ປະກາດແຕ່ງຕັ້ງ ຮອງຫົວໜ້າ ກອງບັນຊາການ ປກສ ແຂວງອັດຕະປື

0
852

ໃນວັນທີ 29 ທັນວາ 2020, ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດພິທີປະກາດແຕ່ງຕັ້ງຮອງຫົວໜ້າກອງບັນຊາການເພີ່ມ, ເປັນປະທານໂດຍ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື,ມີ ພັອ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການ ປກສ ແຂວງ,ມີພະນັກງານ ປກສ ແຂວງ, ປກສ ເມືອງ ແລະ ພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.

ພັທ ອໍາໄພວັນ ອຸດຕະມະນີ ຮອງຫ້ອງການເມືອງປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະ ຊວງປ້ອງກັນສະຫງົບວ່າດ້ວຍການແຕ່ງ ຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງອັດຕະປື, ເຊິ່ງໄດ້ຕົກລົງແຕ່ງຕັ້ງ ພັທ ໄຊຊະນະ ທໍາມະສິດ ຫົວໜ້າຫ້ອງສັນຕິບານ, ພັທ ອິນທະຫວາ ໂພທິລາດ ຫົວໜ້າຫ້ອງຕໍາຫຼວດ,ພັທ ສັກສິດ ສີພັນດວງ ຫົວໜ້າຫ້ອງການເມືອງ ຄວບຕໍາແໜ່ງເປັນຮອງຫົວໜ້າກອງບັນ ຊາການ ປກສ ແຂວງ ແລະ ແຕ່ງຕັ້ງ ພັທ ສີອຸດົມ ອາລົມຈິດ ເປັນຫົວໜ້າຫ້ອງການ ກອງບັນຊາການ ປກສ ແຂວງ.

ໂອກາດນີ້,ທ່ານ ເລັດ ໄຊຍະພອນໄດ້ເນັ້ນໃຫ້ຄະນະພັກ ຄະນະບັນຊາເອົາໃຈໃສ່ສຶກສາອົບຮົມການ ເມືອງນຳພາແນວຄິດໃຫ້ຖັນແຖວພະນັກ ງານສະມາຊິກພັກແຕ່ລະຂັ້ນຢ່າງເປັນປົກກະຕິ, ເນື່ອງນິດ, ລຽນຕິດ. ພ້ອມກັນເອົາໃຈໃສ່ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະປ້ອງ ກັນຄວາມສະຫງົບຢ່າງເຂັ້ມງວດ, ສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃຫ້ຫຼຸດໜ້ອຍຖອຍລົງ. ຕໍ່ກັບຄະນະກອງບັນຊາການຜູ້ໃໝ່ໃຫ້ເອົາ ໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງພັກ, ເພີ່ມທະວີຄວາມສາມັກຄີພາຍໃນຢ່າງເປັນປຶກແຜ່ນ, ປຶກສາຫາລືໃນໝູ່ຄະ ນະ ພ້ອມກັນນຳພາຊີ້ນໍາແຕ່ລະຂົງເຂດວຽກງານມີຜົນສຳເລັດດີຂຶ້ນກວ່າເກົ່າ.