ໃນອາທິດທີ່ຜ່ານມາ, ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ; ເປັນປະທານໂດຍ ພັທ ບູນເລີດ ຄະທູມພົມ ຮອງຫົວໜ້າກອງບັນຊາການ ປກສ ແຂວງ; ມີຄະນະພັກ-ຄະບັນຊາ,ຫ້ອງ, ພະແນກ, ໂຮງຮຽນ, ກົມກອງອ້ອມຂ້າງກອງບັນຊາການ ປກສ ເເຂວງ, ປກສ 14 ເມືອງ 1 ນະຄອນ ແລະ ພະນັກງານ-ນັກຮົບຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັທ ດາວວອນ ຄົມທິລາດ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫ່ຍການເມືອງປ້ອງກັນຄວາມສະຫງົບ ສະບັບເລກທີ 4614/ ກມປສ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດກອງບັນຊາການ ປກສ ແຂວງສະຫວັນນະເຂດ ແລະ ຂໍ້ຕົກລົງຂອງ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ສະບັບເລກທີ 611/ປກສ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ຕຳຫຼວດກອງບັນຊາການ ປກສ ແຂວງ ຈຳນວນ 151 ສະຫາຍ ຍິງ 38 ສະຫາຍ; ໃນນີ້, ເລື່ອນຊັ້ນຮ້ອຍຕີ ຂຶ້ນ ຮ້ອຍໂທ 45 ສະຫາຍ ຍິງ 17 ສະຫາຍ; ວາທີ ຂຶ້ນ ຮ້ອຍຕີ 33 ສະຫາຍ; ສິບເອກ ຂຶ້ນ ວາທີ 10 ສະຫາຍ ຍິງ 4 ສະຫາຍ; ສິບໂທ ຂຶ້ນ ສິບເອກ 62 ສະຫາຍ 17 ສະຫາຍ ແລະ ສິບຕີ ຂຶ້ນ ສິບໂທ 1 ສະຫາຍ.

ໃນພິທີ, ພັທ ບູນເລີດ ຄະທຸມພົມ ໄດ້ສະແດງຄວາມຊົມເຊີຍຕໍ່ນາຍ ແລະ ພົນຕຳຫຼວດທີ່ໄດ້ຮັການເລື່ອນຊັ້ນໃນຄັ້ງນີ້; ໂດຍທ່ານໄດ້ຊີ້ນຳໃຫ້ສືບຕໍ່ປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ການຈັດຕັ້ງມອບໝາຍໃຫ້, ດ້ວຍຄວາມບຸກບືນຫ້າວຫັນຂຶ້ນກວ່າເກົ່າ, ເອົາໃຈໃສ່ເຕົ້າໂຮມ ຄວາມສາມັກຄີ, ເປັນປຶກແຜ່ນ, ກຳແນແນວທາງຂອງພັກ, ກົດໝາຍຂອງ ລັດ, ມາຕິຄໍາສັ່ງຕ່າງໆ ກໍຄືລະບຽບຂອງ ກໍາລັງປ້ອງກັນຄວາມສະຫງົບ ແລະ ປະ ຕິບັດຢ່າງເຂັ້ມງວດ.