໃນກອງປະຊຸມ, ບັນດາທ່ານທີ່ເຂົ້າຮ່ວມ ພ້ອມກັນຄົ້ນຄວ້າຫຼາຍບັນຫາປິ່ນອ້ອມແນວຄິດໄກສອນພົມວິຫານ ກ່ຽວກັບການປ່ຽນແປງໃໝ່ໃນຂົງເຂດວຽກງານປ້ອງກັນຊາດ ທີ່ຄະນະຮັບຜິດຊອບໄດ້ຕັ້ງຂຶ້ນ ເປັນຕົ້ນແມ່ນແນວຄິດໄກສອນພົມວິຫານ ກ່ຽວກັບການກໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນ,ຮອບດ້ານ,ແນວຄິດໄກສອນພົມວິຫານກ່ຽວກັບການກໍ່ ສ້າງກຳລັງປະກອບອາວຸດປະຊາຊົນ, ກ່ຽວກັບພັກນໍາພາກໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນຮອບດ້ານ,ກ່ຽວກັບການ ດໍາເນີນສົງຄາມປະຊາຊົນປົກປັກຮັກສາປະເທດຊາດ ແລະ ໝູນໃຊ້ແນວຄິດໄກສອນພົມວິຫານ ກ່ຽວກັບວຽກງານປ້ອງກັນຊາດເຂົ້າໃນການປົກປັກຮັກສາປະເທດຊາດ ໃນໄລຍະໃໝ່. ເຊິ່ງນັກວິທະຍາສາດແລະຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນ ຄວ້າປະກອບຄຳເຫັນ ຢ່າງເລິກເຊິ່ງ,ສ້າງຄວາມກະຈ່າງແຈ້ງຫຼາຍບັນຫາ.

ຜ່ານກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້,ຈະເຮັດໃຫ້ຫຼາຍພາກສ່ວນ ເຂົ້າໃຈເຖິງເນື້ອໃນທີ່ອຸດົມສົມບູນ, ທິດຊີ້ນຳອັນໜັກແໜ້ນ, ເລິກເຊິ່ງ,ແທດເຖິງ,ຮອບດ້ານ,ຍົກໃຫ້ເຫັນຄຸນຄ່າຍຸກສະໄໝ ຂອງແນວຄິດໄກສອນພົມວິຫານກ່ຽວກັບການປ່ຽນແປງໃໝ່ໃນຂົງ ເຂດວຽກງານປ້ອງກັນຊາດ,ສຳລັບຜົນຂອງກອງປະຊຸມສຳມະນາໃນຄັ້ງນີ້,ຄະນະຮັບຜິດຊອບຈະນໍາໄປປັບປຸງລາຍງານ ແລະຂໍຄໍາເຫັນຈາກກົມການເມືອງ, ຄະນະເລຂາທິການພິ ຈາລະນາອະນຸມັດໃຫ້ຈັດພິມເຜີຍແຜ່ຢ່າງເປັນທາງການ.