ວັນທີ 11 ທັນວາ 2020, ພັທ ພອນພິລຸນ ປັນຍາສິລິ ຮອງຫົວໜ້າກົມສື່ມວນຊົນ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ໄດ້ສົມທົບກັບ ບໍລິສັດ ລອງຣິຈ ອິນເຕີເນຊັນແນວ ຈໍາກັດ ນໍາເອົາກ້ອງຖ່າຍຮູບພ້ອມອຸປະກອນຈໍານວນ 1 ຊຸດ ລວມມູນຄ່າ 11 ລ້ານກວ່າກີບ ມາມອບໃຫ້ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ເພື່ອນໍາໃຊ້ເຂົ້າໃນວຽກງານສື່ມວນຊົນ; ເພື່ອເປັນການໂຄສະນາຜົນງານການເຄື່ອນໄຫວວຽກງານວິຊາສະເພາະດ້ານຕ່າງໆຂອງເພື່ອນສະຫາຍ, ນາຍ ແລະ ພົນຕໍາຫຼວດ ປກສ ແຂວງ ແລະ ບັນດາພະແນກການອ້ອມ ຂ້າງແຂວງ; ກ່າວຮັບໂດຍ ພັທ ຜາຂົງ ດອກມະນີ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີ ທ່ານ ນາງ ພວງມາລີ ສຸກສະຫວັດ ປະທານ ບໍລິສັດ ລອງຮິຈ ອີນເຕີເນຊັນແນວ ຈໍາກັດ ພ້ອມດ້ວຍພະນັກງານທັງ 2 ຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.

ພັທ ພອນພິລຸນ ປັນຍາສີລິ ໄດ້ກ່າວວ່າ:

ຍ້ອນເຫັນໄດ້ເຖິງຄວາມຂາດເຂີນ ແລະ ບໍ່ພຽງພໍທາງດ້ານອຸປະກອນວຽກງານສື່ມວນຊົນຂອງ ກໍາລັງປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ ຈຶ່ງໄດ້ສົມທົບກັບ ບໍລິສັດ ລອງຣິຈ ອີນເຕີເນຊັນແນວ ຈໍາກັດ ນໍາເອົາກ້ອງຖ່າຍພາບ ພ້ອມດ້ວຍອຸປະກອນຈໍານວນ 1 ຊຸດ ລວມມູນຄ່າ 11 ລ້ານ ກວ່າກີບ ມາມອບໃຫ້ພະແນກໂຄສະນາອົບຮົມ-ຂ່າວສານ ຫ້ອງການເມືອງ ປກສ ແຂວງ ເພື່ອນໍາໃຊ້ເຂົ້າໃນວຽກງານວິຊາສະເພາະໃນການເກັບຂ່າວ, ຖ່າຍພາບ, ຖ່າຍວີດີໂອ, ຜົນງານການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງນາຍ ແລະ ພົນຕໍາຫຼວດ ກໍຄື ຜົນງານການເຄື່ອນໄຫວວຽກງານຕ່າງໆຂອງບັນດາພະແນກການ, ກົມກອງ, ບໍລິສັດອ້ອມຂ້າງແຂວງ, ທັງເປັນການປັບປຸງຄຸນນະພາບທາງດ້ານວຽກງານສື່ມ່ວນຊົນຂອງກໍາລັງປ້ອງກັນຄວາມສະຫງົບແຂວງບໍລິຄໍາໄຊ ໃຫ້ທັນສະໄໝທຽບເທົ່າກັບບັນດາສື່ມ່ວນຊົນຕ່າງໆຂອງແຕ່ລະແຂວງໃນຂອບເຂດທົ່ວປະເທດ.

ໂອກາດດຽວກັນ, ພັທ ອວດ ວົງໄຊ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະກອງ ບັນຊາການ ປກສ ແຂວງ ມອບໃບຍ້ອງຍໍໃຫ້ທາງບໍລິສັດ ລອງຣິຈ ອີນເຕີເນຊັນແນວ ຈໍາກັດ ທີ່ໄດ້ນໍາເອົາອຸປະກອນດັ່ງກ່າວມາມອບໃຫ້ໃນຄັ້ງນີ້.

ຕອນທ້າຍ ພັທ ຜາຂົງ ດອກມະນີຈັນ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງບໍລິຄໍາໄຊ ກ່າວສະແດງຄໍາຂອບໃຈທາງຄະນະກົມສື່ມວນຊົນ ແລະ ບໍລິສັດດັ່ງກ່າວ ທີ່ໄດ້ນໍາເອົາອຸປະກອນຈໍານວນດັ່ງກ່າວມາມອບໃຫ້ໃນຄັ້ງນີ້ ແລະ ສັນຍາວ່າຈະປົກປັກຮັກສາ ແລະ ນໍາໃຊ້ອຸປະກອນດັ່ງກ່າວເຂົ້າໃນວຽກງານວິຊາສະເພາະສື່ມວນຊົນຂອງ ກໍາລັງປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ ໃຫ້ມີການພັດທະນາດີຂຶ້ນ; ພ້ອມທັງກ່າວອວຍພອນໄຊໃຫ້ທ່ານພ້ອມດ້ວຍຄະນະທຸກທ່ານ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສໍາເລັດໃນໜ້າທີ່ ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.