ແຂວງເຊກອງ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ (2 ທັນວາ 1975-2 ທັນວາ 2020) ແລະ ລະນຶກວັນເກີດຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 100 ປີ ໃນວັນທີ 14 ທັນວາ 2020 ທີ່ສະໂມສອນໃຫຍ່ຂອງແຂວງ; ໂດຍມີ ສະຫາຍ ເຫຼັກໄຫຼ ສີວິໄລ ເຈົ້າແຂວງໆເຊກອງ ພ້ອມຄະນະບໍລິຫານງານພັກແຂວງ, ພະນັກງານ-ການນໍາຫຼັກແຫຼ່ງ, ອະດີດການນໍາຂັ້ນແຂວງ-ເມືອງ, ພະເຖລານຸເຖລະ ແລະ ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ.

ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ສະຫາຍ ເຫຼັກໄຫຼ ສີວິໄລ ໄດ້ກ່າວສູນທອນພົດໂດຍມີເນື້ອໃນບາງຕອນວ່າ: “ໃນມື້ນີ້ເປັນມື້ທີ່ມີຄວາມໝາຍສໍາຄັນຢ່າງຍິ່ງ, ພວກເຮົາຮູ້ສຶກອາໄລອາວອນ ແລະ ຄິດຄະນຶງຫາປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເຄົາລົບຮັກ, ລູກ-ຫຼານຜູ້ປະເສີດຂອງປະຊາຊົນລາວ, ຜູ້ນໍາພາກໍ່ຕັ້ງ, ຖະນຸບໍາລຸງ, ກໍ່ສ້າງພັກ ແລະ ນໍາພາພາລະກິດຕໍ່ສູ້ກູ້ຊາດ; ຜູ້ນໍາພາສ້າງຕັ້ງລະບອບໃໝ່ລະບອບປະຊາທິປະໄຕ ປະຊາຊົນ ເຊິ່ງໄດ້ຂຽນໜ້າປະຫວັດສາດຍຸກໃໝ່ຂອງຊາດລາວວິລະຊົນ; ພ້ອມກັນນີ້, ກໍມີຄວາມອາໄລອາວອນ ແລະ ຈົດຈໍາລໍ້າລຶກເຖິງວິລະກໍາອັນລໍ້າເລີດ, ຄຸນງາມຄວາມດີ ແລະ ການເສຍສະຫຼະອັນໃຫຍ່ຫຼວງຂອງການນໍາແຕ່ລະຮຸ່ນ, ພະນັກງານ-ນັກຮົບປະຕິວັດຜູ້ຮັກຊາດ ແລະ ປະຊາຊົນລາວບັນດາເຜົ່າ ທີ່ໄດ້ອຸທິດເລືອດເນື້ອ, ເຫື່ອແຮງ, ສະຕິປັນຍາ ແລະ ວັດຖຸຊັບສິນ ເພື່ອພາລະກິດປະຕິວັດ ຕະຫຼອດໄລຍະແຫ່ງການປະຕິວັດຊາດ-ປະຊາທິປະໄຕ; ກໍຄືພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອຄວາມເປັນເອກະລາດແຫ່ງຊາດ ແລະ ຄວາມສົມບູນພູນສຸກຂອງລູກ-ຫຼານລາວ.

ກ່ອນໜ້ານີ້ 45 ປີ ພາຍໃຕ້ກະແສຟອງການລຸກຮື້ຂຶ້ນຂອງປະຊາຊົນລາວ ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ, ອໍານາດການປົກຄອງເກົ່າ ທີ່ເປັນລູກສະໝຸນຂອງພວກລ່າເມືອງຂຶ້ນ ແລະ ກົງຈັກຂອງລະບອບສັກດີນາຂາຍຊາດ, ໃນລະດັບທ້ອງຖິ່ນຮາກຖານທົ່ວປະເທດໄດ້ຖືກທັບມ້າງ; ອໍານາດການປົກຄອງໃໝ່ຂອງປະຊາຊົນໄດ້ຮັບການຈັດຕັ້ງຂຶ້ນ, ສ້າງສະພາບແວດລ້ອມ ແລະ ເງື່ອນໄຂອັນສຸກງອມ “ ພັນປີມີເທື່ອໜຶ່ງ ” ໃຫ້ແກ່ການຍຶດອໍານາດການປົກຄອງຢ່າງສົມບູນມາສູ່ກໍາມືຂອງປະຊາຊົນຜູ້ອອກແຮງງານ; ຈາກນັ້ນ, ພາຍໃຕ້ການນໍາພາໂດຍກົງຂອງສູນກາງພັກ ເຊິ່ງມີປະທານ ໄກສອນ ພົມວິຫານ ເປັນຫົວໜ້າ, ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ເພື່ອປະກາດລົບລ້າງອໍານາດການປົກຄອງເກົ່າ; ສະຖາປະນາ ສາທາລະນະລັດປະ ຊາທິປະໄຕ ປະຊາຊົນລາວ, ເປີດສັງກາດໃໝ່ແຫ່ງເອກະລາດ, ອິດສະລະພາບ ແລະ ຄວາມເປັນເຈົ້າອັນແທ້ຈິງຂອງປະຊາຊົນລາວບັນດາເຜົ່າ ຕິດພັນ ກັບເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ.

ປະທານ ໄກສອນ ພົມວິຫານ ໄດ້ຢືນຢັນຕະຫຼອດວ່າ: “ ວັນທີ 2 ທັນວາ ເປັນໄຊຊະນະປະຫວັດການທີ່ມີຄວາມໝາຍຍຸກສະໄໝອັນເລິກເຊິ່ງ, ເປັນໝາກຜົນລວມຍອດແຫ່ງການຕໍ່ສູ້ປະຕິວັດທີ່ເຕັມໄປດ້ວຍຄວາມເສຍສະຫຼະ, ຄວາມທຸກຍາກລໍາບາກຕະຫຼອດຫຼາຍສິບປີຂອງປະຊາຊົນເຮົາ ພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນໃນເມື່ອກ່ອນ ແລະ ພັກປະຊາຊົນປະຕິ ວັດລາວ ໃນປັດຈຸບັນ”.

ພວກເຮົາມີ ຄວາມເອກອ້າງ ແລະ ພາກພູມໃຈທີ່ເຫັນວ່າການພັດທະນາພື້ນຖານວັດຖຸ-ເຕັກນິກໄດ້ບັນລຸໝາກຜົນທີ່ສໍາຄັນໃຫຍ່ຫຼວງ ເປັນຕົ້ນແມ່ນດ້ານພື້ນຖານໂຄງລ່າງເສດຖະກິດ-ສັງຄົມ ທີ່ສ້າງຄວາມອາດສາມາດຕົວຈິງໃຫ້ປະເທດຊາດເຮົາ ເຊື່ອມຈອດກັບປະເທດໃກ້ຄຽງ ແລະ ເຊື່ອມໂຍງເສດຖະກິດເຂົ້າກັບພາກພື້ນ ແລະ ສາກົນ ເຊິ່ງປົດປ່ອຍປະເທດເຮົາ ທີ່ເປັນປະເທດບໍ່ມີຊາຍແດນຕິດກັບທະເລ ກາຍເປັນປະເທດເຊື່ອມຈອດ-ເຊື່ອມໂຍງກັບປະເທດເພື່ອນບ້ານ ແລະ ສາກົນ.