ກອງປະຊຸມເປີດກວ້າງອົງຄະນະພັກກອງບັນຊາການ ປກສ ແຂວງຫຼວງນ້ຳທາ

0
636

ທ້າຍອາທິດ ຜ່ານມາ, ກອງປະຊຸມເປີດກວ້າງຄັ້ງທີ II ຂອງອົງຄະນະພັກກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ໄຂຂຶ້ນຢ່າງເປັນທາງ ການ, ເປັນປະທານໂດຍ ພົຈວ ສົມໄຊ ຈັນທະວົງ ກໍາມະການພັກແຂວງ ເລຂາອົງຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ,ມີບັນດາຄະນະພັກຄະນະບັນຊາ,ເລຂາຮອງເລຂາຄະນະພັກຮາກຖານ,ໜ່ວຍພັກ,ປກສ ເມືອງ,ປກສ,ກອງກໍ່ສ້າງຮາກຖານການເມືອງເຂົ້າຮ່ວມ.

ພົຈວ ສົມໄຊ ຈັນທະວົງ ກ່າວວ່າ: ທົ່ວອົງຄະນະພັກກອງບັນຊາການ ປກສ ແຂວງຫຼວງນໍ້າທາ ມີ 8 ຄະນະພັກຮາກຖານ, ມີ 41 ໜ່ວຍພັກ, ມີສະມາຊິກພັກ ທັງໝົດ 714 ສະຫາຍ, ຍິງ156 ສະຫາຍ. ປີ 2020 ຜ່ານມາສາມາດປະເມີນໄດ້ໜ່ວຍພັກປອດໃສ່,ເຂັ້ມແຂງ, ໜັກແໜ້ນຈຳນວນ 26 ໜ່ວຍພັກ, ໜ່ວຍພັກກາງ 7 ໜ່ວຍ ແລະ ບໍ່ໄດ້ປະເມີນ 8 ໜ່ວຍ ( ສາເຫດສ້າງຕັ້ງໃໝ່ ). ໄລຍະ 6 ເດືອນຜ່ານມາ, ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ຊີ້ນໍານໍໍາພາ, ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ສະມາຊິກພັກ, ພະນັກງານນັກຮົບໄດ້ເປັນປົກກະຕິ.ພ້ອມທັງ ນຳພາແກ້ໄຂວຽກງານວິຊາສະເພາະ, ຂະຫຍາຍມະຫາຊົນຜູ້ທີ່ມີຄວາມກ້າວໜ້າເຂົ້າພັກຈຳນວນໜຶ່ງ ໂດຍເນັ້ນໃສບັນດາມາດຖານ, ເງື່ອນໄຂຂອງພັກເປັນຫຼັກ ເພື່ອແນໃສ່ສ້າງໃຫ້ໄດ້ສະມາຊິກພັກທີ່ມີຄຸນນະພາບ,ມີຄວາມຈົ່ງຮັກພັກດີ,ຊື້ສັດບໍລິສຸດ,ມີຄວາມທ່ຽງທໍາ ແລະ ສາມາດ ເປັນແບບຢ່າງໃຫ້ກັບມະຫາຊົນໄດ້ຢ່າງແທ້ຈິງ.

ກອງປະຊຸມ, ຍັງໄດ້ຜ່ານເອກະສານວ່າດ້ວຍການຂຶ້ນແຜນກຳນົດພະນັກງານນຳພາ-ບັນຊາຂອງລັດ ຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເປັນຕົ້ນ ແບບແຜນການກຳນົດພະນັກງານສືບຖອດປຽ່ນແທນ, ຜ່ານມະຕິຂອງຄະນະພັກກອງບັນຊາການ ປກສ ແຂວງວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານຂອງຫ້ອງການເມືອງ, ຫ້ອງການ, ຫ້ອງພະລາທິການ ແລະ ກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການ ປກສ ແຂວງ.