ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ ໄດ້ໂອ້ລົມຕໍ່ກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະບໍລິຫານງານພັກເມືອງເງິນ ແຂວງໄຊຍະບູລີ ສະໄໝທີ V ໃນອາທິດທີ່ຜ່ານມາ; ໂດຍໄດ້ເນັ້ນ 6 ບັນຫາສໍາຄັນ ໃຫ້ຄະນະບໍລິຫານງານພັກເມືອງເງິນ ເອົາໃຈໃສ່ ເພື່ອເຮັດໃຫ້ມີການພັດທະນາໃນຫຼາຍດ້ານ.

ທ່ານເຈົ້າແຂວງໄຊຍະບູລີ ໄດ້ເນັ້ນໃຫ້ຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍ ຖືສໍາຄັນ ແລະ ເປັນເຈົ້າການສືບຕໍ່ເຊື່ອມຊຶມກໍາແໜ້ນ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງ ທີ VII ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກຂັ້ນຂອງຕົນ ໃຫ້ທົ່ວເຖິງທຸກເປົ້າໝາຍ; ເອົາໃຈໃສ່ກໍາສະພາບຊາຍແດນ, ສະພາບຂອງປະຊາຊົນ, ແຕ່ສິ່ງສໍາຄັນແມ່ນເອົາໃຈໃສ່ແກ້ໄຂບັນດາຄວາມບໍ່ສະຫງົບຢູ່ຮາກຖານ ເຊັ່ນ: ບັນຫາຢາເສບຕິດ, ຂີ້ລັກງັດແງະ, ອຸບັດຕິເຫດ, ການເຂົ້າ-ອອກຂອງບຸກຄົນ, ກຳໃຫ້ໄດ້ຄົນເພີ່ມຄົນຫຼຸດ ແລະອື່ນໆ; ເພື່ອເຮັດໃຫ້ວຽກງານດັ່ງກ່າວກາຍເປັນຄວາມຮັບຜິດຊອບຂອງຂອງປວງຊົນຮອບດ້ານ, ສຸ່ມໃສ່ພັດທະນາເສດຖະກິດເປັນໃຈກາງຕາມທ່າແຮງ ແລະ ຈຸດພິເສດຂອງເມືອງ ເຊິ່ງຕົ້ນຕໍແມ່ນການສົ່ງເສີມການຜະລິດກະສິກຳເປັນສິນຄ້າຕິດພັນກັບການບໍລິການສອງສົ້ນ, ອຸດສາຫະກຳປຸງແຕ່ງ, ສ້າງໃຫ້ມີສິນຄ້າໂອດັອບຂອງເມືອງ, ສ້າງຄອບຄົວຕົວແບບດ້ານຕ່າງໆໃຫ້ເພີ່ມຂຶ້ນ ແລະ ໃຫ້ມີຄວາມຍືນຍົງ; ເອົາໃຈໃສ່ສືບຕໍ່ພັດທະນາວຽກງານວັດທະນະທຳ-ສັງຄົມໃຫ້ມີຄຸນນະພາບ ໂດຍສະເພາະ ແມ່ນວຽກງານການສຶກສາ ແລະ ສາທາ ລະນະສຸກໃຫ້ສຶືບຕໍ່ປະຕິບັດບັນດາຄາດໝາຍສະຫະສະຫວັດດ້ານການພັດທະ ນາ, ໂດຍສະເພາະຕົວຊີ້ວັດທີ່ຍັງມີຄວາມ ສ່ຽງທີ່ບໍ່ບັນລຸ, ບຳລຸງຊັ້ນມັດທະຍົມຕອນ ຕົ້ນ, ຕອນປາຍທີ່ຍັງຄ້າງ, ສືບຕໍ່ສ້າງຄອບ ຄົວ ແລະ ບ້ານວັດທະນະທຳໃຫ້ເປັນ ຂະບວນ; ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຕາມທິດນຳສາມສ້າງຢ່າງມີຈຸດສຸມ, ສືບຕໍ່ແກ້ ໄຂຄວາມທຸກຍາກຂອງປະຊາຊົນ, ເປັນເຈົ້າການສ້າງບ້ານພັດທະນາໃຫ້ໄດ້ຕາມແຜນການທີ່ວາງໄວ້ ແລະ ສ້າງເມືອງເງິນ ໃຫ້ເປັນເມືອງເຂັ້ມແຂງຮອບດ້ານ; ສຸມໃສ່ວຽກງານກໍ່ສ້າງພັກໃຫ້ປອດໃສ່, ເຂັ້ັ້ມແຂງ ແລະ ໜັກແໜ້ນ ດ້ານການ ເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບ ແຜນວິທີເຮັດວຽກ, ເອົາໃຈໃສ່ວຽກງານ ປັບປຸງ ແລະ ຂະຫຍາຍພັກໂດຍຖືເອົາ ຄຸນນະພາບເປັນກົກ ແລະ ໃຫ້ບັນລຸ ຕາມຄາດໝາຍທີ່ມະຕິກອງປະຊຸມໃຫຍ່ ຂອງແຂວງ ແລະ ເມືອງວາງອອກ.

ກອງປະຊຸມດັ່ງກ່າວໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາຄິດ-ຄໍາເຫັນໃສ່ບົດລາຍງານການຊີ້ນໍາ-ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ V ໃນໄລຍະ 9 ເດືອນຜ່ານມາ ແລະ ແຜນວຽກຈຸດສຸມໃນ 3 ເດືອນທ້າຍປີ 2020 ຈາກຫຼາຍພາກສ່ວນ ລວມທັງຮາກຖານບ້ານ; ເຊິ່ງແຕ່ລະພາກສ່ວນແມ່ນໄດ້ລົງເລິກວຽກງານວິຊາສະເພາະທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ, ພ້ອມກັນນັ້ນ ກໍໄດ້ກໍານົດທິດທາງແຜນການ ໂດຍຈະສືບຕໍ່ນໍາພາປະຊາຊົນເກັບກູ້ຜົນລະປູກລະດູປີໃຫ້ສໍາເລັດ, ກະກຽມເຂົ້າສູ່ການຜະລິດລະດູແລ້ງ; ສືບຕໍ່ນໍາພາການເກັບລາຍຮັບໃນ 3 ເດືອນທ້າຍປີ ໃຫ້ໄດ້ 109,28 ລ້ານກີບ, ໃນນີ້ ສ່ວຍສາອາກອນ 102,57 ລ້ານກີບ ແລະ ຊັບສິນ 6,7 ລ້ານກີບ, ປະຕິບັດລາຍ ຈ່າຍເງິນໃຫ້ໄດ້ 100% ຂອງແຜນປີ ທີ່ວາງໄວ້.