ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງຄໍາມ່ວນ ເຊື່ອມຊຶມເອກະສານສໍາຄັນຂອງພັກ

0
749

ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຈັດພິທີເຊື່ອມຊຶມເອກະ ສານສຳຄັນຕ່າງໆຂອງພັກ ຂອງຊາດ ໃນທ້າຍອາທິດຜ່ານມາ, ໂດຍມີ ພັທ ສຸລິເດດ ອາລຸນສັກ ຫົວໜ້າຫ້ອງຄຸ້ມຄອງສຳ ມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງຄໍາມ່ວນ, ພ້ອມດ້ວຍຄະນະພັກຄະນະຫ້ອງ,ຄະນະພະແນກ ແລະ ພະນັກງານນັກຮົບເຂົ້າຮ່ວມ.

ພັທ ຄຳມະນີ ກົງພານິດ ຮອງຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງຄໍາມ່ວນໄດ້ຂຶ້ນເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໂດຍກອງປະຊຸມໄດ້ມີການຄົ້ນຄວ້າ ແລະ ຮັບຮອງເອົາຢ່າງເປັນເອກະສັນ ບົດລາຍງານການເມືອງຂອງຄະນະບໍລິຫານງານພັກກະຊວງສະໄໝທີ IV ເປັນຕົ້ນແມ່ນການໄຈ້ແຍກ ແລະ ຕີລາຄາຢ່າງເລິກເຊິ່ງຕໍ່ບັນດາສາເຫດທີ່ພາໃຫ້ມີຂໍ້ຄົງຄ້າງ ແລະ ຖອດຖອນບົດຮຽນການຈັດຕັ້ງຜ່ານມາ,ດ້ານວຽກງານປັບປຸງ-ກໍ່ສ້າງພັກກໍາລັງປ້ອງກັນຄວາມສະຫງົບໃຫ້ປອດໃສ,ໜັກ ແໜ້ນ, ດ້ານວຽກງານພະລາທິການ, ວຽກງານເສນາທິການໃຫ້ໂລງລຽນ,ວ່ອງໄວ ແລະ ວຽກງານຜັນຂະຫຍາຍແນວ ທາງການຕ່າງປະເທດຂອງພັກ ແລະ ໃນກອງປະຊຸມ, ໄດ້ຮັບຟັງການລາຍງານ ແລະ ປະກອບຄວາມເຫັນຈາກຕາງໜ້າບັນດາອົງຄະນະພັກ, ກົມກອງວິຊາສະເພາະ ແລະຮັບຮອງເອົາບົດສໍາຫຼວດການນໍາພາຂອງຄະນະບໍລິຫານງານພັກກະຊວງ ສະໄໝທີ IV ໂດຍຕີລາຄາສູງຕໍ່ຄວາມພະຍາຍາມອັນຕັ້ງໜ້າ,ຄວາມເປັນເຈົ້າການປະດິດສ້າງ ແລະ ການສູ້ຊົນນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ. ພ້ອມນັ້ນ, ກອງປະຊຸມ ຍັງໄດ້ເລັ່ງທວງໃຫ້ ຄະນະບໍລິຫານງານພັກກະຊວງ ສະໄໝທີ V ອອກແຮງເສີມຂະຫຍາຍດ້ານດີ ຕັ້ງໜ້າໄປຄຽງຄູ່ກັບການຄົ້ນຄວ້າມາດຕະການອັນຈໍາເປັນຢ່າງເໝາະສົມ ເພື່ອແກ້ໄຂຂໍ້ຈໍາກັດ,ຈຸດບົກຜ່ອງ ແລະ ຂໍ້ຄົງຄ້າງທີ່ຜ່ານມາຢ່າງຈິງຈັງໃຫ້ມີການຫັນປ່ຽນຢ່າງຈະແຈ້ງ.

ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກກະຊວງ ປກສ ຄັ້ງນີ້, ບັນດາຜູ້ແທນສົມບູນ ຍັງໄດ້ໃຊ້ສິດປະຊາທິ ປະໄຕ ໃນການປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານພັກກະຊວງ ຊຸດທີ V, ມີຜູ້ລົງສະໝັກ ຈໍານວນ31ສະຫາຍ, ເລືອກເອົາ 27ສະຫາຍ. ໃນນັ້ນ, ໄດ້ເປັນເອກະສັນເລືອກເອົາເລຂາ-ຮອງເລຂາ ຄະນະພັກກະຊວງ 3 ສະຫາຍ, ເລືອກເອົງຄະນະປະຈໍາພັກ ກະຊວງ 9 ສະຫາຍ, ເລືອກເອົາປະທານ-ຮອງປະທານກວດກາ 4 ສະຫາຍ, ປ່ອນບັດຄັດເລືອກເອົາຜູ້ແທນສົມບຸນ, ສໍາຮອງໄປເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XI ຂອງພັກ ຈໍານວນ 15 ສະຫາຍ, ສໍາຮອງ 3 ສະຫາຍ.

ໃນພິທີ, ພັທ ຍັນຕາ ສໍບຸນຫຼາຍ ຮອງຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງຄໍາມ່ວນ ກໍໄດ້ຜ່ານແຜນການມອບໝາຍໜ້າທີ່ ແລະ ແຜນການປ້ອງກັນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ, ກອງປະຊຸມໃຫຍ່ຄະນະບໍລິຫານງານສູນກາງພັກ ຜູ້ແທນທົ່ວປະເທດ ຄັ້ງທີ XI,ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຄັ້ງທີ IX, ຜ່ານຂໍ້ຕົກລົງຂອງຫ້ອງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ,ພະນັກງານນັກຮົບ ລົງເຄື່ອນໄຫວປ້ອງກັນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງຄໍາມ່ວນ ແລະ ຜ່ານແຈ້ງການຂອງລັດຖະມົນ ຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກກ່ຽວກັບການສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ,ມາດຕະການປ້ອງກັນ,ຄວບຄຸມ,ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19.