ກອງປະຊຸມປຶກສາຫາລືແລກປ່ຽນທາງດ້ານວຽກງານວິຊາສະເພາະຂອງກອງບັນຊາການ ປກສ ແຂວງອັດຕະປື, ປກສ ແຂວງເຊກອງ, ປກສ ແຂວງຈຳປາສັກ, ປກສ ແຂວງສາລະວັນ ແລະ ປກສ ແຂວງສະຫວັນນະເຂດ; ທີ່ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດຂຶ້ນ ໃນວັນທີ 6 ພະຈິກ 2020 ເປັນປະທານໂດຍ ພັອ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື, ມີຄະນະກອງບັນຊາການ ແລະ ພາກ ສ່ວນທີ່ກ່ຽວຂ້ອງຈາກບັນດາກອງບັນຊາການ ປກສ 5 ແຂວງ ເຂົ້າຮ່ວມ.

ພັທ ວົງລະຄອນ ປະທຸມມະແສງ ຮອງຫ້ອງຕຳຫຼວດ ປກສ ແຂວງອັດຕະປື ໄດ້ລາຍງານສະພາບບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ຂຶ້ນຢູ່ພາຍໃນແຂວງ ໂດຍສະເພາະແມ່ນບັນຫາການກໍ່ອາຊະຍາກຳ ຂອງກຸ່ມຄົນບໍ່ຫວັງດີຈຳນວນໜຶ່ງ ທີ່ ເຄື່ອນໄຫວຢູ່ພາຍໃນແຂວງ ເຊິ່ງໄດ້ມີ ການເຄື່ອນໄຫວຝ່າຝືນຕໍ່ລະບຽບກົດ ໝາຍ; ຍິ່ງໄປກວ່ານັ້ນ, ກໍຍັງໄດ້ສ້າງປະກົດການຫຍໍ້ທໍ້ໃນຫຼາຍດ້ານ ເປັນຕົ້ນ: ບັນຫາການຄ້າຂາຍຢາເສບຕິດ, ບັນຫາລັກຊັບ, ງັດແງະ, ປຸ້ນຊັບ, ຊິງຊັບພົນລະເມືອງ, ການກະທຳຜິດທາງດ້ານເສດຖະກິດ, ການຄ້າມະນຸດ ແລະ ບັນຫາອື່ນໆ ເຊິ່ງໄດ້ສ້າງຜົນເສຍຫາຍຕໍ່ບຸກຄົນ ຫຼື ການຈັດຕັ້ງພັກ-ລັດ, ສ້າງຄວາມວຸ້ນວາຍ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ເວົ້າລວມ, ເວົ້າສະເພາະ ພາຍໃນແຂວງອັດຕະປື; ຕໍ່ກັບບັນຫາສະພາບການດັ່ງກ່າວ, ເຈົ້າໜ້າທີ່ວິຊາສະເພາະຂອງກອງບັນຊາການ ປກສ ແຂວງອັດຕະປື ໄດ້ເອົາໃຈ ໃສ່ແກ້ໄຂຢ່າງເຂັ້ມງວດ ເຊິ່ງມັນສະແດງອອກໃນໄລຍະ 1 ປີຜ່ານມາ, ມີຄະດີເກີດ ຂຶ້ນທັງໝົດ 75 ເລື່ອງ, ມ້າງໄດ້ 53 ເລື່ອງ, ມີຜູ້ຖືກຫາ 120 ຄົນ ຍິງ 4 ຄົນ, ຄົນຕ່າງປະເທດ 3 ຄົນ ຍິງ 1 ຄົນ.

ຈາກນັ້ນ, ປກສ ແຕ່ລະແຂວງ ກໍໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບການປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນພາຍໃນແຂວງຂອງຕົນ ເປັນຕົ້ນແມ່ນບັນຫາຂີ້ລັກງັດແງະ, ເຈົ້າໜ້າທີ່ວິຊາສະເພາະທັງ 5 ແຂວງ ໄດ້ຮ່ວມກັນປຶກສາຫາລື ແລະ ຊອກຫາວິທີທາງແກ້ໄຂ ເພື່ອເຮັດໃຫ້ບັນຫາດັ່ງກ່າວຫຼຸດນ້ອຍຖອຍລົງ; ຕອນທ້າຍ, ພັອ ສີເວີນ ແກ້ວສີວົງສາ ໄດ້ເນັ້ນໃຫ້ເຈົ້າໜ້າທີ່ວິຊາສະເພາະທັງ 5 ແຂວງ ພ້ອມກັນຮ່ວມມື, ປະສານສົມທົບແລກປ່ຽນບົດຮຽນທາງດ້ານວຽກງານວິຊາສະເພາະປ້ອງກັນຄວາມສະຫງົບ ເພື່ອແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂື້ນໃນ ສັງຄົມ ເຮັດໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍດີຂຶ້ນເທື່ອລະກ້າວ.