ວັນທີ 10 ພະຈິກ 2020, ກອງສິລະປະກອນກອງທັບ ໄດ້ລົງເຄື່ອນໄຫວສະແດງຢູ່ວິທະຍາຄານກົມມະດໍາ ເພື່ອຂ່ຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີ, ນໍາໂດຍ ພັອ ຄໍາພາ ດວງພະຈັນ ຫົວໜ້າການທະຫານ ກອງສິລະປະກອນກອງທັບ ພ້ອມດ້ວຍຄະນະ ມີບັນດານັກສະແດງ ແລະ ໃຫ້ກຽດຕ້ອນຮັບໂດຍ ພັອ ຖາວອນ ແກ້ວອິນທະວົງ ຫົວໜ້າາການເມືອງ ວິທະຍາຄານ ກົມມະດໍາ ພ້ອມດ້ວຍຄະນະພັກ, ມີບັນດາ 6 ຫ້ອງການ ຕະຫຼອດຮອດອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງເຂົ້າຮ່ວມຕ້ອນຮັບ.

ໂອກາດດັ່ງກ່າວ, ຄະນະຜູ້ແທນກອງສິລະປະກອນກອງທັບ ກໍໄດ້ຮັບຟັງບົດລາຍງານໂດຍຫຍໍ້ກ່ຽວກັບຈຸດພິເສດ, ທີ່ຕັ້ງພາລະບົດບາດ ກ່ຽວ ກັບປະຫວັດສາດຄວາມ ເປັນມາຂອງໂຮງຮຽນກົມມະດໍາ ໃນເມື່ອກ່ອນຈົນມາເຖິງປະຈຸບັນ, ເຊິ່ງວິທະຍາຄານແຫ່ງນີ້ ມີພາລະບົດບາດກໍ່ສ້າງ – ບໍາລຸງນາຍ ແລະ ພົນທະຫານ, ພະນັກງານ ໃຫ້ມີຄວາມຮູ້ – ຄວາມສາມາດຊີ້ນໍາ – ບັນຊາ ຂັ້ນໝວດ, ກອງຮ້ອຍ ແລະ ກອງພັນນ້ອຍ ໃຫ້ແກ່ບັນດາກົມກອງກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ. ຈາກນັ້ນ, ໃນຕອນຄໍ່າຢູ່ວິທະຍາຄານກົມມະດຳ ພັອ ຄໍາພາ ດວງພະຈັນ ຫົວໜ້າາການທະຫານກອງສິລະປະກອນກອງທັບ ໄດ້ຂຶ້ນກ່າວຈຸດປະສົງໃນການເຄື່ອນໄຫວສະແດງຮັບໃນຄັ້ງນີ້ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫ່ຍ ຄັ້ງທີ V ຂອງອົງຄະນະະພັກ ກະຊວງປ້ອງກັນປະເທດ ແລະ ກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ ແລະ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ ໂດຍສຸມໃສ່ສ້າງຂະບວນ ການວຽກງານ ຂອງກົມກອງທີ່ປິ່ນອ້ອມ 4 ໜ້າາທີ່ໃຫ່ຍ 26 ແຜນງານ ທີ່ຄະນະພັກ ກະຊວງປ້ອງກັນປະເທດວາງອອກໃຫ້ປະກົດຜົນເປັນຈິງ, ເຊິ່ງລາຍການທີ່ນໍາມາສະແດງໃນຄັ້ງນີ້ ປະກອບມີທັງໝົດ 15 ລາຍການສະແດງ.ໃນນັ້ນ, ຮ້ອງເພງປະສານຟ້ອນ: ແດ່ນັກຮົບນິລະນາມ, ຮ້ອງດ່ຽວຊາຍເພັງ 2 ທັນວາ, ບົດລະຄອນສັ້ນ: ຮອຍຍິ້ມ ແລະ ສຽງປືນ, ຮ້ອງດ່ຽວຍິງບົດເພັງອ້າຍທະຫານກອງທັບປະຊາ ບົດຟ້ອນ : ດອກຄາຍແດນໜາວ, ຮ້ອງຄູ່ຍິງ – ຊາຍ: ບົດເພັງຄືນໜຶ່ງກ່ອນໄປພັນທະ, ລໍາເຕີ້ຍປະກອບຟ້ອນ: ນ້ໍາຊວງຫ່ວງອ້າຍ, ຟ້ອນ: ພູມໃຈໃນໜ້າທີ່, ຮ້ອງດ່ຽວຊາຍ 2 ເພງ: ບົດເພງຊາວໜຸ່ມກ້າວໄປ, ຟ້ອນ: ພາລະກິດຂອງເຮົາ, ຮ້ອງໝູ່ຊາຍ: ບົດເພັງເຄື່ອນທັບໃຕ້ແສງຈັນ, ຟ້ອນ: ນັກຮົບແອ່ນຟ້າ, ຮ້ອງໝູ່ຍິງ: ເພງຍາມຄ້າຍທະຫານ ແລະ ປິດສາກດົນຕີປະສານຮ້ອງ + ຟ້ອນ: ບົດເພັງຮັກຊາດ ແລະ ພັດທະນາ.

ໂດຍພາຍໃຕ້ການເປັນປະທານເຂົ້າຮ່ວມຊົມການສະແດງ ຂອງທ່ານ ພົຈວ ບຸນຈັນ ລາດຊະວົງ ຫົວໜ້າການທະຫານ ວິທະຍາຄານ ກົມມະດໍາ ພ້ອມດ້ວຍຄະນະພັກ – ຄະນະອໍານວຍການ ມີບັນດາ 6 ຫ້ອງການ, 7 ກອງພັນ, ຕະຫຼອດຮອດພະນັກງານ – ນັກຮົບ, ນັກຮຽນ – ນັກສຶກສາ ແລະ ພໍ່ – ແມ່ ປະຊາຊົນອ້ອມຂ້າງວິທະຍາຄານ ເຂົ້າຊົມຢ່າງຫຼວງຫຼາຍ, ເຊິ່ງເນື້ອໃນລາຍການສະແດງຕ່າງໆ ລ້ວນແລ້ວແຕ່ສ່ອງແສງໃຫ້ເຫັນມູນເຊື້ອການຕໍ່ສູ້ກູ້ຊາດ ແລະ ເຕີບໃຫ່ຍຂະຫຍາຍຕົວ ຂອງກອງທັບປະຊາຊົນລາວ ແລະ ວັດທະນະທໍາຮີດຄອງປະເພນີ ອັນດີງາມຂອງຊາດລາວ, ທັງເປັນການສ່ອງແສງໃຫ້ເຫັນຊີວິດການເຄື່ອນໄຫວອັນສະຫຼາດສ່ອງໃສ ທີ່ມີມູນເຊື້ອອັນດີງາມ ແລະ ຄຸນສົມບັດສິນທໍາປະຕິວັດ ຂອງທ່ານຜູ້ນໍາທີ່ແສນຮັກແພງ ຂອງປວງຊົນລາວທັງຊາດຕະຫຼອດໄລຍະຜ່ານມາ.

ການສະແດງສິລະປະໃນຄັ້ງນີ້ ແມ່ນໄດ້ສ້າງຄວາມເບີກບານມ່ວນຊື່ນ ໃຫ້ແກ່ຜູ້ຊົມຢ່າງຫຼວງຫຼາຍ ແລະ ສ້າງຄວາມປະທັບໃຈແບບສະຫງ່າ ງາມຂອງກອງສີລະປະກອນກອງທັບໃຫ້ແກ່ນາຍ ແລະ ພົນທະຫານທົ່ວວິທະຍາ ຄານຢ່າງຄຶກຄື້ນມ່ວນຊື່ນ.

ຂ່າວ – ພາບ: ວັນນະເລດ ລໍວັນໄຊ