ເຈົ້າໜ້າທີ່ຕຳຫຼວດເຢຍລະມັນ ຈັບກຸມຜູ້ຖືກສົງໄສກໍ່ເຫດລັກເອົບຊັບສົມບັດລ້ຳຄ່າໃນຫໍພິພິທະພັນກຣິນ ວອນ ຢ່າງອຸກອາກ ໃນປີ 2019 ແລະ ກຳລັງຕາມຈັບຜູ້ທີ່ມີສ່ວນກ່ຽວຂ້ອງອີກ 3 ຄົນ.

This image has an empty alt attribute; its file name is Gerrmany.1.jpg

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ພະຈິກ ນີ້ວ່າ: ເຈົ້າໜ້າທີ່ຕຳຫຼວດ ຈັບກຸມຊາຍຊາວເຢຍລະມັນ 3 ຄົນ ອາຍຸລະຫວ່າງ 23-26 ປີ ໄດ້ທີ່ນະຄອນຫຼວງແບັກແລງ, ເຊິ່ງເປັນຜູ້ຖືກສົງໄສກໍ່ເຫດລັກຊັບສົມບັດລ້ຳຄ່າຫຼາຍກວ່າ 100 ອັນ ຈາກຫໍພິພິທະພັນກຣິນ ວອນ ໃນເດືອນພະຈິກ 2019.

This image has an empty alt attribute; its file name is Germany.jpg

ນອກຈາກນີ້, ເຈົ້າໜ້າທີ່ຕຳຫຼວດ ກຳລັງຕາມຈັບຜູ້ຖືກສົງໄສອີກ 2 ຄົນ ຄື: ທ້າວ ອັບດຸນ ມາເຈດ ເຣມໂມ ແລະ ທ້າວ ໂມຮຳເໝັດ ເຣມໂມ ພີ່ນ້ອງຝ່າແຝດ ແລະ ຕາມຊັບສົມບັດທີ່ຫາຍໄປ ລວມທັງຫຼັກຖານອື່ນໆ ເຊັ່ນ: ຮູບພາບ ຫຼື ວິດີໂອ, ເຄື່ອງນຖ່ງ ແລະ ອຸປະກອນຕ່າງໆ ໂດຍມີເຈົ້າໜ້າທີ່ຕຳຫຼວດ ເຂົ້າຮ່ວມປະຕິບັດການທັງໝົດ 1.638 ຄົນ.

This image has an empty alt attribute; its file name is Germany.5.jpg

ເນື່ອງຈາກວ່າ ກຣິນວອນ ເປັນຫໍພິພິທະພັນ ຕັ້ງຢູ່ໃນພະລາດຊະວັງເດຣສເດິນ, ເຊິ່ງເປັນໜຶ່ງໃນສິ່ງປຸກສ້າງທີ່ເກົ່າແກ່ທີ່ສຸດໃນເມືອງເດຣສເດິນ ມີອາຍຸເກືອບ 400 ປີ ໂດຍພິພິທະພັນຈັດສະແດງເຄື່ອງເພັດ ແລະ ເຄື່ອງປະດັບບູຮານລ້ຳຄ່າ ນັບຕັ້ງແຕ່ໂຖປະດັບຄຣິສຕັນ ແລະ ຫີນໂມຣາ ລວມທັງຮູບແກະສະລັກຄຳຝັງເພັດ ແລະ ຖ້ວຍຮູບໄຂ່ນົກກະຈອກເທດ.

This image has an empty alt attribute; its file name is Germany.6.jpg

ຄົນຮ້າຍ ລັກຊັບສົມບັດທີ່ບໍ່ອາດປະເມີນຄ່າຄວາມເສຍຫາຍໄດ້ ປະມານ 100 ອັນ. ເດຣສເດິນ ກຣີນ ເພັດສີຂຽວນ້ຳໜັກ 41 ກະຣັດ, ເຊິ່ງເປັນໜຶ່ງໃນສົມບັດລ້ຳຄ່າທີ່ສຸດໃນຫໍພິພິທະພັນກຣິນວອນ ລອດຈາກເລື່ອມມືໂຈນໄປໄດ້ ເນື່ອງຈາກມັນຖືກຢືມໄປຈັດສະແດງທີ່ຫໍພິພິທະພັນສິລະປະເມໂທຣໂພລິເທນ ໃນນະຄອນນິວຢອກ.

This image has an empty alt attribute; its file name is gERMANY.4.jpg
This image has an empty alt attribute; its file name is Germany.3.jpg