ກອງປະຊຸມປະຈຳໄຕມາດ III ປີ 2020 ຂອງອົງຄະນະພັກກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດຂຶ້ນໃນອາທິດແລ້ວນີ້; ເປັນປະທານໂດຍສະ ຫາຍ ພັອ ສີເວີນ ແກ້ວສີວົງສາ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະກອງບັນຊາການ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ ແລະ ພະນັກງານຫຼັກແຫຼ່ງຂອງກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.

ສະຫາຍ ພັທ ສີອຸດົມ ອາລົມຈິດ ຄະນະພັກກອງບັນຊາການ ເລຂາໜ່ວຍພັກຮາກຖານ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການຊີ້ນຳ-ນຳພາ, ວຽກງານຮອບດ້ານຂອງອົງຄະນະພັກກອງບັນຊາການ ປກສ ແຂວງ ປະຈຳໄຕມາດ III; ເຊິ່ງໄດ້ຕີລາຄາສະພາບລວມທີ່ເກີດຂຶ້ນພາຍໃນແຂວງ ແລະ ຂອບເຂດບໍລິເວນຊາຍແດນ, ຕີລາຄາຜົນການຈັດຕັ້ງປະຕິບັດວຽກງານພັກ-ວຽກ ງານການເມືອງຂອງຄະນະພັກ ກອງບັນຊາການ ປກສ ແຂວງ ປະຈຳໄຕມາດ III; ເປັນຕົ້ນ: ວຽກງານການເມືອງນຳພາແນວຄິດ, ວຽກງານປັບປຸງກໍ່ສ້າງພັກ, ວຽກອົງການຈັດຕັ້ງມະຫາຊົນ, ວຽກງານຈັດຕັ້ງກໍ່ ສ້າງພະນັກງານ, ວຽກງານກວດກາພັກ-ລັດ ແລະ ປ້ອງກັນກຳລັງ, ວຽກງານນະໂຍບາຍ, ວຽກງານໂຄສະນາ-ຂ່າວສານ ແລະ ຂົງເຂດວຽກງານວິຊາສະເພາະ.

ຈາກນັ້ນ, ກໍໄດ້ຜ່ານທິດທາງແຜນການວຽກງານທີ່ຈະໄດ້ສຸມໃສ່ໃນ 3 ເດືອນຕໍ່ໜ້າ ເພື່ອສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກກອງບັນຊາການ ປກສ ແຂວງ; ສືບຕໍ່ກໍ່ສ້າງພະນັກງານ ແລະ ຂົງເຂດວຽກງານຕ່າງໆໃຫ້ເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳ, ສຸມໃສ່ ປັບປຸງກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ເພື່ອຍົກສູງບົດບາດ, ຄວາມສາມາດນຳພາຂອງຄະນະພັກ, ໜ່ວຍພັກແຕ່ລະຂັ້ນ, ເປັນແບບຢ່າງນຳໜ້າໃນຖັນແຖວສະມາຊິກພັກ, ພະນັກງານ-ນັກຮົບ; ປັບປຸງວຽກງານກໍ່ສ້າງພະນັກງານເຂົ້າສູ່ຄຸນນະພາບໃໝ່ ໃຫ້ຖືກຕ້ອງ, ສອດຄ່ອງກັບກົດລະບຽບຂອງພັກທີ່ ໄດ້ກຳນົດໄວ້, ຈຳກັດ ແລະ ແກ້ໄຂປະກົດການດ້ານຫຍໍ້ທໍ້ຕ່າງໆທີ່ເກີດຂື້ນຢ່າງທັນການ.

ຕອນທ້າຍ, ສະຫາຍ ພັອ ສີເວີນ ແກ້ວສີວົງສາ ກໍໄດ້ໂອ້ລົມເນັ້ນໃຫ້ຄະນະພັກແຕ່ລະຂັ້ນເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຖັນແຖວສະມາຊິກພັກ, ພະນັກງານ-ນັກຮົບໃນກໍາລັງປ້ອງກັນຄວາມສະຫງົບແຂວງ, ວຽກງານປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ, ຊຸກຍູ້ບັນດາອົງການຈັດຕັ້ງມະຫາຊົນ; ໃຫ້ມີການເຄື່ອນໄຫວຢ່າງເປັນປົກກະຕິ, ສືບຕໍ່ເຮັດວຽກງານວິຊາສະເພາະປ້ອງກັນຄວາມສະຫງົບ ແນໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເວົ້າລວມ, ເວົ້າສະ ເພາະ ໃນແຂວງອັດຕະປື ໃຫ້ຫຼຸດໜ້ອຍຖອຍລົງ.