ແຂວງຜົ້ງສາລີ, ບໍ່ແກ້ວ, ຫຼວງນ້ຳທາ, ໄຊຍະບູລີ, ຫຼວງພະບາງ ແລະ ແຂວງອຸດົມໄຊ ໄດ້ຮ່ວມກັນຈັດກອງປະຊຸມທາບທາມເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ຢູ່ທີ່ແຂວງອຸດົມໄຊ ໃນລະຫວ່າງວັນທີ 19-20 ພະຈິກ 2020; ເປັນປະທານໂດຍ ສະຫາຍ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີປັນດາສະຫາຍເລຂາ, ຮອງເລຂາພັກແຂວງ, ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ 6 ແຂວງພາກເໜືອ ເຂົ້າຮ່ວມ.

ສະຫາຍ ປອ ບຸນທອງ ຈິດມະນີ ກ່າວວ່າ: ຈຸດປະສົງໃນການທາບທາມເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຄັ້ງນີ້ດ້ານໜຶ່ງແມ່ນເຜີຍແຜ່, ເຊື່ອມຊຶມ ແລະ ສ້າງຄວາມເປັນເອກະພາບກັບທາງດ້ານທັດສະນະ, ທິດນໍາ, ແຜນນະໂຍບາຍໃຫຍ່ທີ່ຈະກໍານົດອອກໃນແນວທາງການເມືອງ ແລະ ແນວທາງການຈັດຕັ້ງຂອງພັກເຮົາໃນຊຸມປີຕໍ່ໜ້າ; ເຊິ່ງຈິດໃຈກວມລວມແມ່ນສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອນໍາພາຊີ້ນໍາແກ້ໄຂບັນຫາຕ່າງໆໃຫ້ມີປະສິດທິພາບ ແລະ ປະສິດທິຜົນ; ສ່ວນອີກດ້ານໜຶ່ງແມ່ນ ເພື່ອຮັບຟັງຄໍາຄິດຄໍາເຫັນຂອງບັນດາ, ພະນັກງານຫຼັກແຫຼ່ງຂອງກະຊວງ ແລະ ອົງການໄປຄຽງຄູ່ກັບບັນດາຄະນະພັກທ້ອງຖິ່ນ ເພື່ອເປັນພື້ນຖານສໍາຄັນໃຫ້ແກ່ການສືບຕໍ່ປັບປຸງຮ່າງເອກະສານຂອງກອງປະຊຸມໃຫ້ມີເນື້ອໃນເລິກເຊິ່ງ, ຄົບຖ້ວນ, ແທດເໝາະກັບຕົວຈິງ ແລະ ມີຄວາມອາດສາມາດຈັດຕັ້ງປະຕິບັດໃຫ້ເປັນຈິງ.

ກອງປະຊຸມຜູ້ແທນເຂົ້າຮ່ວມໄດ້ຮັບຟັງຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ, ກົດລະບຽບພັກ ແລະອື່ນໆ; ຈາກນັ້ນ, ໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳຄິດຄຳເຫັນຕໍ່ເນື້ອໃນຮ່າງເອກະສານດັ່ງກ່າວ ກໍຄືບັນດາບັນຫາທີ່ຕັ້ງຂຶ້ນແນໃສ່ປະກອບສ່ວນສໍາຄັນເຮັດໃຫ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກທີ່ຈະດໍາເນີນໃນຕໍ່ໜ້າໃຫ້ ກາຍເປັນກອງປະຊຸມແຫ່ງການສັງລວມໝາກຜົນດ້ານທິດສະດີ ແລະ ພຶດຕິກໍາຂອງພັກເຮົາ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.