ໃນວັນທີ 14 ທັນວາ 2020, ກອງບັນຊາການ ປກສ ເມືອງວຽງຄໍາ ແຂວງວຽງຈັນ ໄດ້ຈັດທີພິປະກາດຮັບຮອງຄອບ ຄົວ ແລະ ບ້ານໂພນໝີເໜືອ ເປັນບ້ານປ້ອງກັນຄວາມສະຫງົບດີ ຮອບ II ,ໂດຍມີ ທ່ານ ສວຍ ວົງສະລາດ ຮອງເຈົ້າເມືອງວຽງຄໍາ, ພ້ອມດ້ວຍ ພັທ ບົວວັນ ທະວີໄຊ ຮອງຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງວຽງຈັນ, ພັທ ນວນດໍາ ໄຊຍະລາດ ຮອງຫົວໜ້າກອງບັນຊາການ ປກສ ເມືອງວຽງຄໍາ, ມີນາຍບ້ານ,ແຂກຮັບເຊີນ ແລະ ປະຊາຊົນພາຍໃນບ້ານໂພນໜີເໜືອເຂົ້າຮ່ວມ.

ທ່ານ ບຸນຕອງ ສີສົມຄວນ ນາຍບ້ານໂພນໝີເໜືອ ໄດ້ຜ່ານບົດສະຫຼຸບການເປີດຂະບວນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະ ຫງົບດີ ຮອບII, ບ້ານໂພນໝີເໜືອ ມີ404 ຄອບຄົວ, ມີ 35 ໜ່ວຍສາມັກຄີ, ມີພົນລະເມືອງທັງໝົດ 2.102ຄົນ ຍິງ1.057 ຄົນ, ປະຊາ ຊົນສ່ວນຫຼາຍຜະລິດກະສີກຳ ແລະ ຄ້າຂາຍ. ໃນປີຜ່ານມາ ຄະນະພັກ, ອຳນາດການປົກຄອງບ້ານໄດ້ຊີ້ນຳນຳພາ,ລົງໃກ້ສິດຕິດແທດກັບປະ ຊາຊົນ ແຕ່ລະຄອບຄົວ ໂດຍນຳເອົາແນວທາງນະໂຍ ບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ເອກະສານທີ່ສຳຄັນຕ່າງໆ ມາຈັດຕັ້ງເຜີຍແຜ່ເຊື່ອມຊຶມເປັນແຕ່ລະໄລ ຍະ ຈຶ່ງເຮັດໃຫ້ປະຊາຊົນພາຍໃນບ້ານ ມີຄວາມຮັບຮູ້, ມີຄວາມເຂົ້າໃຈຢ່າງຈະແຈ້ງ ພ້ອມທັງຕື່ນຕົວເຂົ້າ ຮ່ວມຂະບວນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ຕ່າງໆຢ່າງເປັນເຈົ້າການ.

ຜ່ານການຈັດຕັ້ງປະຕິບັດ ສາມາດຕີລາຄາປະເມີນຜົນຮອບ II , ຕາມ 5 ມາດຖານຂອງຄອບຄົວ ສັງລວມໄດ້ດັ່ງນີ້: ປະເພດຄອບຄົວ 95% ມີ 389 ຄອບຄົວ, ປະເພດຄອບຄົວ 85-94% ມີ 15 ຄອບຄົວ, ບໍ່ຈັດປະເພດ1ຄອບຄົວ ແລະ 6 ມາດຖານ ບ້ານທີ່ເຮັດວຽກງານປ້ອງກັນ ຄວາມສະຫງົບດີ ປະເມີນໄດ້ 99,97% ຖ້າທ່ຽບໃສ່ມາດຖານເງື່ອນໄຂແລ້ວ ບ້ານໂພນໝີເໜື່ອ ສາມາດຮັບຮອງເປັນບ້ານປ້ອງກັນຄວາມສະຫງົບດີ ຮອບ II ໄດ້.