ມອບໜ້າທີ່ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ

0
1123

ວັນທີ 5 ພະຈິກ ຜ່ານມາ,ພັທ ເຊັງ ມອງປະດິດ ອະດີດຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ ທີ່ໄດ້ຮັບນະໂຍບາຍພັກການ ຮັບອຸດໜູນບຳນານ ເມື່ອບໍ່ດົນມານີ້ ໄດ້ກ່າວມອບໜ້າທີ່ໃນຂົງເຂດຄວາມຮັບຜິດຊອບ ໃຫ້ຄະນະກອງບັນຊາການ ປກສ ແຂວງ ສືບຕໍ່ຮັບ ຜິດຊອບ, ຕາງໜ້າຄະນະຮັບໂດຍ ພົຈວ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະປະຈຳພັກ, ຄະນະພັກ ຄະນະບັນ ຊາການ, ຫົວໜ້າຄະນະຫ້ອງ, ພ້ອມດ້ວຍ ປກສ 5 ເມືອງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ພັທ ເຊັງ ມອງປະດິດ ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ກ່ຽວກັບບັນດາໜ້າວຽກທີ່ຊີ້ນຳປະຕິບັດໃນຂົງເຂດຮັບຜິດຊອບໄລຍະຜ່ານມາ. ເຊີ່ງທ່ານໄດ້ຍົກໃຫ້ເຫັນບາງສະພາບລວມ ແລະການຈັດຕັ້ງປະຕິບັດວຽກງານພະລາທິການ,ດ້ານດີຜົນງານແຕ່ລະຂົງເຂດ ເປັນຕົ້ນແມ່ນການສ້າງແຜນ ງົບປະມານ, ການຄູ້ມຄອງລາຍຮັບ-ລາຍຈ່າຍດ້ານການເງິນ, ເຄື່ອງອຸປະໂພກ-ບໍລິໂພກ,ການຜະລິດ-ທຸລະກິດ, ວຽກງານຮັກສາ ແລະ ປີ່ນປົ່ວສຸຂະພາບ. ນອກນັ້ນ, ທ່ານກໍໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະກອງບັນຊາການ ນຳພາແກ້ໄຂບາງວຽກງານທີ່ຍັງຄົງຄ້າງ ໂດຍສະເພາະແມ່ນການປັບປຸງກໍ່ສ້າງດ້ານພື້ນຖານໂຄງລ່າງ, ການຜະລິດທຸລະກິດ ແນໃສ່ດ້ານຊີວິດການເປັນຢູ່ຂອງກົມກອງໃຫ້ດີຂຶ້ນເທື່ອລະກ້າວ.

ໂອກາດດັ່ງກ່າວ, ພົຈວ ສົມໄຊ ຈັນທະວົງ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທ່ານອະດີດຮອງຫົວໜ້າກອງບັນຊາການ ທີ່ໄດ້ປະກອບສ່ວນເຫື່ອແຮງທຸກສະຕິປັນຍາເຂົ້າໃນຊີ້ນຳ-ນຳພາວຽກງານປ້ອງກັນຄວາມສະຫງົບໃນໄລຍະຜ່ານ ມີຜົນງານອັນພົ້ນເດັ່ນຫຼາຍດ້ານ, ມີຄວາມ ເຕີບໃຫຍ່ເຂັ້ມແຂງມາເປັນກ້າວໆ ແລະ ໄດ້ຮຽກຮ້ອງໃຫ້ທ່ານຈົ່ງສືບຕໍ່ເປັນທີ່ປຶກສາໃຫ້ແກ່ອຳນາດການປົກຄອງທ້ອງຖິ່ນໃນຮາກຖານ ແລະ ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ເຊື່ອມຊຶມຕໍ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ ຮອບດ້ານ.