ພະແນກການເງິນ ແຂວງໄຊສົມບູນ ເປີດກອງປະຊຸມເຜີຍແຜ່, ແນະນຳ, ຝຶກອົບຮົມນິຕິກຳກ່ຽວກັບວຽກງານບັນຊີ ແລະ ກວດສອບ ອິດສະຫຼະລະບົບບັນຊີວິສາຫະກິດລະບົບປັບ ປຸງ 2020 ໃຫ້ກັບພະນັກງານຂະແໜງການເງິນ ແລະ ບັນຊີຂອງຫົວໜ່ວຍທຸລະກິດ ໂດຍສົມທົບກັບກົມບັນຊີ ກະຊວງການເງິນ ໃນລະຫວ່າງ ວັນທີ 16-18 ທັນວາ 2020; ໂດຍການເປັນປະທານຂອງ ທ່ານ ປອ ທອງປະເສີດ ໄຊຍະລາດ ຮອງຫົວໜ້າພະແນກການເງິນ ແຂວງໄຊສົມບູນ; ເຂົ້າຮ່ວມໂດຍທ່ານ ນາງ ເກດ ແກ້ວຣາ ຊະພົນ ຫົວໜ້າຄຸ້ມຄອງ-ກວດສອບອິດສະຫຼະ ກົມບັນຊີ ກະຊວງການເງິນ; ມີບັນດາຄະນະທີມງານກົມບັນຊີ ກະຊວງການເງິນ, ຫົວໜ້າພະແນກ, ຮອງພະແນກການທີ່ ກ່ຽວຂ້ອງອ້ອມແຂວງ ແລະ ຫ້ອງການ-ການເງິນ 5 ເມືອງ ແລະ ຫົວໜ່ວຍວິສາຫະກິດທົ່ວ ແຂວງເຂົ້່າຮ່ວມ.

ທ່ານ ປອ ທອງປະເສີດ ໄຊຍະລາດ ໄດ້ມີຄໍາເຫັນ, ແນະນຳຕໍ່ພິທີດັ່ງກ່າວ ພ້ອມທັງຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງວຽກງານບັນຊີໃນການຈັດຕັ້ງປະຕິບັດບັນດາຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບວຽກງານບັນຊີຂອງຫົວໜ່ວຍຖືບັນຊີ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຄວາມເຂັ້ມແຂງ; ໂປ່ງໃສ, ເປັນເຄື່ອງມືໃນການວິເຄາະຖານະການເງິນຂອງລັດ ແລະ ວິສາຫະກິດ ແນໃສ່ຍົກສູງ ການບໍລິຫານງົບປະມານຂອງລັດ ແລະ ການບໍລິຫານທຸລະກິດ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມໃຫ້ເຕີບໃຫຍ່, ເຂັ້ມແຂງ ແລະ ໝັ້ນຄົງມັ່ງຄັ່ງ.

ຈາກນັ້ນ, ຕາງໜ້າທີມງານກົມບັນຊີ ກະຊວງການເງິນ ກໍໄດ້ນຳສະເໜີນິຕິກຳກ່ຽວກັບການຈັດຕັ້ງປະຕິບັດບັນຊີແຫ່ງລັດ, ນິຕິກຳຂອງ ຂະແໜງບັນຊີ, ຫົວໜ່ວຍງົບປະມານຕ້ອງຖືບັນຊີ, ເອກະສານທີ່ຫົວໜ່ວຍຖືບັນຊີຕ້ອງສ້າງ ແລະ ອື່ນໆອີກຈຳນວນໜຶ່ງ; ການເຜີຍແຜ່, ແນະ ນຳ, ຝຶກອົບຮົມນິຕິກຳກ່ຽວກັບວຽກງານບັນຊີ ແລະ ກວດສອບອິດສະຫຼະລະບົບບັນຊີວິສາຫະກິດ ກໍເພື່ອຜັນຂະຫຍາຍເນື້ອໃນບາງ ມາດຕາຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍການບັນຊີໃຫ້ຄົບຖ້ວນ ແລະ ຊັດເຈນ, ສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດ ຖະກິດ-ສັງຄົມຂອງປະເທດ, ພາກພື້ນ ແລະ ສາກົ ໃນແຕ່ລະໄລຍະ; ແນໃສ່ເຮັດໃຫ້ການຈັດຕັ້ງວຽກງານບັນຊີ ມີຄວາມຖືກຕ້ອງ, ໂປ່ງໃສ, ມີປະສິດທິຜົນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ.