ໃນວັນທີ 27 ພະຈິກ 2020 ແຂວງຫຼວງນ້ຳທາ ໄດ້ມີພິທີປາຖະກະຖາວັນສະຖາປະນາສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ ( 2 ທັນວາ 1975-2 ທັນວາ 2020 ) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ( 13 ທັນວາ 1920-13 ທັນວາ 2020 ); ປາຖະກະຖາໂດຍ ທ່ານ ຄຳໄຫຼ ສີປະເສີດ ເຈົ້າແຂວງໆຫຼວງນ້ຳທາ, ມີບັນດາການນຳຂັ້ນແຂວງ, ອະດີດການນຳ, ບັນດາພະແນກການ, ກອງບັນຊາການ ປກຊ-ປກສ, ລັດວິສາຫະກິດ, ນັກຮຽນ-ນັກສຶກສາ, ພໍ່-ແມ່ປະຊາຊົນ ເຂົ້າຮ່ວມ.

ທ່ານ ຄຳໄຫຼ ສີປະເສີດ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ; ເຊິ່ງແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນ ປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວ, ປະຊາຊົນລາວ ພາຍໃຕ້ການນຳ ພາຂອງພັກ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິ ລະອາດຫານຕ້ານການຮຸກຮານ ແລະ ການຄອບຄອງຂອງຈັກກະພັດທັງເກົ່າ ແລະ ໃໝ່ສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ, ລົບລ້າງລະບອບຂອງ ສັກດີນາໄດ້ຢ່າງສິ້ນເຊີງ ແລະ ສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວຂຶ້ນຢ່າງສົມບູນໃນວັນທີ 2 ທັນວາ ປີ 1975; ຕະຫຼອດໄລຍະ 45 ປີ ເຊິ່ງສາມາດປົກປັກຮັກສາລະບອບໃໝ່ໄວ້ ຢ່າງໝັ້ນຄົງ, ປະເທດຊາດມີຄວາມສະ ຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ ເນື່ອງ, ສັງຄົມໄດ້ຮັບການພັດທະນາເປັນ ກ້າວໆ.

ນອກນັ້ນ, ຍັງໄດ້ຍົກໃຫ້ເຫັນວັນ ຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 100 ປີ, ປະ ທານ ໄກສອນ ພົມວິຫານ ແມ່ນລູກຮັກຫຼານແພງຂອງປະຊາຊົນບັນດາເຜົ່າ, ແມ່ນຜູ້ຮັກຊາດ, ນັກປະຕິວັດທີຍິ່ງໃຫຍ່ຂອງຊາດ, ວິລະບູລຸດ, ຜູ້ນຳຂອງພັກລັດ, ທີ່ປີຊາສາມາດ, ສະຫຼາດສ່ອງໃສ; ທັງນີ້, ເພື່ອເຮັດໃຫ້ພະນັກງານ-ນັກຮົບ, ພໍ່-ແມ່ປະຊາຊົນ ພ້ອມດ້ວຍນ້ອງນັກຮຽນ ສືບຕໍ່ເສີມຂະຫຍາຍມູນເຊື້ອວັນຊາດທີ 2 ທັນວາ ເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ແລະ ພ້ອມ ກັນຕັ້ງໜ້າຮໍ່າຮຽນສືບທອດເອົາມໍລະດົກອັນລໍ້າຄ່າຂອງປະທານ ໄກສອນ ພົມວິຫານ ທີ່ສ້າງໄວ້ເຂົ້າໃນພາລະກິດປ່ຽນ ແປງໃໝ່ໃຫ້ເກີດດອກອອກຜົນ, ນຳເອົາບົດຮຽນທີແສນລໍ້າຄ່າຂອງພັກ; ເພື່ອນຳພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ.