ພົຈວ ທອງສຸກ ຍາເອີລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ ໄດ້ພົບປະໂອ້ລົມພະນັກງານ-ນັກຮົບຫ້ອງພະລາທິການ ກອງບັນຊາການ ປກສ ແຂວງຫຼວງນຳ້ທາ ໃນວັນທີ 26 ພະຈິກ 2020; ຕ້ອນຮັບໂດຍ ພົຈວ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນຳ້ທາ, ມີຫົວໜ້າຄະນະຫ້ອງພະລາທິການ ປກສ ແຂວງ, ຫົວໜ້າ-ຮອງພະແນກ ຕະຫຼອດຮອດພະນັກງານ-ນັກຮົບພາຍໃນຫ້ອງ ເຂົ້າຮ່ວມ.

ພັທ ອຸ່ນເຮືອນ ຮັກວັນນະວົງ ຫົວໜ້າຫ້ອງພະລາທິການ ໄດ້ລາຍຫຍໍ້ກ່ຽວກັບວຽກງານທີ່ພົ້ນເດັ່ນບາງດ້ານ ເປັນຕົ້ນແມ່ນວຽກງານການຜະລິດ-ທຸລະກິດຂອງ ປກສ ແຂວງ ທີ່ໄດ້ທຳການຜະລິດເຮັດທຸລະກິດດ້ວຍການປູກຝັງ-ລ້ຽງສັດ ໂດຍສະເພາະແມ່ນການລ້ຽງປາ 1 ຊຸດຈຳ ນວນ 25.080 ໂຕ ຂາຍປາອອກໄດ້ ທັງໝົດ 6.594 ກິໂລ ເປັນເງິນ 111.676.000 ກີບ; ປູກເຫັດນາງລົມ ແລະ ຂາຍດອກເຫັດໄດ້ຈຳນວນ 924 ກິໂລ ເປັນ ເງິນ 18.482.000 ກີບ; ຂາຍເບົ້າເຫັດ ໄດ້ 112 ເບົ້າ ເປັນເງິນ 508.000 ກີບ; ມີສວນຢາງພາລາ 4 ບ່ອນ ມີຕົ້ນຢາງ ທັງໝົດ 7.612 ຕົ້ນ, ຂາຍນໍ້າຢາງພາລາ ໄດ້ທັງໝົດ 11.096 ກິໂລ ເປັນເງິນ 68.256.000 ກີບ; ມອບເຂົ້າຄັງກອງບັນຊາການ ປກສ ແຂວງ 34.128. 100 ກີບ, ແບ່ງໃຫ້ຜູ້ຮັບເໝົາປາດ 34. 128.100 ກີບ. ນອກນີ້, ຍັງໄດ້ຮ່ວມ ມືປູກຢາງພາລານໍາ 2 ບໍລິສັດ ຄື: ບໍລິສັດ ຟູຈຽນ, ເນື້ອທີ່ 178 ເຮັກຕາ, ປູກຕົ້ນ ຢາງໄດ້ທັງໝົດປະມານ 51.750 ຕົ້ນ ແລະ ບໍລິສັດລີຊິງສິບສອງພັນນາ ເນື້ອ ທີ່ 234 ເຮັກຕາ, ປູກຕົ້ນຢາງພາລາ 70. 000 ຕົ້ນ, ມີໂຮງງານນໍ້າດື່ມ 1 ແຫ່ງ ຜະລິດນໍ້າດື່ມໄດ້ 44.659 ຕຸກ, ຈໍາ ໜ່າຍອອກເປັນເງິນ 130.705.800 ກີບ, ຜະລິດນໍ້າດື່ມຕຸກນ້ອຍ ໄດ້ 1.358 ແຟັກ, ຈໍາໜ່າຍອອກ ເປັນເງິນ 20.089. 000 ກີບ.

ພົຈວ ທອງສຸກ ຍາເອີລາວລີ ໄດ້ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ສືບຕໍ່ຄຸ້ມຄອງນໍາພາບັນຊາແຕ່ລະຂົງ ເຂດວຽກງານວິຊາສະເພາະ ແລະ ມີ ຄວາມເປັນເອກະພາບພາຍໃນໃຫ້ສູງ, ເອົາໃຈໃສ່ໃນການຕິດຕາມ, ຄຸ້ມຄອງ ແລະ ທຳການຜະລິດຢູ່ບັນດາແຫຼ່ງການຜະລິດໃຫ້ຕໍ່ເນື່ອງເພື່ອສ້າງລາຍຮັບເຂົ້າກົມກອງໃຫ້ດີຂຶ້ນ ແລະ ໄດ້ຮັບຜົນສໍາ ເລັດ ແລະ ບັນລຸຕາມລະດັບຄາດໝາຍ ທີ່ວາງໄວ້.